ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກົາ​ຫຼີ​ເໜືອ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຕື່ມ​ອີກ 2 ລູກ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ ເພີ້​ມ​ທະ​ວີ​ຂຶ້ນ


ແຟ້ມ - ລາຍ​ການ​ຂ່າວ​ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ອອກ​ຂ່າວ​ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 22 ມີ​ນາ 2023.
ແຟ້ມ - ລາຍ​ການ​ຂ່າວ​ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ອອກ​ຂ່າວ​ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 22 ມີ​ນາ 2023.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ 2 ລູກ ໄປ​ສູ່​ທະ​ເລ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ທີ່ເພີ້ມຈຳ​ນວນໃສ່​ ການ​ຍິງ​ທົດ​ລອງ​ອາ​ວຸດ​ຫຼາຍໆ​ຄັ້ງ​ເມື່ອ​ໄວໆ​ມານີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ຍິງ​ລູກ​ສອນ​ໄຟ ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້ ມີ​ຂຶ້ນ​ກ່ອນ​ທີ່​ສະ​ຫະ​ລັດ​ຈະ​ສົ່ງ​ກຸ່ມ​ກຳ​ປັ່ນ​ໂຈມ​ຕີ ໄປ​ຍັງ​ເຂດ​ນ່ານ​ນ້ຳ​ທີ່​ຕັ້ງ​ຢູ່​ໃນ​ບໍ​ລິ​ເວນ​ໃກ້​ຄຽງເພື່ອ​ເພີ້ມ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ຮ່ວມ​ກັບ​ເກົາ​ຫຼີ​ໃຕ້.

ຫົວ​ໜ້າ​ເສ​ນາ​ທິ​ການ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ ກ່າວ​ວ່າ ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອໄດ້​ບິນ​ຂ້າມ​ປະ​ເທດ ຫຼັງ​ຈາກ​ຖືກ​ຍິງ​ຂຶ້ນ​ຈາກ​ບໍ​ລິ​ເວນ​ທີ່​ຕັ້ງ​ຢູ່​ທາງ​ໃຕ້​ຂອງ​ນະ​ຄອນ​ພຽງ​ຢາງ.

ການ​ຍິງ​ດັ່ງ​ກ່າວ​ ແມ່ນ​ເປັນ​ທົດ​ລອງ​ລູກ​ສອນ​ໄຟ ຄັ້ງ​ທີ 7 ຂອງ​ເກົາ​ຫຼີ​ເໜືອ​ໃນ​ເດືອນນີ້. ມັນ​ໄດ້ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ໃນ​ຂະ​ນະ​ທີ່​ໄລ​ຍະການ​ທົດ​ລອງ​ອາ​ວຸດຂອງ​ເກົາ​ຫຼີ​ເໜືອ​ມີ​ຄວາມ​ຖີ່ເພີ້ມ​ຂຶ້ນ ແລະ​ການ​ຊ້ອມ​ລົບ​ຮ່ວມທາງ​ທະ​ຫານຂອງ​ສະ​ຫະ​ລັດ​ ກັບ​ເກົາ​ຫຼີ​ໃຕ້​ກໍ​ໄດ້​ມີ​ການ​ເລັ່ງ​ລັດ​ຕື່ມ​ຂຶ້ນ ໃນ​ການ​ຕອບ​ໂຕ້​ ແບບໜາມຍອກ​ເອົາ​ໜາມ​ບົ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG