ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ເລີ່ມ​ຕົ້ນ ກອງ​ປະ​ຊຸມ​ທີ່​ສຳ​ຄັນ ແຕ່ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ ກ່​ຽວ​ກັບ ທິດ​ທາງໃໝ່


ສະ​ມາ​ຊິກ​ພັກ ເກົາຫຼີ​ເໜືອ ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ ກຳ​ມະ​ກອນ ເກົາຫຼີ​. 29 ທັນ​ວາ, 2019.
ສະ​ມາ​ຊິກ​ພັກ ເກົາຫຼີ​ເໜືອ ເຂົ້າ​ຮ່ວມກອງ​ປະ​ຊຸມຄັ້ງ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ ກຳ​ມະ​ກອນ ເກົາຫຼີ​. 29 ທັນ​ວາ, 2019.

ເກົາຫຼີ​ເໜືອ ​ໄດ້ເລີ້ມ​ຕົ້ນ​ຕິດ​ຕາມ​ ​ກອງ​ປະ​ຊຸມ​ຂອງ​ພັກ​ການ​ເມືອງ​ທີ່​ປົກ​ຄອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ຢ່າງ​ໃກ້​ຊິດ ທີ່ນຳ​ພາ​ໂດຍທ່ານ ກິມ​ ຈົງ ອຶນ ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນ​ຂອງ​ລັດ​ຖະ​ບານ ທ່າມ​ກາງ​ສັນ​ຍານ​ຕ່າງໆທີ່​ບົ່ງຊີ້ວ່າ ​ພຽງ​ຢາງ​ ມີ​ກຳ​ນົດ​ຈະ​ປະ​ກາດທ່າ​ທີ່​ທີ່​ໜັກ​ແໜ້ນ​ຂຶ້ນກວ່າ​ເກົ່າຕໍ່ ​ສະ​ຫະ​ລັດ.

ເປັນ​ທີ່ຄາດ​ກັນ​ຢ່າງກວ້າງ​ຂວາງ​ວ່າ ​ທ່ານ​ກິມ ໃນ​ສັບ​ປະ​ດາ​ໜ້ານີ້ ຈະ​ປະ​ກາດ​ລາຍ​ລະ​ອຽດ ກ່​ຽວ​ກັບ​ “ວິ​ທີ​ທາງ​ໃໝ່” ​ສຳ​ລັບ​ເກົາຫຼີ​ເໜືອ ​ພາຍຫຼັງການ​ໝົດ​ອາ​ຍຸຂອງ​ຂີດ​ເສັ້ນ​ຕາຍ​ທ້າຍ​ປີ ທີ່​ຕົນ​ໄດ້​ກຳ​ນົດ​ໄວ້ ເພື່ອ​ໃຫ້​ ສະ​ຫະ​ລັດ ນຳສະ​ເໜີ​ຂໍ້​ຕົກ​ລົງ​ທີ່​ດີກວ່າ​ເກົ່າ​ສຳ​ລັບ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ທີ່​ບໍ່​ໄປ​ບໍ່​ມາ​ນັ້ນ.

​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ພັກ​ກຳ​ມະ​ກອນ​ຂອງ​ ເກົາຫຼີ​ເໜືອ ໂດຍສື່ ມວນ​ຊົນຂອງທາງ​ການ​ເກົາຫຼີ​ເໜືອ ບໍ່​ໄດ້ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ ​ທິດ​ທາງ​ຂອງ​ປະ​ເທດ​ຊາດ​ແຕ່​ຢ່າງ​ໃດ.

ອົງ​ການສູນ​ກາງຂ່າວ​ຂອງ​ທາງ​ການ​ ເກົາຫຼີ​ເໜືອ ຫຼື​ເອີ້ນ​ຫຍໍ້​ວ່າ KCNA ໄດ້​ກ່າວ​ເຖິງທ່າ​ທີທີ່​ວ່າ “ຕໍ່​ຕ້ານຈັກ​ກະ​ພັດ” ແລະ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ປ້ອງ​ກັນ​ຊາດ ​ຫາກແຕ່ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ​ຕື່ມ​ອີກ.

ອົງ​ການ​ຂ່າວ KCNA ໄດ້​ກ່າວ​ວ່າ “ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຈະສືບ​ຕໍ່​ໄປ” ​ຊຶ່ງປາ​ກົດ​ວ່າ ກອງ​ປະ​ຊຸມດັ່​ງ​ກ່າວ ແມ່​ນຈະ​ມີຫຼາຍ​ວັນ.

ເກົາຫຼີ​ເໜືອ ໄດ້​ຂວ້ຳ​ບາດ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ກັບ​ສະ​ຫະ​ລັດ ມາ​ໄດ້ຫຼາຍ​ເດືອນ ແລະ​ເມື່ອບໍ່​ດົນ​ມານີ້ ໄດ້​ຂົ່ມ​ຂູ່​ວ່າ ຈະກັບ​ຄືນ​ໄປ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ແລະ​ ລະ​ເບີດນິວ​ເຄ​ລຍ. ເຈົ້າ​ໜ້າ​ທີ່​ເກົາຫຼີ​ເໜືອທ່ານ​ນຶ່ງ ໄດ້​ກ່າວ​ເມື່ອ​ຕົ້ນ​ເດືອນ​ນີ້ວ່າ ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ ແມ່ນບໍ່​ຢູ່​ໃນ​ການ​ເຈ​ລະ​ຈາ​ອີກ​ຕໍ່​ໄປ.

ການ​ຂົ່ມ​ຂູ່​ເຫຼົ່າ​ນັ້ນ ໂດຍ​ສ່ວນ​ໃຫຍ່​ແລ້ວ ແມ່ນ​ໄດ້​ກ່າວ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ຕ່ຳ ຊຶ່ງ​ເປັນ​ການມອງ​ເຫັນ​ກັນ​ວ່າ ເປັນ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ເພີ້ມ​ການ​ກົດ​ດັນ​ຕໍ່​ສະ​ຫະ​ລັດ ກ່ອນ​ໜ້າ​ຂີດ​ເສັ້ນ​ຕາຍ​ຂອງ​ ເກົາຫຼີ​ເໜືອ​.

ການ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ປີ​ໃໝ່​ຂອງ​ທ່ານ​ກິມ ແມ່ນ​ຄາດ​ກັນ​ວ່າ ຈະ​ນຳ​ສະ​ເໜີຫລັກ​ຖານ​ຄວາມ​ໜັກ​ແໜ້ນ​ຫຼາຍ​ຂຶ້ນກວ່າ​ເກົ່າ ​ຕໍ່ທິດ​ທາງ​ຂອງ​ປະ​ເທດ​ຊາດ ໃນ​ປີ 2020. ໃນ​ການ​ກ່າວ​ຄຳ​ປາ​ໄສ​ເມື່ອ​ປີ​ກາຍນີ້ ທ່ານ​ໄດ້​ເຕືອນ​ກ່ຽວ​ກັບ “ວິ​ທີ​ທາງ​ໃໝ່” ຖ້າ​ຫາກ​ການ​ເຈ​ລະ​ຈາບໍ່​ມີ​ຄວາມ​ກ້າວ​ໜ້າ.

ເກົາຫຼີ​ເໜືອ ຍັງ​ໄດ້​ຂົ່ມ​ຂູ່​ວ່າ ຈະ​ນຳ​ສົ່ງ “ຂອງ​ຂວັນ​ຄ​ຣິ​ສ​ມັ​ສ” ໄປ​ໃຫ້​ສະ​ຫະ​ລັດ ທີ່​ເຮັດ​ໃຫ້​ບັນ​ດາ​ນັກ​ວິ​ເຄາະຫຼາຍ​ຄົນ ຄາດ​ຄະ​ເນ​ວ່າ ​ຈະ​ເປັນການ​ທົດ​ລອງ​ລູກ​ສອນ​ໄຟ​ຂອງເກົາຫຼີ​ເໜືອ​ໃນ​ວັນ​ຄ​ຣິ​ສ​ມັ​ສ. ແຕ່​ວັນ​ຄ​ຣິ​ສ​ມັ​ສ ກໍ​ໄດ້​ຜ່ານພົ້ນ​ໄປ ໂດຍບໍ່​ມີ​ຮ່ອງ​ຮອຍ​ໃດໆ​ຂອງ​ອັນ​ທີ່​ວ່າ “ຂອງ​ຂວັນ” ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG