ໃນວັນເສົາມື້ນີ້ເກົາຫຼີເໜືອກ່າວວ່າ “ຈະເອົາບົດບາດທາງທະ
ຫານທຸກຢ່າງ” ຫຼັງຈາກເກົາຫຼີໃຕ້ໄດ້ໂຄສະນາຊວນເຊື່ອຄືນໃໝ່
ໂດຍໃຊ້ໂທລະໂຄ່ງຢູ່ໄກ້ໆກັບຊາຍແດນ ລະຫວ່າງສອງກ້ຳ ບ່ອນ
|ທີ່ມີຄວາມເຂັ່ງຕຶງນັ້ນ.
ກຸງໂຊລໄດ້ໃຊ້ການກະຈາຍສຽງແບບນີ້ຄືນໃໝ່ເປັນເທື່ອ
ທຳອິດໃນຮອບນຶ່ງທົສວັດ ໃນການໂຕ້ຕອບຕໍ່ເຫດການລະເບີດ
ຝັງດິນໃນສັປດາແລ້ວນີ້ໃນເຂດປອດທະຫານກ້ຳເກົາຫຼີໃຕ້ບ່ອນ
ທີ່ໄດ້ເຮັດໃຫ້ທະຫານບາດເຈັບສອງຄົນນັ້ນ.
ກຸງປຽງຢາງ ທີ່ໄດ້ປະຕິເສດຂໍ້ກ່າວຫາ ວ່າໄດ້ຫ້າງລະເບີດທີ່
ວ່ານັ້ນ ໄດ້ກ່າວໃນວັນເສົາມື້ນີ້ວ່າ ການກະຈາຍສຽງໂຄສະນານັ້ນ ໄດ້ສ້າງຄວາມໂລດໂຜນໃຫຽ່ໂຕກ້າວໄປສູ່ການປະກາດສົງຄາມ.
ຕາມຖແລງການຄັ້ງນຶ່ງຂອງທາງການທະຫານເກົາຫຼີເໜືອນັ້ນແມ່ນວ່າ ຖ້າບໍ່ຢຸດເຊົາ
ປະກາດໂຄສະນາທັນທີ ມັນຈະເປັນຜົນໃຫ້ໂຕ້ຕອບ “ໂດຍເອົາບົດບາດທາງທະຫານທຸກຢ່າງເພື່ອຄວາມຍຸຕິທຳ ເພື່ອລະງັບທຸກວິທີທາງໃນສົງຄາມຈິຕວິທຍາຕໍ່ຕ້ານເກົາຫຼີເໜືອ” ນີ້.