ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ຍິງທົດລອງ ລູກສອນໄຟລະຍະສັ້ນ ອີກ


ເກົາຫລີ​ເໜືອ ​ຍິງລູກ​ສອນ​ໄຟ​ ​ລະຍະ​ສັ້ນອີກ 4​ ລູກ ​ເຂົ້າສູ່​ທະ​ເລ.
ເກົາຫລີ​ເໜືອ ​ຍິງລູກ​ສອນ​ໄຟ​ ​ລະຍະ​ສັ້ນອີກ 4​ ລູກ ​ເຂົ້າສູ່​ທະ​ເລ.

ເກົາຫລີ​ເໜືອ ​ໄດ້​ຍິງລູກ​ສອນ​ໄຟ​ ​ລະຍະ​ສັ້ນອີກ 4​ ລູກ ​ເຂົ້າສູ່​ທະ​
ເລຊຶ່ງ​ເປັນ​ເທຶ່ອຫລ້າ​ສຸດ​ໃນ​ການ​ທົດ​ລອງຍິງລູກ​ສອນໄຟ ​ແລະ​ຍິງ
​ປືນໃຫຍ່ ຢ່າງຕໍ່​ເນື່ອງ​.

ກະຊວງ​ປ້ອງ​ກັນ​ປະ​ເທດ ​ເກົາຫລີໄຕ້ ກ່າວ​ວ່າ ​ເກົາຫລີ​ເໜືອ ​ໄດ້​
ຍິງ​ສອງ​ລູກ​ໃນ​ຕອນ​ເຊົ້າວັນ​ພຸດ​ວານ​ນີ້ ​ແລະ​ອີກ​ສອງ​ລູກ​ຕໍ່​ມາ​ໃນ
ວັນ​ດຽວ​ກັນ ຈາກ​ເຂດນຶ່ງ ທາງ​ກໍ້າ​ຕາ​ເວັນ​ອອກສຽງເໜືອ ຂອງ​ນະ
ຄອນຫລວງ​ພຽງຢາງ. ຊະ​ນິດຂອງ​ອາວຸດ​ທີ່​ໃຊ້ນັ້ນ ​ຍັງ​ບໍ່​ເປັນ​ທີ່
​ຊາບ​.

​ແລະ​ກໍບໍ່​ເປັນ​ທີ່​ແຈ້ງຂາວ​ ​ວ່າ​ອາວຸດ​ດັ່ງກ່າວໄດ້​ຕົກລົງ​ໃສ່​ພື້ນດິນ​ໃນເກົາຫລີ​ເໜືອ ຫລື ​ໄປ​ຕົກລົງ​ໃສ່​ນ່ານ​ນໍ້າ ນອກ​ຝັ່ງ​ທະເລກໍ້າ​ຕາ​ເວັນ​ອອກ.

​ໃນ​ການເພີ້​ມທະວີ​ການທົດ​ລອງອາວຸດຂຶ້ນ ຫວ່າງ​ມໍໆ​ມາ​ນີ້ ຊຶ່ງຫລາຍໆ​ເທື່ອເປັນ​ການ​ທ້າ​ທາຍ​ຕໍ່ຂໍ້​ຫ້າມຂອງສະຫະປະຊາ​ຊາດ ຕໍ່​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂອງພຽງ​ຢາງນັ້ນ ​ໄດ້
ຊ່ວຍ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕືງ​ ເພີ້​ມທະວີ​ຂຶ້ນ​ຢູ່ໃນ​ແຫລມ​ເກົາຫລີ.

​ເຈົ້າ​ໜ້າ​ທີ່ກະຊວງ​ຕ່າງປະ​ເທດ​ເກົາຫລີ​ໃຕ້ຄົນ​ນຶ່ງ ກ່າວ​ຢູ່​ໃນ​ການ​ສຳພາດ​ທາງ​ໂທລະສັບ ກັບ ວີ​ໂອ​ເອພະ​ແນ​ກພາສາ​ເກົາຫລີ ໃນ​ວັນ​ພຸດວານ​ນີ້​ວ່າ ການ​ທົດ​ລອງ​ຍິງລູກ​ສອນ​ໄຟຂອງ​ພຽງ​ຢາງ​ນັ້ນ ຈະຖືກ​ຍົກ​ຂຶ້ນ​ມາ​ສົນທະນາ​ກັນ ຢູ່​ໃນ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ອາທິດ​ໜ້າ​.

XS
SM
MD
LG