ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຕືອນ ເກົາຫຼີເໜືອ ຫຼັງຈາກມີການທົດລອງຍິງ ລູກ​ສອນ​ໄຟ ​ຂີ​ປະ​ນາ​ວຸດ


ຜູ້ນຳເກົາຫຼີເໜືອ Kim Jong Un ໃຫ້ຄຳແນະນຳ ຢູ່ພາກສະໜາມ ຢູ່ທີ່ ໂຮງງານ Sinpho Pelagic Fishery Complex ຢູ່ໃນຮູບພາບນີ້ ທີ່ເຜີຍແຜ່ໂດຍ ອົງການ​ຂ່າວສູນ​ກາງ​ຂອງທາງ​ການ​ເກົາຫລີ​ເໜືອ ຫລື KCNA ໃນພຽງຢາງ, ວັນທີ 9 ພຶດສະພາ 2015.
ຜູ້ນຳເກົາຫຼີເໜືອ Kim Jong Un ໃຫ້ຄຳແນະນຳ ຢູ່ພາກສະໜາມ ຢູ່ທີ່ ໂຮງງານ Sinpho Pelagic Fishery Complex ຢູ່ໃນຮູບພາບນີ້ ທີ່ເຜີຍແຜ່ໂດຍ ອົງການ​ຂ່າວສູນ​ກາງ​ຂອງທາງ​ການ​ເກົາຫລີ​ເໜືອ ຫລື KCNA ໃນພຽງຢາງ, ວັນທີ 9 ພຶດສະພາ 2015.

ກະຊວງການ​ຕ່າງປະ​ເທດ ສະຫະລັດ ​ໄດ້​ຮຽກຮ້ອງ ​ໃຫ້​ເກົາຫຼີ​ເໜືອ
ຍັບ​ຍັ້ງຈາກ​ການ​ກະທຳ​ຕ່າງໆ ​ທີ່ຈະ​ເພີ້​ມຄວາມ​ເຄັ່ງ​ຕຶງ ​ຢູ່​ໃນ​
ຂົງ​ເຂດ ຫຼັງຈາກ​ທີ່​ພຽງ​ຢາງກ່າວ​ວ່າ ຕົນ​ໄດ້ ​ທົດ​ລອງ​ຍິງ​ລູກ​ສອນ
​ໄຟ​ຂີ​ປະ​ນາ​ວຸດ ຈາກ​ເຮືອ​ດຳນ້ຳລຳ​ນຶ່ງ ​ຢ່າງ​ສຳ​ເລັດຜົນ.

ກະຊວງ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ການ​ທົດ​ລອງ ​ທີ່​ນຳ​ໃຊ້​
ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດນັ້ນ ​ແມ່ນ “​ເປັນ​ການ
ລະ​ເມີດ ​ຢ່າງ​ຈະ​ແຈ້ງ”
ຕໍ່ມະຕິ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.
​ເກົາຫຼີ​ເໜືອ ​ແມ່ນ​ຢູ່​ພາຍ​ໃຕ້​ການ ລົງ​ໂທດຂອງ​ສະຫະ​ປະຊາ​ຊາດ
ທີ່​ຫ້າມ​ພຽງ​ຢາງ ບໍ່​ໃຫ້ຜະລິດ ຫຼື ນຳ​ໃຊ້ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟ​
ຂີ​ປະ​ນາ​ວຸດ.

​ບັນດາ​ເຈົ້າໜ້າ​ທີ່ ກອງທັບເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອ​ໄດ້ທົດ​ລອງ ຍິງ ລູກ​ສອນ​ໄຟ​ຕໍ່ຕ້ານ​ເຮືອ ສາມ​ລູກ​ເຂົ້າ​ໄປ​ໃນ​ທະ​ເລ​ ນຶ່ງ​ມື້ຫຼັງຈາກ​ທີ່​ເກົາຫຼີ​ເໜືຶ​ອ​ເຕືອນວ່າ​ ຕົນ​ຈະໂຈມ​ຕີພວກ​ເຮືອຕ່າງໆ​ຂອງ​ເກົາຫຼີ​ໃຕ້ ​ໂດຍບໍ່​ແຈ້ງ​ໃຫ້​ຊາບລ່ວງ​ໜ້າ ຖ້າ​ຫາກ​ເຮືອ​ເຫຼົ່ານັ້ນ ລ່ວງ​ລ້ຳ​ເຂົ້າມາ​ໃນ​ເຂດ​ນ້ຳຂອງ​ເກົາຫຼີ​ເໜືອ​.

​ບັນດາເຈົ້າໜ້າ​ທີ່ ​ໃນນະຄອນຫຼວງ​ໂຊ​ລ ກ່າວ​ວ່າ ພວກ​ລູກ​ສອນ​ໄຟ​ໄດ້​ຖືກ​ຍິງ​ອອກ​ມາ ​ຈາກ​ບໍລິ​ເວນ ​ໃກ້ໆກັບ​ເມືອງ​ທ່າ Wonsan ຢູ່​ທາງພາກ​ຕາ​ເວັນ​ອອກຂອງເກົາຫຼີ​ເໜືອ ໃນ​ໄລຍະ​ເວລາ​ປະມານນຶ່ງ​ຊົ່ວ​ໂມງ ​ເມື່ອ​ວັນ​ເສົາ​ວານ​ນີ້.

ເຈົ້າ​ໜ້າ​ທີ່ ອົງການ​ຂ່າວສູນ​ກາງ​ຂອງທາງ​ການ​ເກົາຫລີ​ເໜືອ ຫລື KCNA ກ່າວ​ວ່າ ຜູ້ນຳ
​ເກົາຫລີ​ເໜືອ ທ່ານ Kim Jong Un ​ໄດ້​ໄປຮ່ວມ​ນຳ ​ແລະ ​ໄດ້​ອອກ​ຄຳ​ສັ່ງ​ດ້ວຍ​ຕົນ​ເອງ​
​ໃຫ້ເລີ້ມການທົດລອງຍິງ. ທ່ານ Kim ກ່າວ​ວ່າ ການ​ຍິງລູກ​ສອນ​ໄຟດັ່ງກ່າວ​ໄດ້ “​ເປັນ
ຄວາມ​ສຳ​ເລັດ​ ທີ່​ເປີດ​ຫູ​ເປີດ​ຕາ”
​ແລະ “​ໄດ້ກ່າວ​ຄຳ​ຍ້ອງຍໍ​ເປັນ​ຢ່າງ​ສູງ” ຕໍ່ ບັນດາ
​ນັກວິທະຍາສາດ ​ແລະ ​ພວກນາຍຊ່າງ “ທີ່​ໄດ້​ສ້າງ​ເທັ​ກ​ໂນ​ໂລ​ຈີ ຂອງ​ການ​ຍິງ​ລູກ​ສອນ​
ໄຟຂີ​ປະ​ນາ​ວຸດ ຈາກ​ເຮືອ​ດຳ​ນໍ້າ ໃຫ້​ປະສົບ​ຄວາມສຳ​ເລັດ ຢ່າງ​ດີ​ເລີດ.”

North Korea Missile
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG