ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ກ່າວປະນາມ ເກົາຫຼີເໜືອ


ຮູບພາບສະແດງໃຫ້ເຫັນ ລູກສອນໄຟຂີປະນາວຸດ ຍິງຂຶ້ນຈາກ
ເຮືອດຳນ້ຳ ເປີດເຜີຍໂດຍອົງການຂ່າວສູນກາງຂອງ ເກົາຫຼີ
ເໜືອ ໃນນະຄອນຫຼວງ ພຽງຢາງ. 24 ເມສາ, 2016.
ຮູບພາບສະແດງໃຫ້ເຫັນ ລູກສອນໄຟຂີປະນາວຸດ ຍິງຂຶ້ນຈາກ ເຮືອດຳນ້ຳ ເປີດເຜີຍໂດຍອົງການຂ່າວສູນກາງຂອງ ເກົາຫຼີ ເໜືອ ໃນນະຄອນຫຼວງ ພຽງຢາງ. 24 ເມສາ, 2016.

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ກ່າວປະນາມ ເກົາຫຼີເໜືອ ສຳລັບການທົດ ລອງຍິງລູກສອນໄຟຂີປະນາວຸດຈາກເຮືອດຳນ້ຳໃນວັນເສົາທີ່ຜ່ານມາ, ໂດຍເອີ້ນມັນວ່າ “ການລ່ວງລະເມີດທີ່ຮ້າຍແຮງອີກຄັ້ງໜຶ່ງ” ຂອງມະຕິອົງການສະຫະປະຊາຊາດ.

ໃນຖະແຫຼງການສະບັບໜຶ່ງພິມອອກໃນວັນອາທິດວານນີ້, ສະພາດັ່ງກ່າວເວົ້າວ່າ ການ ເຄື່ອນໄຫວຂອງລູກສອນໄຟຂີປະນາວຸດພວກນີ້ “ໄດ້ປະກອບສ່ວນເຂົ້າໃນການພັດທະ ນາ ລະບົບສົ່ງອະວຸດນິວເຄລຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາ ຫຼີ,” ໃນຂະນະທີ່ຄວາມເຄັ່ງຕຶງຂອງໂລກກຳລັງເພີ່ມຂຶ້ນຢູ່.

ນອກນັ້ນຖະແຫຼງການຍັງໄດ້ເຕືອນວ່າ ສະພາຄວາມໝັ້ນຄົງຈະ “ໃຊ້ມາດຕະການທີ່ໜັກ ກວ່າເພີ່ມເຕີມ” ຕໍ່ ເກົາຫຼີເໜືອ, ໃນພຽງບໍ່ເທົ່າໃດສັບປະດາຫຼັງຈາກໄດ້ວາງມາດຕະການ ລົງໂທດທີ່ໜັກຄັ້ງໃໝ່ ເພື່ອກົດດັນນະຄອນຫຼວງ ພຽງຢາງ ໃຫ້ຍອມທຳຕາມຄຳສັ່ງທີ່ມີຢູ່ ຂອງອົງການສະຫະປະຊາຊາດ.

ອົງການຂ່າວ KCNA ຂອງລັດຖະບານ ພຽງຢາງ ກ່າວວ່າ ການທົດລອງຄັ້ງຫຼ້າສຸດ, ເຊິ່ງ ໄດ້ຖືກຕິດຕາມໂດຍທ່ານ Kim Jong Un ໂດຍທາງສ່ວນຕົວ, ໄດ້ພິສູດໃຫ້ເຫັນຄວາມ ເຊື່ອຖືໄດ້ຂອງລະບົບການຍິງລູກສອນໄຟຂີປະນາວຸດຈາກໃຕ້ນ້ຳຂອງພວກເຂົາ. ແຕ່ ແນວໃດກໍຕາມ, ເກົາຫຼີໃຕ້ ໄດ້ເອີ້ນການທົດລອງນັ້ນວ່າ ເປັນຄວາມລົ້ມແຫຼວ, ໂດຍກ່າວ ເນັ້ນວ່າ ຂີປະນາວຸດນັ້ນພຸ້ງໄປບໍ່ໄດ້ໄກ ເຊິ່ງມີໄລຍະໄກພຽງແຕ່ 30 ກິໂລແມັດເທົ່ານັ້ນ ກ່ອນທີ່ມັນຈະຕົກ ລົງໃນທະເລ.

ການບິນຂອງຂີປະນາວຸດແມ່ນສັ້ນກວ່າ 300 ກິໂລແມັດ ສຳລັບຊະນິດຂອງຂີປະນາວຸດ ທີ່ໄດ້ຖືກທົດລອງນັ້ນ, ແລະ ແຫຼ່ງຂ່າວແຫ່ງໜຶ່ງຂອງລັດຖະບານ ໂຊລ ກ່າວວ່າ ເຄື່ອງຈັກ ຂອງຂີປະນາວຸດໄດ້ເພ ພຽງບໍ່ດົນຫຼັງຈາກມັນໄດ້ຖືກຍິງຂຶ້ນ.

ກ່ອນໜ້ານີ້ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວວ່າມັນເປັນ “ຄວາມກະຈ່າງແຈ້ງທີ່ ວ່າ ເກົາຫຼີເໜືອ ມີຄວາມຜູກມັດຢູ່ກັບຄວາມປະພຶດທີ່ຍຸແຍ່ຢ່າງຫ້າວຫັນຂອງພວກ ເຂົາ.” ໃນລະຫວ່າງການເດີນທາງຢ້ຽມຢາມປະເທດ ເຢຍລະມັນຢູ່ນັ້ນ, ທ່ານ ໂອບາມາ ໄດ້ປະຕິເສດຕໍ່ຂໍ້ສະເໜີອັນໜຶ່ງຂອງ ເກົາຫຼີເໜືອ ທີ່ວ່າຢຸດການທົດລອງອາວຸດນິວເຄລຍ ໄວ້ຊົ່ວຄາວຖ້າ ສະຫະລັດ ຢຸດການຊ້ອມຮົບປະຈຳປີກັບ ເກົາຫຼີເໜືອ.

ທ່ານ ໂອບາມາ ກ່າວວ່າ “ພວກເຮົາບໍ່ໃຫ້ຄຳສັນຍາຢ່າງຈິງຈັງ ຕໍ່ການທີ່ພວກເຂົາວ່າຈະ ຢຸດການທົດລອງ ຈົນກວ່າວ່າເທື່ອໜ້າພວກເຂົາຈະຕັດສິນໃຈວ່າຈະຢຸດທົດລອງອີກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Military Analysts: N. Korean Submarine Missile Launch a 'Successful Failure'
please wait

No media source currently available

0:00 0:00:44 0:00

Nokor Missile
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG