ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີເໜືອຮຽກກອງປະຊຸມພັກ


ພັກ​ຄອມ​ມິ​ວນິສຕ໌ທີ່​ປົກຄອງ​ເກົາຫລີ​ເໜືອ​ ​ໄດ້​ຮຽກກອງ​ປະຊຸມພັກ ທີ່​ບໍ່​ຄ່ອຍມີ​ຂຶ້ນນັ້ນ ​ເພື່ອ​ເລືອກ​ເອົາ​ຄະນະ​ນຳພາ​ໃໝ່.

ກົມ​ການ​ເມືອງ​ຂອງສູນ​ກາງ​ພັກພັກ​ຄອມ​ມິ​ວນິສຕ໌​ເກົາຫລີ​ເໜືອປະກາດ ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ກອງ​ປະຊຸມດັ່ງກ່າວ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນເດືອນກັນຍານັ້ນ ​ແມ່ນ​ຈະ​ເລືອກ​ເອົາ​ “ຄະນະ​ນຳພາ​ສູງ​ສຸດ” ຂອງ​ພັກ ​ແລະ​ຈະ​ເປັນ​ກອງ​ປະຊຸມ​ຫລວງຄັ້ງທຳ​ອິດ​ຂອງ​ພັກຄົນ​ງານແຫ່​ງ​ເກົາ​ຫລີ​ ນັບ​ແຕ່​ປີ 1966 ​ມາ. ກອງ​ປະຊຸມ​ຂະໜາດ​ໃຫຍ່ຂອງ​ພັກ​ເທື່ອ​ຫລ້າ​ສຸດ ຊຶ່ງ​ມີ​ຂຶ້ນ​ໃນ​ປີ 1980 ​ໄດ້​ມອບ​ບົດບາດນຳ​ພາ​ໃຫ້​ທ່ານ Kim Jong-Il ທີ່​ໄດ້​ສືບ​ທອດ​ອຳນາດ​ຕໍ່​ຈາກ​ ບິດາ ຄືທ່ານ Kim Il-Sung ທີ່​ໄດ້​ເສຍ​ຊີວິດ​ໄປ​ໃນ​ປີ 1994.

ນັກວິ​ເຄາະ​ຂ່າ​ວບາງ​ຄົນເຊື່ອ​ວ່າ​ ກອງ​ປະຊຸມພັກຄັ້ງນີ້ ຈະໃຫ້ການ​ຢືນຢັນແກ່ສະຖານະ​ພາບ​ຂອງ Kim Jong-Un ​ ລູກ​ຊາຍຫລ້າ​ຂອງ​ທ່ານ Kim Jong-Il ​ໃນ​ຖານະ​ເປັນ​ຜູ້​ສືບ​ທອດ​ອຳນາດ​ຕໍ່​ຈາກ​ບິດາ.

XS
SM
MD
LG