ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ເກົາຫຼີເໜືອ ຍິງທົດລອງ ລູກສອນໄຟ ຈາກ​ພາກ​ພື້ນດິນ ​ຫາ​ອາກາດ 7 ລູກ


ຊາຍເກົາຫຼີໃຕ້ຄົນນຶ່ງ ຢືນເບິ່ງ ລາຍການຂ່າວ ໃນໂທລະພາບ ທີ່ສະແດງໃຫ້ເຫັນເຖິງບັນທຶກພາບ ການຍິງລູກສອນໄຟໂດຍ ເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນ ຫລວງໂຊລ ປະເທດເກົາຫຼີໃຕ້, ວັນທີ 13 ມີນາ 2015.

ບັນດາ​ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້ ກ່າວ​ວ່າ ເກົາຫຼີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟ
​ລະຍະ​ສັ້ນ ຈາກ​ພາກ​ພື້ນດິນ​ຫາ​ອາກາດ 7 ລູກ ລົງ​ສູ່ທະ​ເລ​ ໃນ​ວັນ
​ພະຫັດ​ວານ​ນີ້.

ຄະນະ​ເສນາ​ທິການ​ຮ່ວມ​ຂອງ​ເກົາຫຼີ​ໃຕ້ ​ໄດ້​ເປີດ​ເຜີຍ​ໃຫ້​ຊາບ ​ໃນ
ຖະ​ແຫລ​ງການສັ້ນໆ​ ສະບັບ​ນຶ່ງ​ ໃນ​ວັນ​ສຸກມື້​ນີ້ວ່າ ລູກ​ສອນ​ໄຟ
ດັ່ງກ່າວ​ໄດ້​ຍິງ​ຈາກເຂດແຄມຝັ່ງທະເລ ກ້ຳຕາ​ເວັນ​ຕົກ ​ຂອງ
​ເກົາຫຼີ​ເໜືອ ​ເມື່ອຕອນເດີກຂອງ​ວັນ​ພະ​ຫັດ​ວານ​ນີ້ ​ແລະ ​ໄດ້​ຕົກລົງ
​ໃສ່​ທະ​ເລຢູ່​ນອກແຄມຝັ່ງ​ ທາງ​ພາກ​ຕາ​ເວັນ​ອອກ ຂອງປະເທດ
ດັ່ງກ່າວ.

​ເຈົ້າໜ້າ​ທີ່​ ຜູ້ປະສົງ​ບໍ່​ບອກ​ຊື່ຄົນ​ນຶ່ງ ກ່າວ​ວ່າ ຄະນະເສນາທິການຮ່ວມ​ເຊື່ອ​ວ່າ ຜູ້ນຳ
ເກົາຫຼີ​ເໜືອ ທ່ານ Kim Jong Un ​ໄດ້​ເຂົ້າຊົມ​ການ​ຍິງ​ທົດ​ລອງດັ່ງກ່າວນີ້.

ພຽງ​ຢາງ ທຳ​ການ​ຍິງ​ທົດ​ລອງ ​ລູກ​ສອນ​ໄຟ​ ຈະ​ຫລວດ ​ແລະປືນ​ໃຫຍ່​ ​ຢູ່ເປັນປະຈຳ ​ເພື່ອ​
ປະທ້ວງຕໍ່​ການ​ຊ້ອມ​ລົບ​ຮ່ວມ​ປະຈຳ​ປີທາງທະຫານ ລະຫວ່າງ​ ສະຫະລັດ ​ແລະ ​ເກົາຫຼີ​ໃຕ້.

ນຶ່ງໃນການ​ຊ້ອມ​ລົບ​ທີ່​ມີ​ຊື່ວ່າ Key Resolve ນັ້ນ ໄດ້ມ້ວນທ້າຍ​ລົງ​ໃນ​ວັນ​ສຸກ​ມື້​ນີ້ ​ແຕ່​ການຊ້ອມລົບອີກບັ້ນນຶ່ງ ທີ່​ມີ​ຊື່ວ່າ Foal Eagle ​ແມ່ນ​ມີ​ກຳນົດ ຈະ​ດຳເນີນຕໍ່​ໄປຈົນ​
ຮອດ​ວັນ​ທີ 24 ​ເມສາ.

ພຽງ​ຢາງ​ໄດ້​ຮຽກ​ຮ້ອງ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ ​ໃຫ້​ສະຫະລັດ ​ແລະ ເກົາຫຼີ​ໃຕ້ ຍຸດຕິ
ການ​ຊ້ອມ​ລົບ​ຮ່ວມ​ປະຈຳ​ປີ ທີ່ເກົາຫຼີເໜືອ​ເອີ້ນ​ມັນ​ວ່າ“​ເປັນການເຝິກຊ້ອມ​ເຕັມອັດຕາ
ຂັ້ນສຸດທ້າຍ ເພື່ອ​ບຸກ​ຂຶ້ນ​ໄປ​ທາງ​ພາກ​ເໜືອ.”
​ ໂຊ​ລ ​ແລະ ວໍ​ຊິງ​ຕັນ​ຢືນ​ຢັດ​ວ່າ ການຊ້ອມ ​ລົບ​ເຫຼົ່ານີ້ ​ແມ່ນ​ຢູ່ໃນລັກສະນະ ເປັນການປ້ອງກັນຫຼືຍັບຍັ້ງ​ເທົ່າ​ນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG