ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ທົດລອງຍິງລູກສອນໄຟອີກ ຫຼັງຈາກທີ່ ເກົາຫຼີໃຕ້ ໄດ້ໂຈະການຕິດຕັ້ງ ​ລະບົບ​ປ້ອງ​ກັນການຍິງ​​ລູກ​ສອນ​ໄຟ​ ໃນລະດັບສູງ


ໂທລະພາບທີ່ສະແດງໃຫ້ເຫັນການທົດລອງຍິງລູກສອນໄຟຂອງ
ເກົາຫຼີເໜືອ ຈາກເມືອງ Wonsan, 8 ມິຸຖນາ, 201
ໂທລະພາບທີ່ສະແດງໃຫ້ເຫັນການທົດລອງຍິງລູກສອນໄຟຂອງ ເກົາຫຼີເໜືອ ຈາກເມືອງ Wonsan, 8 ມິຸຖນາ, 201

ເກົາຫຼີ​ໃຕ້ ກ່າວ​ວ່າ ເປັນທີ່ປາກົດຢ່າງແຈ້ງຊັດວ່າ ເກົາຫຼີ​ເໜືອ ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ ຈາກ​ດິນ​ລົງສູ່ກໍ່​າປັ່ນ ຫຼາຍ​ໆບັ້ນມາແລ້ວ.

​ຫົວໜ້າເສນາ​ທິການ​ຮ່ວມຂອງ​ໂຊ​ລ໌ ກ່າວ​ວ່າ ​ໄດ້​ມີ​ການ​ຍິງ​ທົດ​ລອງ​ຫຼາຍໆ​ບັ້ນ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ຈາກ ​ເມືອງ Wosan ທາງຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ​ແຕ່ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ.

ນີ້​ແມ່ນ​ການ​ທົດ​ລອງຍິງ​ລູກ​ສອນ​ໄຟ ຄັ້ງ​ທີ 4 ​ທີ່​ມີ​ຂຶ້ນ ໃນ​ນຶ່ງ​ເດືອນ ຫຼັງ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ລົງ​ໂທດ​ພຽງ​ຢາງ ເພີ່ມ​ຕື່ມໃນ​ສັບປະດາ​ທີ່​ແລ້ວ​ນີ້.

​ການ​ທົດ​ລອງຍິງ ທັງ ​3 ຄັ້ງ​ຫຼ້າສຸດ ນັ້ນ ​ແມ່ນ​ເປັນ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ.

ກ່ຳປັ່ນ Carl Vinson ຊັ້ນ Nimitz-class ລຳລຽງຝູງບິນ ທີ່ກຳລັງເດີນເຮືອ ໃນທະເລຟິລິບປີນ.
ກ່ຳປັ່ນ Carl Vinson ຊັ້ນ Nimitz-class ລຳລຽງຝູງບິນ ທີ່ກຳລັງເດີນເຮືອ ໃນທະເລຟິລິບປີນ.

ເບິ່ງ​ຄື​ວ່າ ເກົາຫຼີ​ເໜືອ ​ມີ​ຄວາມຈົງໃຈ​ທີ່​ຈະ​ພັດທະນາ​ໂຄງການລູກ​ສອນ​ໄຟຂີ​ປະ​ນາ​ວຸດ
ທີ່​ຈະສາມາດບັນຈຸ​ອາວຸດ​ນິວ​ເຄລຍໄດ້ ​ແລະ​ໃຫ້ສາມາດຍິງຮອດ​ແຜ່ນດິນ​ໃຫຍ່​ຂອງ
​ສະຫະລັດ.

ລັດຖະບານ​ຂອງທ່ານ ທຣຳ ​ໄດ້​ອາ​ໄສຈີນ ເສນາ​ທິການຂອງເກົາຫຼີເໜືອ ທີ່​ເປັນ​ພາຄີ
​ສຳຄັນນັ້ນ ​ໃຫ້​ເຂົ້າ​ເຖິງ​ຄວາມ​ຢາກ​ຄອບ​ຄອງ​ໂຄງການ​ອາວຸດ​ນິວ​ເຄລຍດັ່ງກ່າວ.

​ໃນ​ຂະນະ​ດຽວ​ກັນ​ນີ້ ເກົາຫຼີ​ໃຕ້ ກໍ​ໄດ້​ກ່າວ​ວ່າ ຕົນຈະ​ໂຈະ​ການພັດທະນາ​ທີ່ມີຄວາມຂັດ
ແຍ່ງກັນຕໍ່ໄປ ຂອງ​ລະບົບ​ປ້ອງ​ກັນລູກ​ສອນ​ໄຟ​ຂອງ​ສະຫະລັດ ຈົນ​ກວ່າ​ວ່າ​ການ​ສຶກສາ​
ໄຕ່ຕອງທີ່ມີຄຳສັ່ງມາຈາກ ​ປະທານາທິບໍດີ​ຄົນ​ໃໝ່ ທ່ານ Moon Jae-in ກ່ຽວກັບຜົນ​
ກະທົບ​ຕໍ່ສະພາບແວດ​ລ້ອມ ຈະ​ເສັດ​ສິ້ນເສຍ​ກ່ອນ

ພວກປະທ້ວງເກົາຫຼີໃຕ້ ພາກັນຖືປ້າຍປະທ້ວງຕໍ່ລການຕິດຕັ້ງລະບົບປ້ອງກັນການຍິງມາຂອງລູກສອນໄຟ ຫຼື (THAAD) ໃກ້ໆກັບສະຖານທູດສະຫະລັດ ໃນນະຄອນໂຊລ໌, 28 ເມສາ, 2017.
ພວກປະທ້ວງເກົາຫຼີໃຕ້ ພາກັນຖືປ້າຍປະທ້ວງຕໍ່ລການຕິດຕັ້ງລະບົບປ້ອງກັນການຍິງມາຂອງລູກສອນໄຟ ຫຼື (THAAD) ໃກ້ໆກັບສະຖານທູດສະຫະລັດ ໃນນະຄອນໂຊລ໌, 28 ເມສາ, 2017.

ພາຍ​ໃຕ້​ປະທານາທິບໍດີ​ຄົນ​ກ່ອນ ທ່ານ​ນາງ Park Geun-Hye ​ຈະຖືກ​ປົດ​ອອກ​ຈາກ
​ອຳນາດ​ໃນປີ​ກາຍ​ນີ້ ​ໂຊ​ລ໌ ໄດ້​ຕົກລົງວ່າຈະ​ຕິດ​ຕັ້ງ ​ ລະບົບ​ປ້ອງ​ກັນລູກ​ສອນ​ໄຟ

ທີ່ຍິງມາຈາກ​ເກົາຫຼີ​ເໜືອ ​ເຖິງ​ແມ່ນ​ວ່າ ຝ່າຍ​ຄ້ານ​ທີ່​ໂກດ​ແຄ້ນ ຈາກ​ປັກ​ກິ່ງ ຈະມອງ​ເຫັນ
​ວ່າເປັນ​ການ​ຂົ່ມຂູ່ ຄວາມ​ສາມາ​ດຂອງກອງ​ກຳລັງ​ຂອງ​ຕົນ ກໍ​ຕາມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG