ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເອົາເກົາຫຼີເໜືອ ເຂົ້າໃນບັນຊີ ປະເທດທີ່ ໃຫ້ການສະໜັບສະໜຸນ ການກໍ່ການຮ້າຍ ຄືນອີກ


ທ່ານ Rex Tillerson ລັດຖະມົນຕີກະຊວງການຕ່າງປະເທດ
ສະຫະລັດ (ຊ້າຍ) ນັ່ງຟັງໃນຂະນະທີ່ປະທານາທິບໍດີ ດໍໂນລ
ທຣໍາ ປະກາດຢູ່ໃນກອງປະຊຸມ ຢູ່ທໍານຽບຂາວ ໃນວັນຈັນ ທີ 20 ພະຈິກນີ້ວ່າ ຈະຈັດເອົາເກົາຫລີເໜືອ ໃຫ້ເປັນປະເທດນຶ່ງ ທີ່ໃຫ້ການສະໜັບສະໜຸນ ແກ່ການກໍ່ການຮ້າຍຄືນອີກ.
ທ່ານ Rex Tillerson ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ (ຊ້າຍ) ນັ່ງຟັງໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣໍາ ປະກາດຢູ່ໃນກອງປະຊຸມ ຢູ່ທໍານຽບຂາວ ໃນວັນຈັນ ທີ 20 ພະຈິກນີ້ວ່າ ຈະຈັດເອົາເກົາຫລີເໜືອ ໃຫ້ເປັນປະເທດນຶ່ງ ທີ່ໃຫ້ການສະໜັບສະໜຸນ ແກ່ການກໍ່ການຮ້າຍຄືນອີກ.

ເກົາຫລີໃຕ້ແລະຍີ່ປຸ່ນສະແດງຄວາມຍິນດີ ຕໍ່ການເຄື່ອນໄຫວຂອງສະຫະລັດ ທີ່ໄດ້
ຈັດເອົາເກົາຫລີເໜືອໃຫ້ເປັນປະເທດນຶ່ງ ທີ່ໃຫ້ການສະໜັບສະໜຸນແກ່ການກໍ່ການ
ຮ້າຍຄືນອີກ ເພື່ອຈະທໍາການກົດດັນທາງການເງິນ ແລະການທູດຕໍ່ລັດຖະບານ
ຜະເດັດການດັ່ງກ່າວນັ້ນ ເພີ້ມຂຶ້ນອີກ.

ກະຊວງການຕ່າງປະເທດເກົາຫລີໃຕ້ກ່າວໃນວັນອັງຄານມື້ນີ້ວ່າຕົນເຫັນວ່າການຕັດສິນ
ໃຈດັ່ງກ່າວ "ເປັນຄວາມພະຍາຍາມຮ່ວມກັນຂອງປະຊາຄົມສາກົນ ເພື່ອເຮັດໃຫ້ເກົາ
ຫລີເໜືອເຂົ້າໄປຢູ່ໃນເສັ້ນທາງ ທີ່ກ້າວໄປຫາການເປັນປະເທດປອດອາວຸດນີວເຄລຍ."

ປະທານາທິບໍດີ ດໍໂນລທຣໍາ ກ່າວຈາກທໍານຽບຂາວ ໃນວັນຈັນວານນີ້ວ່າ "ການເຮັດ
ແນວນີ້ຄວນເກີດຂຶ້ນຕັ້ງແຕ່ຫລາຍປີກ່ອນໜ້ານີ້”, ໂດຍເອີ້ນລັດຖະບານພຽງຢາງວ່າ
ເປັນ "ລະບອບທີ່ທໍາການຄາດຕະກໍາ."

ການເຄື່ອນໄຫວທີ່ຈະຖືກປະກາດຢ່າງເປັນທາງການ ໂດຍກະຊວງການຕ່າງປະເທດ
ສະຫະລັດ ໃນວັນອັງຄານມື້ນີ້ ຈະຈັດເອົາເກົາຫລີເໜືອ ກັບເຂົ້າໄປຢູ່ໃນບັນຊີລາຍຊື່
ປະເທດທີ່ໃຫ້ ການສະໜັບສະໜຸນການກໍ່ການຮ້າຍຂອງກະຊວງການຕ່າງປະເທດ
ສະຫະລັດອີກ. ປັດຈຸບັນປະເທດທີ່ຢູ່ໃນລາຍຊື່ໃນນັ້ນ ກໍມີແຕ່ ອີຣ່ານ, ຊີເຣຍ ແລະ
ຊູດານ.

Trump Designates N. Korea as State Sponsor of Terror
please wait

No media source currently available

0:00 0:01:28 0:00

ເມື່ອເວົ້າເຖິງເງື່ອນໄຂທີ່ພາໃຫ້ເຮັດເຊັ່ນນັ້ນ ເຈົ້າໜ້າທີ່ກະຊວງການຕ່າງປະເທດສະ
ຫະລັດ ທ່ານນຶ່ງເວົ້າວ່າ ຄະນະລັດຖະບານຂອງທ່ານທຣໍາຕັດສິນວ່າ ພຽງຢາງ “ໄດ້ໃຫ້ການສະໜັບສະໜຸນແກ່ການກະທຳໃນການກໍ່ການຮ້າຍລະຫວ່າງປະເທດ
ຊ້ຳແລ້ວຊ້ຳອີກ,” ຊຶ່ງລວມທັງການຄາດຕະກໍາຢູ່ໃນດິນແດນຂອງຕ່າງປະເທດ.

ເຈົ້າໜ້າທີ່ດັ່ງກ່າວເວົ້າວ່າ "ການກະທໍາເຫລົ່ານີ້ແມ່ນເຮັດໃຫ້ມີການປະພຶດທີ່ເປັນອັນ
ຕະລາຍ ແລະປອງຮ້າຍຢູ່ໃນຂອບເຂດອັນກວ້າງຂວາງຂອງ ສປປ ເກົາຫຼີ ໄດ້" ໂດຍ
ທີ່ທ່ານໃຊ້ຊື່ ຫຍໍ້ທີ່ເປັນທາງການຂອງພຽງຢາງ.

ທ່ານ Rex Tillerson ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ
ການລົງ ໂທດ ທີ່ມີຕໍ່ເກົາຫລີເໜືອຢູ່ແລ້ວນັ້ນ ກໍາລັງໃຊ້ໄດ້ຜົນຢູ່ ແລະກໍຍັງມີ
ຄວາມຫວັງຢູ່ທີ່ຈະໃຊ້ວິທີການທູດເພື່ອແກ້ໄຂບັນຫາ.

ສະຫະລັດເຄີຍໄດ້ເອົາເກົາຫລີເໜືອເຂົ້າໄວ້ໃນບັນຊີລາຍຊື່ປະເທດທີ່ໃຫ້ການສະ
ໜັບສະໜຸນແກ່ການກໍ່ການຮ້າຍໃນປີ 1988, ພາຍຫລັງທີ່ນັກສືບຂອງເກົາຫລີເໜືອ
ໄດ້ວາງລະເບີດໃສ່ ສາຍການບິນພົນລະເຮືອນຂອງເກົາຫລີໃຕ້ ທີ່ເຮັດໃຫ້ 115 ຄົນ
ເສຍຊີວິດນັ້ນ. ແຕ່ວ່າພຽງຢາງ ໄດ້ຖືກລຶບຊື່ອອກຈາກບັນຊີດັ່ງກ່າວ ໃນປີ 2008 ພາຍຫລັງທີ່ພວກເຂົາສາມາດປະຕິ ບັດໄດ້ຕາມເກນມາດຕະຖານຕ່າງໆ ທີ່ກ່ຽວ
ຂ້ອງກັບຂໍ້ຕົກລົງໃນການປົດອາວຸດນີວເຄລຍ ອອກ.

ການພົບປະໃນການປົດອາວຸດນີວເຄລຍ ຫົກຝ່າຍໄດ້ພັງທະລາຍລົງ ໃນເວລາບໍ່ພໍ
ເທົ່າໃດ ຫລັງຈາກນັ້ນ ແລະເກົາຫລີເໜືອກໍໄດ້ປະກາດວ່າ ຂໍ້ຕົກລົງດ້ານອາວຸດນີວ
ເຄລຍແມ່ນຖືກເລີກລົ້ມ. ຕັ້ງແຕ່ນັ້ນມາ ປະເທດດັ່ງກ່າວກໍໄດ້ທໍາການທົດລອງອາວຸດ
ນີວເຄລຍເພີ້ມອີກ 5 ຄັ້ງແລະເພີ້ມຄວາມກ້າວໜ້າຂອງໂຄງການລູກສອນໄຟຂີປະ
ນາວຸດຂອງຕົນຂຶ້ນໄປເລື້ອຍໆຢ່າງສະໝໍ່າສະເໝີ ໂດຍເປັນການລະເມີດຕໍ່ມະຕິ
ຕ່າງໆຂອງສະພາຄວາມໝັ້ນຄົງຂອງອົງ ການສະຫະປະຊາຊາດ.

ທ່ານ Christopher Hill, ອະດີດເອກອັກຄະລັດຖະທູດສະຫະລັດ ທີ່ນໍາພາຄະນະ
ຜູ້ແທນສະຫະລັດໄປເຂົ້າຮ່ວມການເຈລະຈາດ້ານອາວຸດນີວເຄລຍ 6 ຝ່າຍ ເວົ້າວ່າ "ພວກເຮົາເອົາພວກເຂົາອອກຈາກບັນຊີ ຍ້ອນວ່າພວກເຮົາມີບັນຫາສະເພາະຈໍາ
ນວນນຶ່ງ ທີ່ພວກເຮົາຊອກຫາ - ຕົ້ນຕໍກໍແມ່ນການທັບມ້າງຕຶກເຮັດຄວາມເຢັນ ແລະ ບາດກ້າວໃນການເຮັດໃຫ້ການຜະລິດອາວຸດນີວເຄລຍໃຊ້ການບໍ່ໄດ້ຈໍານວນນຶ່ງ".
"ໃນຂະນະນີ້ ເມື່ອເບິ່ງທຸກດ້ານແລ້ວ ພວກເຂົາປາກົດວ່າ ມີເຕົາແຍກປະລາມະນູ
ທີ່ໃຊ້ຂີ້ກົ່ວດໍາໃນລະດັບປານກາງກົບຄືນມາໃຊ້ ການທໍາການຜະລິດອີກ. ສະນັ້ນ ພວກເຂົາຄວນຖືກເອົາຊື່ເຂົ້າໄປໄວ້ຢູ່ໃນບັນຊີນັ້ນຄືນອີກ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US to Redesignate North Korea as State Sponsor of Terror
please wait

No media source currently available

0:00 0:00:40 0:00

XS
SM
MD
LG