ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອ​ຍິງທົດ​ລອງ ​ລູກ​ສອນ​ໄຟ ອີກ ກ່ອນ​​ຮອດ​ ວັນ​ກຳ​ນົດ ​ການ​ເຈ​ລະຈາ ​ອາ​ວຸດ​ນິວ​ເຄ​ລຍ ໃນ​ທ້າຍ​ປີ


ຢູ່​ນະ​ຄອນ​ຫລວງ​ໂຊ​ລ, ຜູ້ຄົນ​ພາ​ກັນ​ເບິ່ງ​ໂທ​ລະ​ພາບ ທີ່​ສາຍ​ໃຫ້​ເຫັນ​ພາບ​ການ​ທົດ​ລອງ ລູກ​ສອນ​ໄຟ​ຂອງ​ເກົາ​ຫລີ​ເໜືອ ​ໃນວັນ​ທີ 28 ພະ​ຈິກ, 2019
ຢູ່​ນະ​ຄອນ​ຫລວງ​ໂຊ​ລ, ຜູ້ຄົນ​ພາ​ກັນ​ເບິ່ງ​ໂທ​ລະ​ພາບ ທີ່​ສາຍ​ໃຫ້​ເຫັນ​ພາບ​ການ​ທົດ​ລອງ ລູກ​ສອນ​ໄຟ​ຂອງ​ເກົາ​ຫລີ​ເໜືອ ​ໃນວັນ​ທີ 28 ພະ​ຈິກ, 2019

ເກົາ​ຫລີ​ເໜືອປາ​ກົດ​ວ່າໄດ້​ຍິງທົດ​ລອງ​ລູກ​ສອນ​ໄຟ​ອີກ​ຄັ້ງ​ນຶ່ງ ໃນ​ເວ​ລາບໍ່​ພໍ​ເທົ່າ​ໃດ​ອາ​ທິດ ກ່ອນ​ຈະ​ຮອດ​ວັນ​ກຳ​ນົດ​ການ​ເຈ​ລະຈາ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ປະ​ເທດ​ດັ່ງ​ກ່າວ ໃນທ້າຍ​ປີນີ້.

ກອງ​ທັບເກົາ​ຫລີ​ໃຕ້ເວົ້າ​ວ່າເກົາ​ຫລີ​ເໜືອໄດ້​ຍິງລູກ​ສອນ​ໄຟ 2 ລູກ ອອກ​ຈາກ​ແຂວງແຮມ​ກິ​ຢອງ (Hamkyong) ໃຕ້​ໄປຍັງ​ຝັ່ງ​ທະ​ເລຂອງ​ປະ​ເທດ​ດັ່ງ​ກ່າວ​ໃນ​ເວ​ລາ 5 ໂມງ​ແລງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ. ຖະ​ແຫລງ​ການ​ດັ່ງ​ກ່າວບໍ່​ໄດ້​ເວົ້າ​ວ່າ ອາ​ວຸດນັ້ນໄປ​ໄດ້ໄກ​ປານ​ໃດ​ຫລື ແມ່ນ​ອາ​ວຸດ​ປະ​ເພດ​ໃດ.

ພວກ​ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ​ເວົ້າ​ວ່າ ເກົາ​ຫລີ​ເໜືອປາ​ກົດ​ວ່າ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ລູກ​ນຶ່ງຂຶ້ນ ແລະ​ລູກ​ສອນນັ້ນ​ປາ​ກົດ​ວ່າບໍ່​ໄດ້​ຕົກ​ລົງ​ໃສ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ຍີ່​ປຸ່ນ​ເລີຍ.

ມັນ​ເປັນ​ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ທຳ​ອິດ​ຂອງເກົາ​ຫລີ​ເໜືອຢູ່​ໃນ​ຮອບ​ເກືອບ​ຮອດ 1 ເດືອນຜ່ານ​ມາ ແລະ​ເປັນ​ການ​ທົດ​ລອງ​ອາ​ວຸດ​ຮອບ​ທີ 13 ຂອງ​ປະ​ເທດ​ດັ່ງ​ກ່າວນັບ​ແຕ່​ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ.

ການ​ທົດ​ລອງດັ່ງ​ກ່າວ​ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ເກົາ​ຫລີ​ເໜືອໄດ້​ເພີ້ມ​ການ​ກົດ​ດັນຫລາຍ​ຂຶ້ນ ກ່ອນຈະ​ຮອດ​ວັນ​ກຳ​ນົດທ້າຍ​ປີ ທີ່​ປະ​ເທດ​ດັ່ງ​ກ່າວ​ກຳ​ນົດ​ວ່າ​ ໃຫ້​ສະ​ຫະ​ລັດ​ຍອມ​ຜ່ອນ​ຜັນ​ຫລາຍ​ຂຶ້ນ​ຢູ່​ໃນ​ການ​ເຈ​ລະ​ຈາ​ທີ່​ຖືກ​ຢຸດ​ສະ​ງັກ​ລົງ​ນັ້ນ.

ໃນ​ເດືອນ​ແລ້ວນີ້ ເກົາ​ຫລີ​ເໜືອໄດ້​ຍ່າງ​ອອກ​ຈາກ​ຫ້ອງເຈ​ລະ​ຈາ​ຂອງເຈົ້າ​ໜ້າ​ທີ່ໃນ​ລະ​ດັບ​ປະ​ຕິ​ບັດ​ງານ​ກັບ​ສະ​ຫະ​ລັດ ໂດຍ​ໄດ້​ຖິ້ມ​ໂທດ​ໃສ່​ວໍ​ຊິງ​ຕັນ​ວ່າ ເຮັດ​ໃຫ້ ການ​ເຈ​ລະ​ຈາ​ແຕກ​ຫັກ​ລົງ. ນັບ​ແຕ່ນັ້ນ​ມາ ພຽງ​ຢາງກໍ​ໄດ້​ເຕືອນ​ວ່າ ຕົນ​ອາດ​ຈະ ເລີ້ມຕົ້ນ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ ແລະ​ລູກ​ສອນ​ໄຟ​ຍິງ​ໄລ​ຍະ​ໄກ​ຄືນ​ມາ​ອີກ​ກໍ​ເປັນ​ໄດ້.

ໃນ​ຕົ້ນ​ອາ​ທິດນີ້ ທ່ານ ກິມ​ ຈົງ​ອຶນ, ຜູ້​ນຳ​ຂອງເກົາ​ຫລີ​ເໜືອ ​ໄດ້ໄປ​ກວດ​ເບິ່ງ​ການ​ຊ້ອມ​ຍິງປືນ​ໃຫຍ່ຢູ່​ໃກ້​ເຂດ​ຊາຍ​ແດນທີ່ມີ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ປະ​ເທດ​ເກົາ​ຫລີ​ທັງ​ສອງ​ໃນ​ເຂດ​ຊາຍ​ຝັ່ງ​ເທ​ລະ​ກ້ຳ​ຕາ​ເວັນ​ຕົກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG