ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອຂູ່​ວ່າ ຈະ​ທົດ​ລອງ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢູ່ໃກ້ໆປະ​ເທດ​ຍີ​ປຸ່ນ


ການ​ທົດ​ລອງ​ເຄື່ອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ເກົາ​ຫລີ​ເໜືອ

ເກົາ​ຫລີ​ເໜືອບາງ​ເທື່ອ​ອາດ​ຈະເປັນການ​ຂົ່ມ​ຂູ່​ໂດຍກົງເທື່ອ​ຫຼ້າ​ສຸດ​ທີ່ຈະເລີ້ມທົດ​ລອງລູກ​ສອນ​ໄຟ​ໄລ​ຍະ​ໄກຕື່ມອີກ ໂດຍ​ໄດ້​ເຕືອນ​ໃນວັນ​ເສົາ​ມື້ນີ້​ວ່າ ຕົນ​ອາດ​ຈະ​ຍິງ “​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດແທ້” ເຂົ້າ​ໄປ​ໃນ​ເຂດແດນໃກ້ໆ​ຍີ່​ປຸ່ນໃນ​ໄວໆ​ນີ້.

ພຽງ​ຢາງ​ໄດ້​ທຳ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້ ຫລື ໄລ​ຍະ​ກາງ 13 ຄັ້ງແລ້ວ ນັບ​ຕັ້ງແຕ່​ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ. ພວກ​ນັກ​ຊ່ຽວ​ຊານ​ສ່ວນ​ໃຫຍ່​ເວົ້າ​ວ່າ ການ​ທົດ​ລອງເກືອບ​ໝົດ​ທຸກ​ຄັ້ງ ລ້ວນ​ແຕ່​ກ່ຽວ​ຂ້ອງ​ກັບ​ເທັກ​ໂນ​ໂລ​ຈີ​ດ້ານ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແບບ​ໃດ​ແບບ​ນຶ່ງ.

ນາຍົກລັດຖະມົນຕີຊິນໂຊ ອາເບະ ຂອງຍີ່ປຸ່ນເຂົ້າ​ຮ່ວມກອງ​ປະ​ຊຸ​ມຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກໃນ​ເຂດ​ທົນ​ບູ​ຣີ ຂອງ​ໄທ ໃນ​ວັນ​ທີ 4 ພະ​ຈິກ, 2019 (ຖ່າຍ​ໂດຍ Sakchai Lalit, ອ​ົງ​ການ​ຂ່າວ​ເອ​ພີ)
ນາຍົກລັດຖະມົນຕີຊິນໂຊ ອາເບະ ຂອງຍີ່ປຸ່ນເຂົ້າ​ຮ່ວມກອງ​ປະ​ຊຸ​ມຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກໃນ​ເຂດ​ທົນ​ບູ​ຣີ ຂອງ​ໄທ ໃນ​ວັນ​ທີ 4 ພະ​ຈິກ, 2019 (ຖ່າຍ​ໂດຍ Sakchai Lalit, ອ​ົງ​ການ​ຂ່າວ​ເອ​ພີ)

ການ​ທົດ​ລອງຄັ້ງ​ຫລ້າ​ສຸດ​ ແມ່ນ​ມີ​ຂຶ້ນ​ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ໃນ​ຕອນ​ທີ່ເກົາ​ຫລີ​ເໜືອໄດ້​ທຳ​ການທົດ​ລອງສິ່ງ​ທີ່​ປະ​ເທດນັ້ນ​ເອີ້ນ​ວ່າ “ລະ​ບົບຍິງ​ລູກ​ສອນ​ໄຟໃຫຍ່ ເປັນ​ພິ​ເສດ ທີ່​ຍິງ​ໄດ້​ຫລາຍ​ລູກ​ພ້ອມ​ກັນ” ເປັນຄັ້ງ​ທີ 4 ໃນ​ປີນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊິນ​ໂຊ ອາ​ເບະ​ ຂອງ​ຍີ່​ປຸ່ນ​ໄດ້​ປະ​ນາມ​ການ​ຍິງ​ທົດ​ລອງ​ດັ່ງ​ກ່າວ​ວ່າ ເປັນ​ການ​ລະ​ເມີດ​ຕໍ່​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ຫ້າມເກົາ​ຫລີ​ເໜືອບໍ່​ໃຫ້​ມີ​ການ​ເຄື່ອນ​ໄຫວ​ໃນ​ດ້ານ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃດໆ ເລີຍ.

ໃນ​ວັນ​ເສົາ​ມື້ນີ້, ອົງ​ການຂ່າວ​ສູນ​ກາງຂອງ​ທາງ​ການເກົາ​ຫລີ​ ຫລື KCNA ໄດ້​ພິມ​ເຜີຍ​ແຜ່​ບົດ​ຄວາມ ​ປະ​ນາມ ​ຄຳ​ຖະ​ແຫລງ​ການ​ຂອງ​ທ່ານ​ອາ​ເບະ ໂດຍ​ເວົ້າ​ວ່າ ການ​ທົດ​ລອງ​ແມ່ນ​ກ່ຽວ​ຂ້ອງ​ກັບ​ “ຈະ​ຫລວດທີ່​ຍິງຫລາຍໆ​ຄັ້ງ” ແລະ​ບໍ່​ແມ່ນ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດແຕ່​ຢ່າງ​ໃດເລີຍ.

“ທ່ານອາ​ເບະ​ອາດ​ຈະ​ໄດ້​ເຫັນວ່າ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດແທ້ວ່າເປັນ​ແນວ​ໃດ​ໃນ​ອະ​ນາ​ຄົດ​ບໍ່​ໄກ​ປານ​ໃດ​ດອກ ແລະ​ກໍຈະ​ເຫັນ​ຢູ່​ກ້ອງ​ດັງ​ຂອງ​ເພິ່ນເລີຍ​” ນັ້ນ​ຄື​ຄຳ​ເວົ້າ​ຂອງອົງ​ການ​ຂ່າວ KCNA ທີ່ເວົ້າ​ຢູ່​ໃນຖ້ອຍ​ຖະ​ແຫລງ​ທີ່​ອ້າງ​ວ່າ​ເປັນ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດເກົາ​ຫລີ​ເໜືອທ່ານ​ນຶ່ງ.

ຜູ້​ນຳເກົາ​ຫລີ​ເໜືອ, ທ່ານກິມ​ ຈົງ ​ອຶນ ໄດ້​ຂີດ​ເສັ້ນ​ຕາຍ​ໃຫ້​ສະ​ຫະ​ລັດຮອດທ້າຍ​ປີນີ້ວ່າ ໃຫ້ມີ​ການຍິນ​ຍອມ​ຜ່ອນ​ຜັນໃນ​ການ​ເຈ​ລະ​ຈານິວ​ເຄ​ລຍ​ທີ່​ຖືກ​ງົດ​ໄວ້​ຕັ້ງ​ແຕ່​ເດືອນ​ກຸມ​ພາ​ຜ່ານ​ມາ​ນັ້ນ.

ເມື່ອວັນ​ກຳ​ນົດ​ເສັ້ນ​ຕາຍຫຍັບ​ເຂົ້າ​ມາ​ໃກ້​ເທົ່າ​ໃດ ເຈົ້າ​ໜ້າ​ທີ່ເກົາ​ຫລີ​ເໜືອກໍໄດ້​ອອກ​ຄຳ​ເຕືອນແບບ​ມີ​ເງື່ອນ​ງຳກ່ຽວ​ກັບ​ການ​ເກາະ​ຜິດ​ທີ່​ຍິ່ງ​ໃຫຍ່ກວ່າຢູ່​ເລື້ອຍ​ໆ ແຕ່​ວ່າບໍ່​ມີ​ຄຳ​ເຕືອນອັນ​ໃດທີ່​ເປັນ​ການ​ເຕືອນ​ໂດຍ​ກົງ​ຫລາຍ​ເທົ່າ​ກັນ​ກັບ​ຄຳ​ຖະ​ແຫລງ​ໃນ​ວັນ​ເສົາ​ມື້ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG