ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີີເໜືອ ສະເໜີ ເປີດການພົບປະ ສຸດຍອດ ລະຫວ່າງ ສອງເກົາຫຼີ


ນ້ອງສາວຂອງກິມ ຈົງ ອຶນ ຍານາງກິມ ໂຢ ຈົງ ຍື່ນໜັງສື ທີ່ເຊັນໂດຍອ້າຍຂອງນາງ ໃຫ້ແກ່ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ ໃນລະຫວ່າງ ການພົບປະ ທີ່ທຳນຽບສີຟ້າ ໃນວັນເສົາ ທີ 10 ກຸມພາ 2018 ມື້ນີ້.
ນ້ອງສາວຂອງກິມ ຈົງ ອຶນ ຍານາງກິມ ໂຢ ຈົງ ຍື່ນໜັງສື ທີ່ເຊັນໂດຍອ້າຍຂອງນາງ ໃຫ້ແກ່ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ ໃນລະຫວ່າງ ການພົບປະ ທີ່ທຳນຽບສີຟ້າ ໃນວັນເສົາ ທີ 10 ກຸມພາ 2018 ມື້ນີ້.

ຜູ້ນຳຂອງເກົາຫຼີເໜືອ ໄດ້ເຊື້ອເຊີນຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ ໃຫ້ໄປຢ້ຽມຢາມເກົາຫຼີ
ເໜືອ ໃນເວລາທີ່ພວກຜູ້ນຳ ຂອງທັງສອງປະເທດ ເຫັນວ່າ ມີຄວາມສະດວກ.

ຍານາງກິມ ໂຢ ຈົງ ນ້ອງສາວ ຂອງທ່ານກິມ ຈົງ ອຶນ ໄດ້ທຳການເຊື້ອເຊີນດັ່ງກ່າວ ດ້ວຍຕົວຍານາງເອງ ລະຫວ່າງການພົບປະໃນວັນເສົາມື້ນີ້ ກັບປະທານາທິບໍດີມູນ
ແຈ ອິນ ຂອງເກົາຫຼີໃຕ້ ທີ່ທຳນຽບສີຟ້າ.

ທ່ານມູນ ແຈ ອິນ ປະທານາທິບໍດີເກົາຫຼີໃຕ້ກ່າວຕອບຕໍ່ການເຊື້ອເຊີນດັ່ງກ່າວນີ້ວ່າ “ຂໍໃຫ້ພວກເຮົາ ຈົ່ງເຮັດໃຫ້ການຢ້ຽມຢາມນີ້ເກີດຂຶ້ນ ໂດຍສ້າງເງື່ອນໄຂ ທີ່ຈຳເປັນ ໃນອະນາຄົດ.”

ພັກການເມືອງຕ່າງໆ ໃນເກົາຫຼີໃຕ້ ມີປະຕິກິລິຍາແບບປະສົມປະສານ ຕໍ່ການເຊື້ອ
ເຊີນຂອງເກົາຫຼີເໜືອ. ໂຄສົກຂອງພັກປະຊາທິປະໄຕຊຶ່ງເປັນພັກລັດຖະບານກ່າວ
ວ່າ ການພົບປະກັບເກົາຫຼີເໜືອ ຈະສ້າງແຮງກະຕຸ້ນທີ່ສຳຄັນຕໍ່ການສ້າງສັນຕິພາບ ໃນແຫຼມເກົາຫຼີ.

ແຕ່ບັນດາພັກຝ່າຍຄ້ານຮຽກຮ້ອງໃຫ້ລະມັດລະວັງແລະຍັງມີຄວາມສົງໄສກ່ຽວກັບ
ຄວາມຕັ້ງໃຈອັນແທ້ຈິງຂອງພຽງຢາງ ໃນການເຊື້ອເຊີນຜູ້ນຳເກົາຫຼີໃຕ້.

ໃນທາງການແລ້ວ ນ້ອງສາວຂອງກິມ ຈົງ ອຶນ ເດີນທາງໄປເກົາຫຼີໃຕ້ ໃນຖານະທີ່
ເປັນສ່ວນນຶ່ງຂອງຄະນະຜູ້ແທນລະດັບສູງເກົາຫຼີເໜືອເພື່ອເຂົ້າຮ່ວມພິທີເປີດການ
ແຂ່ງຂັນກິລາໂອລິມປິກ.

ແຕ່ແນວໃດກໍຕາມ ລາຍງານຂ່າວຂອງອົງການຂ່າວຢອນຮັບແຈ້ງວ່າ ຍານາງໄດ້
ເດີນທາງໄປເກົາຫຼີໃຕ້ ໃນຖານະ “ທູດພິເສດຂອງຜູ້ນຳເກົາຫຼີເໜືອ.”

ຍານາງ​ກິມ ​ໂຢ ຈົງ ຊຶ່ງ​ເປັນ​ສະມາຊິກໃນ​ຄອບຄົວຄົນທຳອິດຂອງລະບອບ​ທີ່​ປົກ
ຄອງເກົາຫຼີ​ເໜືອ ມາເປັນເວລາດົນນານ ໄດ້ເດີນທາງໄປຢ້ຽມຢາມ​ເກົາຫຼີ​ໃຕ້ ນັບ
​ແຕ່​ສົງຄາມ​ເກົາຫຼີ ​ແຕ່​ປີ 1950 ຫາ 1953 ​ໄດ້​ສິ້ນ​ສຸດ​ລົງ.

ຍານາງ ​ແລະ​ຄະນະ​ຜູ້​ຕິດ​ຕາມ​ ຮວມທັງ​ທ່ານ​ກິມ ຢົງ ນຳ ປະມຸກໃນທາງ​ພິທີ​ການ
ຂອງ​ເກົາຫຼີ​ເໜືອ ​ໄດ້ເຂົ້າຮ່ວມພິທີເປີດການແຂ່ງຂັນກິລາໂອລິມປິກໃນ​ວັນ​ສຸກ​ມື້​ນີ້
ແລະຄາດວ່າ ຈະຢູ່ທີ່ເກົາຫຼີໃຕ້ ໄປຈົນຮອດວັນອາທິດ.

ຍານາງ​ກິມ ​ໂຢ ຈົງ ​ເປັນ​ສະມາຊິກ​ຂັ້ນ​ສູງ​ ພັກກຳມະກອນເກົາຫຼີ​ເໜືອ ຊຶ່ງເປັນພັກ
ລັດຖະບານ ແລະເປັນ​ທີ່​ປຶກສາ​ຄົນ​ສຳຄັນ ໃຫ້​ແກ່​ອ້າຍ​ຂອງ​ຍານາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG