ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຂໍ້ສະເໜີ ຈັດກອງປະຊຸມ ສຸດຍອດຂອງ ເກົາຫຼີເໜືອ ອາດທົດສອບ ການຮັບມື ດ້ານນິວເຄລຍ ຂອງ ສະຫະລັດ-ເກົາຫຼີໃຕ້


ທ່ານນາງ ກິມ ໂຢ ຈົງ ນ້ອງສາວຂອງຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈອງ ອຶນ ມອບຈົດໝາຍທີ່ມີລາຍເຊັນຈາກທ່ານ ກິມ ຈອງ ອຶນ ໃຫ້ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ໃນລະຫວ່າງການພົບປະກັນຂອງພວກເພິ່ນ ທີ່ທຳນຽບສີຟ້າປະທານາທິບໍດີ. ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 10 ກຸມພາ, 2018.
ທ່ານນາງ ກິມ ໂຢ ຈົງ ນ້ອງສາວຂອງຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈອງ ອຶນ ມອບຈົດໝາຍທີ່ມີລາຍເຊັນຈາກທ່ານ ກິມ ຈອງ ອຶນ ໃຫ້ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ໃນລະຫວ່າງການພົບປະກັນຂອງພວກເພິ່ນ ທີ່ທຳນຽບສີຟ້າປະທານາທິບໍດີ. ນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 10 ກຸມພາ, 2018.

ບັນດານັກວິເຄາະກ່າວວ່າ ຄຳເຊື້ອເຊີນຂອງປະທານປະເທດເກົາຫຼີເໜືອ ກິມຈົງອຶນ
ໃຫ້ປະທານາທິບໍດີເກົາຫຼີໃຕ້ ມູນແຈອິນ ໄປ ຢ້ຽມຢາມ ພຽງຢາງ ໄດ້ສ້າງຄວາມສັບສົນ
ແກ່ຄວາມພະຍາຍາມທາງການທູດຂອງຣັດຖະບານທຣຳ ທີ່ຢາກສ້າງຄວາມກົດດັນ
ໃສ່ປະເທດຄອມມິວນິສໂດດດ່ຽວ ທີ່ໃຫ້ເຂົາປະຖິ້ມໂຄງການອາວຸດນິວເຄຼັຽຂອງເຂົານັ້ນ.

ອີງຕາມສຳນັກງານປະທານາທິບໍດີ ເກົາຫຼີໃຕ້ ໃນວັນເສົາວານນີ້ແມ່ນວ່າ ທ່ານ ກິມ ໄດ້
ເຊື້ອເຊີນແບບບໍ່ຄ່ອຍມີຂຶ້ນ ຜູ້ນຳເກົາຫຼີໃຕ້ ໂດຍຜ່ານຜູ້ອາລັກຂາທີ່ໄກ້ຊິດທີ່ສຸດຂອງ
ເພິ່ນຄືືທ່ານນາງ ກິມ ໂຢ ຈົງ ນ້ອງສາວພຽງຄົນດຽວຂອງເພິ່ນ ທີ່ກຳລັງຢ້ຽມຢາມ ເກົາຫຼີ
ໃຕ້ຢູ່ ໃນຖານະຜູ້ຕາງໜ້າຄະນະຜູ້ແທນ ເກົາຫຼີເໜືອ ໃນກິລາໂອລິມປິກລະດູໜາວ.

ອີງຕາມຫ້ອງການປະທານາທິບໍດີແມ່ນວ່າ ທ່ານມູນ ກ່າວວ່າ ທ່ານຢາກ “ເຮັດໃຫ້ສະ
ພາບແວດລ້ອມດັ່ງກ່າວ ສຳລັບເຫດການນັ້ນເກີດຂຶ້ນໄດ້.”

ການລິເລີ່ມທາງດ້ານການທູດຂອງ ເກົາຫຼີເໜືອ ມີຂຶ້ນໃນທ່າມກາງຄວາມກົດດັນທີ່ເຕີບ
ໂຕຂຶ້ນເລື້ອຍໆຂອງສາກົນ ທີ່ນຳພາໂດຍ ສະຫະລັດ ທີ່ແນໃສ່ການໃຊ້ໜັກທີ່ສຸດ
ຄວາມກົດດັນທາງດ້ານເສດຖະກິດ ແລະການທູດ ໃສ່ລະບອບດັ່ງກ່າວ. ທັງອະດີດບັນ
ດາເຈົ້າໜ້າທີ່ແລະພວກນັກວິເຄາະກ່າວວ່າ ການເຄື່ອນໄຫວເທື່ອນີ້ຂອງເກົາຫຼີເໜືອ
ອາດຈະເຮັດໃຫ້ທ່ານ ມູນ ຜູ້ຊຶ່ງສະໜັບສະໜູນຄວາມກົດດັນຂອງທ່ານທຣຳໃນຄະນະ
ທີ່ຢາກໃຫ້ມີການເຈລະຈາກັບເກົາຫຼີເໜືອນັ້ນ ຕົກຢູ່ໃນຂັ້ນຄະມະກັບຣັດຖະບານຂອງ
ທ່ານ ທຣຳ.

ທ່ານ ໂຣເບີດ ແມນນິງ ເຈົ້າໜ້າທີ່ຂັ້ນອາວຸໂສ ທີ່ສະພາແອັດແລນຕິກກ່າວວ່າ “ການ
ເຊື້ອເຊີນດັ່ງກ່າວເປັນການເຄື່ອນໄຫວທີ່ສະຫຼາດທີ່ສຸດຂອງທ່ານ ກິມ ຈອງ ອຶນ ທີ່ກຳ
ບັງຫຽນຂະໜາດໃຫຍ່ລະຫວ່າງ ວໍຊິງຕັນ ກັບນະຄອນຫຼວງ ໂຊລ. ທ່ານ ກິມ ພວມໃຊ້
ເລ້ຫຼ່ຽມດ້ານປະຊາສຳພັນ ເມື່ອເວົ້າເຖິງເລື່ອງກອງປະຊຸມສຸດຍອດ ທັງຫຼິ້ນບົດບາດ
ໃສ່ຄວາມຮູ້ສຶກຂອງຊາວ ເກົາຫຼີ ໂດຍຖືເອົາການທ້ອນໂຮມຊາດເປັນໃຫຍ່.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG