ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ທົດລອງ​​ລະ​ບົບລູກ​ສອນ​ໄຟ ICBM, ເຊິ່ງສະຫະລັດ ໄດ້ເຕືອນກ່ຽວກັບຄວາມເຄັ່ງຕຶງທີ່ ‘ເພີ້ມຂຶ້ນຢ່າງຮຸນແຮງ’


ແຟ້ມຮູບ-ປະຊາຊົນພາກັນເບິ່ງໜ້າຈໍໂທລະພາບ ທີ່ອອກອາກາດເພື່ອເຜີຍແຜ່ຂ່າວການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ, ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ເມື່ອວັນທີ 5 ມີນາ 2022.
ແຟ້ມຮູບ-ປະຊາຊົນພາກັນເບິ່ງໜ້າຈໍໂທລະພາບ ທີ່ອອກອາກາດເພື່ອເຜີຍແຜ່ຂ່າວການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ, ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ເມື່ອວັນທີ 5 ມີນາ 2022.

ການຍິງລູກສອນໄຟ 2 ຄັ້ງຫຼ້າສຸດ ຂອງເກົາຫຼີເໜືອ ແມ່ນການທົດ​ລອງຍິງລູກສອນໄຟຂີປະນາວຸດຂ້າມທະວີບ (ICBM) ຊະ​ນິດໃໝ່, ​ອີງ​ຕາມ​ຄຳ​ເວົ້າ​ ຂອງເຈົ້າໜ້າທີ່ຂອງສະຫະລັດ ໃນວັນພະຫັດວານນີ້ ໃນຂະນະທີ່ພວກເຂົາເຈົ້າໄດ້ປະກາດມາດ​ຕະການລົງໂທດທາງ​ດ້ານເສດຖະກິດຕໍ່ ພຽງຢາງ ຄັ້ງໃໝ່ ແລະໄດ້ເຕືອນກ່ຽວກັບຄວາມເຄັ່ງຕຶງ “ທີ່ເພີ້ມຂຶ້ນຢ່າງຮຸນແຮງ.”

ອີງຕາມລາຍງານຈາກຖະແຫຼງການ ຂອງໂຄສົກປະຈໍາທໍານຽບ 5 ແຈ ທ່ານຈອນ ເຄີບີ ກ່າວວ່າ ການຍິງລູກສອນໄຟໃນມື້ວັນທີ 26 ກຸມພາແລະວັນທີ 4 ມີນາ ບໍ່ໄດ້ສະແດງໃຫ້ເຫັນເຖິງໄລຍະຂອງ ICBM, ແຕ່ເບິ່ງຄືວ່າຈະໝາຍເຖິງການປະເມີນລະບົບໃໝ່ ກ່ອນຈະດໍາເນີນການທົດ​ລອງແບບຄົບຖ້ວນສົມບູນໃນອະນາຄົດຂ້າງໜ້າ, ເຊິ່ງອາດຈະເປັນການຍິງ ທີ່ມາ​ໃນ​ຮູບ​ຂອງ​ການ​ສົ່ງ​ຍານອະວາກາດ.

ເກົາຫຼີເໜືອ ບໍ່ໄດ້ໃຫ້ລາຍລະອຽດໃດ​ໆ ກ່ຽວກັບການຍິງທົດ​ລ​ອງ ນອກຈາກຈະກ່າວວ່າ ພວກເຂົາໄດ້ມີການກະກຽມ​ທີ່​ຈະ​ສົ່ງດາວທຽມສອດແນມທາງ​ທະ​ຫານ.

ສື່​ມົນ​ຊວນ​ຂອງທາງການເກົາຫຼີເໜືອໄດ້ລາຍງານໃນວັນສຸກນີ້ວ່າ ທ່ານກິມ ຈົງ ອຶນ ໄດ້ໄປຢ້ຽມຢາມຖານຍິງດາວທຽມໂຊແຮ (Sohae) ຂອງປະເທດ. ໃນຮູບພາບດັ່ງກ່າວ ໄດ້ເປີດເຜີຍໃຫ້ເຫັນ ທ່ານກິມ ໃສ່ເສື້ອໜັງສີດໍາ ແລະ ແວ່ນຕາ ກັນແດດ ກໍາລັງເວົ້າລົມກັບເຈົ້າໜ້າປ້ອງກັນປະເທດຂັ້ນສູງໃນຂະນະທີ່ພວກເຂົາ
ເຈົ້າ ຢືນຢູ່ທາງໜ້າຂອງຖານຍິງດາວທຽມດັ່ງກ່າວ.

ລາຍງານຂອງອົງ​ການ​ຂ່າວ​ສູນ​ກາງ​ຂອງທາງການເກົາຫຼີເໜືອ ກ່າວວ່າ ທ່ານກິມໄດ້ປະກາດແຜນທີ່ຈະ “ສ້າງອົງປະກອບໃໝ່​ຈຳ​ນວ​ນຶ່ງທີ່ຖານຍິງດາວທຽມ ເພື່ອຈະ​ສົ່ງດາວທຽມ​ສອດ​ແນມ​ທາງທະຫານ ແລະດາວທຽມສໍາລັບຈຸດປະສົງ ອື່ນໆ ດ້ວຍຈະຫຼວດຫຼາຍໆ​ຊະ​ນິດໃນອະນາຄົດ.”

ນຶ່ງມື້ກ່ອນການທົດລອງນັ້ນທ່ານກິມກ່່າວວ່່າ ດາວທຽມສອດແນມນີ້ຈະ​ສະ​ໜອງ “ຂໍ້ມູນທີ່ຖືກຕ້ອງ” ຂອງການດໍາເນີນການຕ່າງໆຂອງ “ກອງກໍາລັງຮຸກຮານຂອງຈັກກະ​ພັດນິຍົມສະຫະລັດ ແລະກອງກໍາລັງຮັບໃຊ້ອື່ນຂອງພວກເຂົາ” ຢູ່ໃນພູມິພາກນັ້ນ. ແຕ່ບໍ່ມີລາຍງານໃດໆກ່າວວ່າ ເມື່ອໃດທີ່ການຍິງດຽວທຽມນັ້ນຈະເກີດຂຶ້ນໄດ້.

ເກົາຫຼີເໜືອບໍ່ໄດ້ດໍາເນີນການຍິງ​ລູກ​ສອນ​ໄຟ ICBM ນັບຕັ້ງແຕ່ປີ 2017 ເປັນ​ຕົ້ນ​ມາ, ໃນຂະນະທີ່ຄວາມເຄັ່ງຕຶງໄດ້ເພີ້ມສູງ​ຂຶ້ນ ລະຫວ່າງ ທ່ານ ກິມ ແລະອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ. ນຶ່ງປີກ່ອນໜ້ານັ້ນ ເກົາຫຼີເໜືອ ໄດ້ພະຍາຍາມທີ່​ຈະ​ສົ່ງດາວທຽມ, ເຊິ່ງສະຫະລັດແລະປະເທດພັນທະມິດ ເຫັນວ່າ ການ​ສົ່ງດາວທຽມຂອງເກົາຫຼີເໜືອ ເປັນການທົດ​ລອງທີ່ປິດ​ບັງ ​ສຳ​ລັບ​ການ​ນຳ​ໃຊ້ເທັກໂນໂລຈີລູກສອນໄ​ຟໄລຍະໄກ ເຊິ່ງຖືກຫ້າມໂດຍມະຕິຂອງສະ ພາຄວາມໝັ້ນຄົງ ສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG