ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອຢືນ​ຢັນ​ວ່າ​ໄດ້ທົດ​ລອງ 'ເຄື່ອງ​ຍິງ​ລູກ​ສອນ​ໄຟໃຫຍ່ ເປັນ​ພິ​ເສດ' ກ່ອນ​ຮອດ​ວັນ​ກຳ​ນົດ ການ​ເຈ​ລະ​ຈາ​ໃນ​ທ້າຍ​ປີ


ການ​ທົດ​ລອງ​ເຄື່ອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ເກົາ​ຫລີ​ເໜືອ

ເກົາ​ຫລີ​ເໜືອໄດ້​ໃຫ້​ການ​ຢືນ​ຢັນໃນ​ວັນ​ສຸກມື້ນີ້​ວ່າຕົນໄດ້​ທົດ​ລອງ “ເຄື່ອງ​ຍິງ​ລູກ​ສອນ​ໄຟໃຫຍ່ເປັນ​ພິ​ເສດ ທີ່​ຍິງ​ໄດ້​ຫລາຍ​ລູກ​ພ້ອມ​ກັນ” ຊຶ່ງ​ເປັນ​ການ​ເຕືອນ​ໃຫ້​ຮູ້ກ່ຽວ​ກັບວັນ​ກຳ​ນົດເສັ້ນ​ຕາຍ​ໃນທ້າຍ​ປີ ເພື່ອ​ຈະທຳ​ການ​ເຈ​ລະຈາ​ເລື້ອງອາ​ວຸດ​ນິວ​ເຄ​ລຍ​ຂອງ​ພຽງ​ຢາງ.

ອົງ​ການຂ່າວ​ສູນ​ກາງຂອງ​ທາງ​ການເກົາ​ຫລີ​ເວົ້າ​ວ່າ ຜູ້​ນຳກິມ​ ຈົງ ​ອຶນ ໄດ້ໄປ​ເບິ່ງ​ “ການ​ຊ້ອມ​ຍິງລູກ​ສອນ​ໄຟເປັນ​ຊຸດ” ໃນ​ວັນ​ພະ​ຫັດ​ຜ່ານວານນີ້ ແລະ​ໄດ້ “ສະ​ແດງ​ຄວາມ​ພໍ​ໃຈ​ຕໍ່” ຜົນ​ຂອງ​ການ​ທົດ​ລອງ​ດັ່ງ​ກ່າວ.

ມັນ​ເປັນ​ການ​ຍິງ​ທົດ​ລອງ​ອາ​ວຸດ​ຮອບ​ທີ 13 ແລ້ວຂອງເກົາ​ຫລີ​ເໜືອ ນັບ​ຕັ້ງແຕ່​ຕົ້ນ ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ ຊຶ່ງໄດ້​ເຮັດ​ໃຫ້​ປີ 2019 ເປັນ​ປີ​ທີ່ມີ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ປະ​ເທດ​ດັ່ງ​ກ່າວຫລາຍ​ທີ່​ສຸດ.

​ທ່ານກິມ ໄດ້​ໃຫ້​ເວ​ລາ​ແກ່​ສະ​ຫະ​ລັດ​ຈົນ​ຮອດທ້າຍ​ປີ ວ່າໃຫ້ຍິນ​ຍອມ​ຜ່ອນ​ຜັນ​ ໃນ​ການ​ເຈ​ລະ​ຈານິວ​ເຄ​ລຍ​ທີ່​ຖືກ​ງົດ​ໄວ້​ຕັ້ງ​ແຕ່​ເດືອນ​ກຸມ​ພາ​ຜ່ານ​ມາ​ນັ້ນ.

ກອງ​ທັບເກົາ​ຫລີ​ໃຕ້ເວົ້າ​ວ່າ ເກົາ​ຫລີ​ເໜືອໄດ້​ຍິງລູກ​ສອນ​ໄຟ​ 2 ລູກ ທີ່​ໄປ​ໄດ້​ໄກ​ປະ​ມານ 380 ກິ​ໂລ​ແມັດ ​ໃນ​ລະ​ດັບຄວາມ​ສູງ 97 ກິ​ໂລ​ແມັດ ກ່ອນ​ມັນ​ຈະ​ຕົກ​ລົງ​ໄປໃສ່​ທະ​ເລ.

ການ​ທົດ​ລອງ​ດັ່ງ​ກ່າວ​ແມ່ນ​ມີ​ການ​ໃຊ້ເຄື່ອງ​ຍິງ​ລູກ​ສອນ​ໄຟ KN-25 ຊຶ່ງ​ເປັນ​ລະ​ບົບ​ຍິງ​ລູກ​ສອນ​ໄຟ​ຫລາຍ​ອັນ​ພ້ອມ​ກັນ ທີ່​ພຽງ​ຢາງ​ໄດ້​ທົດ​ລອງ​ມາຫລາຍ​ຄັ້ງ ແລ້ວ​ໃນ​ປີນີ້.

ການ​ທົດ​ລອງໃຊ້ເຄື່ອງ​ຍິງ​ລູກ​ສອນ​ໄຟ KN-25 ​ຄືນ​ອີກຫລາຍໆ​ຄັ້ງ, ອີງ​ຕາມ​ນັກ​ວິ​ເຄາະ​ດ້ານ​ປ້ອງ​ກັນ​ຊາດ ຄິດ​ວ່າ ເກົາ​ຫລີ​ເໜືອໄດ້​ປະ​ສົບ​ຜົນ​ສຳ​ເລັດໃນ​ການ​ຫລຸດ​ເວ​ລາ​ຫ່າງ​ກັນຂອງ​ການ​ຍິງ​ລູກ​ສອນ​ໄຟອອກ​ຈາກ​ລະ​ບົບຫລາຍໆ​ລູກ​ຕິດ​ຕໍ່​ກັນ.

"ຍິ່ງ​ຍິງ​ໄດ້ໄວທົ່າ​ໃດ ກໍ​ຍິ່ງເຮັດ​ໃຫ້​ສາ​ມາດຫລົບ​ຫລີກ​ໄດ້ໄວ​ຂຶ້ນ​ເທົ່າ​ນັ້ນ ກ່ອນ ​ ​ເຄື່ອງ​ຕ້ານລູກ​ສອນ​ໄຟຈະ​ຍິງ​ມາ​ເຖິງ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານແຈັ​ຟ​ຟ​ຣີ ລີວ​ອິ​ສ (Jeffrey Lewis), ນັກ​ຊ່ຽວ​ຊານ​ໃນ​ການ​ຫ້າມ​ແຜ່​ຜາຍອາ​ວຸດ​ນິວ​ເຄ​ລຍຢູ່​ສະ​ຖາ​ບັນ​ສຶກ​ສາ​ສາ​ກົນ ມິດ​ໂດ​ລ​ເບີ​ຣີ (Middlebury) ໃນ​ນະ​ຄອນມອນ​ເທີ​ເຣ (Monterey), ລັດ​ຄາ​ລິ​ຟໍ​ເນຍທີ່​ຂຽ​ນລົງໃນ​ທວີດ​ເຕີ.

ໃນການ​ທົດ​ລອງໃຊ້ເຄື່ອງ​ຍິງ​ລູກ​ສອນ​ໄຟ KN-25 ສອງ​ຄັ້ງ​ທຳ​ອິດ​ ໃນ​ເດືອນ​ສິງ​ຫາ​ ແລະ​ກັນ​ຍາຜ່ານ​ມານັ້ນ ແມ່ນ​ໃຊ້​ເວ​ລາປະ​ມານ 15 ຫາ 20 ນາ​ທີຫ່າງ​ກັນເພື່ອ​ຈະ​ຍິງ​ໄດ້. ສ່ວນ​ໃນ​ການ​ທົດ​ລອງ​ຄັ້ງ​ຕໍ່​ມາ ໃນ​ເດືອນ​ຕຸ​ລາ ຄວາມ​ຫ່າງ​ກັນຂອງ​ເວ​ລາ​ນັ້ນໄດ້​ຫລຸດ​ລົງ 3 ນາ​ທີ. ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້, ກອງ​ທັບ​ຂອງ​ໂຊ​ລຄາດ​ຄະ​ເນ​ວ່າໄດ້ໃຊ້​ເວ​ລາ​ໃນ​ການ​ຍິງ​ຫ່າງ​ກັນ​ພຽງ 30 ວິ​ນາ​ທີ ເທົ່າ​ນັ້ນ.

​ອົງ​ການຂ່າວ​ຂອງ​ທ​າງ​ການເກົາ​ຫລີ​ເໜືອໄດ້​ປະ​ກາດ​ໃນ​ວັນ​ສຸກ​ມື້ນີ້​ວ່າ ​ການ​ທົດ​ລອງ​ດັ່ງ​ກ່າວເປັນ​ການປະ​ສົບ​ຜົນ​ສຳ​ເລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG