ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ປະຕິເສດ ຕໍ່ຂໍ້ສະເໜີຂອງເກົາຫຼີເໜືອ


ຜູ້ນໍາເກົາຫຼີເໜືອ ທ່ານ ກິມ ຈົງ ແອວ
ຜູ້ນໍາເກົາຫຼີເໜືອ ທ່ານ ກິມ ຈົງ ແອວ

ເກົາຫຼີເໜືອແມ່ນໄດ້ກ່າວຫາເພື່ອນບ້ານ ເກົາຫຼີໃຕ້ວ່າ
ໄດ້ທໍາໃຫ້ຄວາມຫວັງຂອງການທີ່ຈະປັບປຸງສາຍພົວພັນ
ລະຫວ່າງກັນໃຫ້ດີຂຶ້ນນັ້ນຫຼຸດນ້ອຍລົງ ເພາະບໍ່ຮັບເອົາ
ການສະເໜີ ສົນທະນາຂອງເກົາຫຼີເໜືອນັ້ນ.

ເກົາຫຼີໃຕ້ບໍ່ຮັບເອົາການສະເໜີຂອງເກົາຫຼີເໜືອໃນວັນຈັນ
ວານນີ້ ແລະເອີ້ນການສະເໜີດັ່ງກ່າວນີ້ວ່າ ເປັນແຜນການ
ທີ່ຕ້ອງການຊ່ອຍເຫຼືອທາງດ້ານເສດຖະກິດຫຼາຍກວ່າ.

ແຕ່ບົດບັນນາທິການຂອງທາງການເກົາຫຼີເໜືອຖະແຫລງໃນວັນອັງຄານນີ້ວ່າທາງເກົາຫຼີ
ເໜືອແມ່ນຈິງຈັງທີ່ຈະທຳການເຈລະຈາຢ່າງມີຄວາມໝາຍແລະວ່າດ້ວຍຄວາມຈິງໃຈ ຈະໄດ້ຮັບການຢືນຢັນເມື່ອໃດຫາກໄດ້ມີການສົນທະນາໂອ້ລົມກັນແບບຊຶງໆໜ້າ.

ເກົາຫຼີເໜືອໄດ້ສະເໜີຢ່າງເປັນທາງການໄປຫາກະຊວງທ້ອນໂຮມຊາດເກົາຫຼີໃຕ້ໃນວັນຈັນ
ວານນີ້ຊຶ່ງຖະແຫຼງການດັ່ງກ່າວໄດ້ຮຽກຮ້ອງໃຫ້ເປີດການເຈລະຈາໃນລະດັບປະຕິບັດງານ
ເລີ່ມໃນວັນທີ່ 27 ເດືອນມັງກອນນີ້ໂດຍແນໃສ່ເພື່ອກະກຽມການສົນທະນາຫາລືໃນລະດັບ
ທີ່ສູງລະຫວ່າງສອງເກົາຫຼີ.

ແທນທີ່ເກົາຫຼີໃຕ້ແທນທີ່ຈະຈະສະເໜີໃຫ້ມີການສົນທະນາຫາລືໃນລະດັບລັດຖະບານກັບ
ລັດຖະບານ ແຕ່ເກົາຫຼີໃຕ້ກັບພິຈາລະນາເບິ່ງວ່າເກົາຫຼີເໜືອມີຄວາມຈິງໃຈທີ່ຈະຫຼຸດຜ່ອນ
ຄວາມເຄັ່ງຕຶງໃນແຫຼມເກົາຫຼີຫຼືບໍ່.

XS
SM
MD
LG