ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຂົ່ມຂູ່ ຈະຍົກເລີກ ການພົບປະ ສຸດຍອດ ທີ່ໄດ້ວາງແຜນໄວ້ ກັບ ສຫລ


Korea Talks
please wait
Embed

No media source currently available

0:00 0:02:36 0:00

ເກົາຫຼີເໜືອ ບັດນີ້ ແມ່ນຂົ່ມຂູ່ວ່າ ຈະຖອນໂຕຈາກກອງປະຊຸມສຸດຍອດ ທີ່ໄດ້ວາງແຜນ
ໄວ້ໃນເດືອນໜ້ານີ້ ລະຫວ່າງ ຜູ້ນຳ ກິມ ຈົງ ອຶນ ແລະ ປະທານາ ທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ.

ໃນຖະແຫລງການສະບັບນຶ່ງ ທີ່ໄດ້ມີການເປີດເຜີຍ ໃນຕອນເຊົ້າ ວັນພຸດມື້ນີ້ ໂດຍຜ່ານ
ອົງການຂ່າວສູນກາງ KCNA ຂອງທາງການເກົາຫຼີເໜືອ ທີ່ວ່າ ຮອງລັດຖະມົນຕີ ວ່າ
ການຕ່າງປະເທດຄົນທຳອິດ ທ່ານ ກິມ ກີເອ ກວນ ກ່າວວ່າ ພຽງຢາງ ຈະ “ພິຈາລະນາ
ຄືນໃໝ່ເບິ່ງວ່າ”
ຈະເຂົ້າຮ່ວມກອງປະຊຸມ ໃນວັນທີ 12 ມິຖຸນາ ຢູ່ທີ່ປະເທດສິງກະໂປ
ຫຼືບໍ່ ຖ້າຫາກ ສະຫະລັດ ຍັງສືບຕໍ່ ຮຽກຮ້ອງໃຫ້ລະບອບການປົກຄອງ ຍົກເລີກຄັງ
ອາວຸດນິວເຄລຍຂອງຕົນ ແຕ່ພຽງຝ່າຍດຽວ.

ທ່ານກິມ ໄດ້ກ່າວວ່າ ເກົາຫຼີເໜືອ ຈະບໍ່ສົນໃຈນຳກອງປະຊຸມສຸດຍອດເລີຍ ຖ້າວໍຊິງຕັນ
ພະຍາຍາມ “ກົດດັນພວກເຮົາແຕ່ຝ່າຍດຽວໃຫ້ຈົນມຸມ ແລະ ບັງຄັບໃຫ້ພວກເຮົາ
ສະຫຼະ ການມີອາວຸດນິວເຄລຍ.”

ຖະແຫລງການດັ່ງກ່າວ ເປັນການເຄື່ອນໄຫວຫຼ້າສຸດຂອງເກົາຫຼີເໜືອໃນໄລຍະ 24 ຊົ່ວ
ໂມງຜ່ານມານີ້ ທີ່ປາກົດວ່າ ເຮັດໃຫ້ເກີດຄວາມຕຶງຄຽດຄັ້ງໃໝ່ ຢູ່ໃນແຫຼມເກົາຫຼີ. ການ
ເຈລະຈາລະດັບຂັ້ນສູງ ໄດ້ມີກຳນົດ ໃນວັນພຸດມື້ນີ້ ກັບເກົາຫຼີໃຕ້ ນັ້ນ ໄດ້ຖືກຍົກເລີກ
ຢ່າງກະທັນຫັນ ໂດຍພຽງຢາງ ທີ່ອ້າງອີງເຖິງ ການຊ້ອມລົບຮ່ວມ ລະຫວ່າງ ສະຫະລັດ
ແລະເກົາຫຼີໃຕ້ ທີ່ກຳລັງມີຂຶ້ນໃນເວລານີ້. ອົງການຂ່າວ KCNA ໄດ້ກ່າວວ່າ ການຊ້ອມ
ລົບ ຊື່ວ່າ Max Thunder ແມ່ນ “ການຊ້ອມເພື່ອຮຸກຮານ” ເກົາຫຼີເໜືອ ແລະເປັນການ
ເກາະຜິດ.

ຖະແຫລງການຍັງໄດ້ເຕືອນ ວ່າ ສະຫະລັດ “ຍັງຈະຕ້ອງໄຕ່ຕອງຢ່າງລະອຽດ ກ່ຽວ
ກັບຊະຕາກຳ ຂອງແຜນການກອງປະຊຸມສຸດຍອດ ລະຫວ່າງສະຫະລັດແລະເກົາ
ຫຼີເໜືອ ທ່າມກາງ ການເກາະຜິດທາງດ້ານທະຫານ ຮ່ວມກັນນີ້ ທີ່ໄດ້ດຳເນີນການ
ກັບ ອຳນາດການປົກຄອງເກົາຫຼີໃຕ້.”

ທຳນຽບຂາວ ໄດ້ກ່າວ ແຕ່ພຽງໜ້ອຍດຽວເທົ່ານັ້ນ ຍົກເວັ້ນທີ່ໄດ້ເວົ້າວ່າ ຕົນຈະສືບຕໍ່
ປະສານງານຢ່າງໃກ້ຊິດ ກັບ ບັນດາພັນທະມິດຂອງຕົນ.

ສ່ວນທຳນຽບຫ້າແຈ ໄດ້ອະທິບາຍວ່າ ການຊ້ອມລົບ Max Thunder ເປັນການເຝິກ
ຊ້ອມ ຕາມປົກກະຕິປະຈຳປີ ເພື່ອ “ເສີມຂະຫຍາຍ ການປະສານງານ ລະຫວ່າງ
ເກົາຫຼີໃຕ້ ແລະ ສະຫະລັດ ໃນຄວາມອາດສາມາດ ເພື່ອປົກປ້ອງ ເກົາຫຼີໃຕ້ ແລະ
ເສີມຂະຍາຍ ຄວາມອາດສາມາດ ໃນການປະຕິບັດງານ ແລະຄວາມພ້ອມ.”
ທຳ
ນຽບຫ້າແຈກ່າວຕື່ມວ່າ ອັນນີ້ ເປັນທີ່ຈະແຈ້ງ ມາໄດ້ຫຼາຍທົດສະວັດແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG