ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອທົດລອງລູກສອນໄຟ ຫລັງຈາກເກົາຫລີໃຕ້ຢຸດໃຊ້ລະບົບ ຍິງຕ້ານລູກສອນໄຟ


ໜ້າຕະໜ່າງສະແດງລາຍການຂ່າວ ກ່ຽວກັບການຍິງ ລູກສອນໄຟເກົາຫລີເໜືອ.
ໜ້າຕະໜ່າງສະແດງລາຍການຂ່າວ ກ່ຽວກັບການຍິງ ລູກສອນໄຟເກົາຫລີເໜືອ.

ອົງການ​ຂ່າວ KCNA ຂອງເກົາຫລີ​ເໜືອ​ເວົ້າ​ໃນ​ວັນ​ສຸກ​ມື້ນີ້ວ່າເກົາຫລີ​ເໜືອປະສົບ​ຜົນ
​ສໍາ​ເລັດ​ໃນ​ການ​ທົດ​ລອງ “ຈະ​ຫລວດຍິງ​ຈາກ​ດິນ​ໄປ​ໃສ່​ເຮືອຢູ່​ທະ​ເລ” ອັນ​ໃໝ່ ທີ່​ມີ​
ຄວາມ​ສາມາດ​ໃນ​ການ​ຍິງ​ເຮືອ​ລົບ​ຂອງ​ສັດຕູ​ທີ່​ກໍາລັງທໍາ​ການ​ໂຈມ​ຕີ​ຢູ່.

ອົງການ​ຂ່າວຍັງ​ເວົ້າອີກ​ວ່າ ໃນ​ວັນ​ພະຫັດ​ວານ​ນີ້ ພາຍ​ໃຕ້​ການ​ຊີ້ນໍາ​ຂອງ​ຜູ້​ນໍາ Kim
Jong Un ນະ​ຄອນພຽງຢາ​ງ​ໄດ້​ຍິງລູກ​ສອນໄຟ​ຂີ​ປະ​ນາ​ວຸດ​ທີ່​ຍິງ​ອອກ​ຈາກ​ດິນ​ໄປ​ຫາ
​ທະ​ເລ ຫລາຍໆລູກ. ​ແລະລູກ​ສອນໄຟ​ຂີ​ປະ​ນາ​ວຸດດັ່ງກ່າວ "​ຊອກຫາ ​ແລະ​ຍິງ​ໃສ່​ເປົ້າ
ໝາຍ​ທີ່​ລ່ອງ​ລອຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ເກົາຫລີໄດ້ຢ່າງ​ແມ່ນຢໍາ”.

ກຳປັ່ນບັນທຸກເຮືອບິນລົບ ສະຫະລັດ Nimitz ຢູ່ທະເລຟິລິບປີນ.
ກຳປັ່ນບັນທຸກເຮືອບິນລົບ ສະຫະລັດ Nimitz ຢູ່ທະເລຟິລິບປີນ.

​ການ​ທົດ​ລອງລູກ​ສອນໄຟ​ຂີ​ປະ​ນາ​ວຸດຄັ້ງນີ້ ​ເປັນຄັ້ງທີ​ສີ່ ທີ່​ເກົາຫລີ​ເໜືອ​ໄດ້ດໍາ​ເນີນ​ໄປ
ໃນ ​ໄລຍະນຶ່ງ​ເດືອນນີ້ ​ແລະ​ກໍ​ມີ​ຂຶ້ນພາຍຫລັງ​ທີ່​ສະພາ​ຄວາມໝັ້ນຄົງ​ຂອງ​ສະຫະ​ປະ
ຊາ​ຊາດ ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ໃໝ່ຕໍ່ລັດຖະບານ​ຂອງ​ທ່ານຄີ​ມ ​ໃນ​ອາທິດ​ແລ້ວ
ນີ້.ການ​ທົດ​ລອງ​ໃນ​ສາມ​ຄັ້ງທີ່​ຜ່ານ​ມາ​ແມ່ນລູກ​ສອນໄຟ​ຂີ​ປະ​ນາ​ວຸດ​ທີ່ເກົາຫລີ​ເໜືອ
ປະກົດວ່າ ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ພັດທະນາ​ລູກ​ສອນໄຟ​ຂີ​ປະ​ນາ​ວຸດ ທີ່​ມີຄວາມສາມາດ​ບັນ
ຈຸ​ອາວຸດນີວເຄລຍ ​ແລະ​ຍິງ​ໄປ​ເຖິງ​ແຜ່ນດິນ​ໃຫຍ່​ຂອງ​ສະຫະລັດ​ໄດ້.

ພວກປະທ້ວງຢູ່ເກົາຫລີໃຕ້ ຖືປ້າຍຄົດຄ້ານ ການ​ໃຊ້​ລະບົບ​ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງທີ່​ເອີ້ນ​ວ່າ THAAD ນັ້ນ.
ພວກປະທ້ວງຢູ່ເກົາຫລີໃຕ້ ຖືປ້າຍຄົດຄ້ານ ການ​ໃຊ້​ລະບົບ​ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງທີ່​ເອີ້ນ​ວ່າ THAAD ນັ້ນ.

​ທ່ານ​ນາງ Heather Nauert ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ​ກ່າວ​ໃນ​ວັນ
​ພະຫັດ​ວານ​ນີ້ວ່າ ການ​ທີ່​ນະຄອນ​ພຽງຢາງ​ໄດ້​ເພີ້ມທະວີ​ການ​ທົດ​ລອງລູກ​ສອນໄຟ​ຂີ​ປະ
​ນາ​ວຸດນັບ​ມື້ ນັບ​ເພີ້ມຂຶ້ນ ​ແມ່ນ​ເຮັດ​ໃຫ້ການ​ກັບ​ຄືນ​ມາພົບ​ປະ​ເຈລະຈາ​ກັນລະຫວ່າງ​ສະ
ຫະລັດ​ກັບເກົາຫລີ​ເໜືອ ຫຍຸ້ງຍາກ​ຂຶ້ນ. ທ່ານ​ນາງ​ກ່າວ​ວ່າ:"ພວກ​ເຮົາ​ຫວັງ​ວ່າ ຮອດ
​ເວລາໃດ​ນຶ່ງພົບ​ປະ​ເຈລະຈາ​ກັນອາດກັບ​ມາ​ດໍາ​ເນີນ​ໄປ​ໄດ້​ໃນ​ອະນາຄົດ​ອັນ​ໃກ້ໆນີ້ ​ແຕ່
​ວ່າ​ຕອນ​ນີ້ ພວກ​ເຮົາ​ບໍ່​ເຫັນ​ເລີຍ​ວ່າມັນ​ໃກ້​ຈະ​ເກີດ​ຂຶ້ນແລ້ວ.”

ບ່ອນຕິດຕັ້ງລະບົບ​ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງທີ່​ເອີ້ນ​ວ່າ THAAD
ບ່ອນຕິດຕັ້ງລະບົບ​ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງທີ່​ເອີ້ນ​ວ່າ THAAD

​ການ​ທົດ​ລອງລູກ​ສອນໄຟ​ຂີ​ປະ​ນາ​ວຸດຄັ້ງຜ່ານ​ມາ ​ແມ່ນ​ໄດ້​ດໍາ​ເນີນ​ໄປ​ນຶ່ງ​ວັນຫລັງຈາກ
​ເກົາຫລີໃຕ້​ຢຸດຕິ​ການ​ໃຊ້​ລະບົບ​ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງທີ່​ເອີ້ນ​ວ່າ
THAAD ນັ້ນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG