ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກກິມຈົງອິລບໍ່ມັກ ການໂອນອຳນາດໃຫ້ຄອບຄົວ


ລູກກິມຈົງອິລບໍ່ມັກ ການໂອນອຳນາດໃຫ້ຄອບຄົວ
ລູກກິມຈົງອິລບໍ່ມັກ ການໂອນອຳນາດໃຫ້ຄອບຄົວ

ລູກຊາຍກົກຂອງຜູ້ນຳເກົາຫຼີເໜືອ ທ່ານກິມຈົງອິລ ກ່າວວ່າ ທ່ານຄັດຄ້ານຕໍ່ການໂອນອຳນາດໃຫ້ແກ່ຄົນ​ລຸ້ນທີ 3 ຂອງຄອບຄົວທ່ານ.

ແຕ່ທ່ານ Kim Jong Nam ກ່າວໃນການໃຫ້ສຳພາດແກ່ ໂທລະພາບ Asahi ຂອງຍີ່ປຸ່ນວ່າ ເຖິງ​ແມ່ນ​ວ່າ ທ່ານຄັດ ຄ້ານຕໍ່ການສືບທອດອຳນາດດັ່ງກ່າວມັນກໍເປັນທີ່ຮັບເອົາໄດ້ ຢູ່ ຖ້າຫາກມີເຫດຜົນພາຍໃນທີ່ຈະຕ້ອງໄດ້ກະທໍາ​ເຊັ່ນນັ້ນ. ການໃຫ້ສຳພາດດັ່ງກ່າວ ມີຂຶ້ນທີ່ນະຄອນຫຼວງປັກກິ່ງໃນມື້ ວັນເສົາແລ້ວ ແລະອອກອາກາດ ໃນວັນອັງຄານມື້ນີ້.

ຮູບທ່ານ Kim Jong Nam ລູກຊາຍກົກຂອງທ່ານ ກິມຈົງອິລ ຜູ້ນຳເກົາຫຼີເໜືອ ຖ່າຍໃນລະຫວ່າງ ໃຫ້ສຳພາດ ແກ່ສື່ມວນຊົນເກົາຫຼີໃຕ້ ທີ່ມາກາວ (4 ມິຖຸນາ 2010)
ຮູບທ່ານ Kim Jong Nam ລູກຊາຍກົກຂອງທ່ານ ກິມຈົງອິລ ຜູ້ນຳເກົາຫຼີເໜືອ ຖ່າຍໃນລະຫວ່າງ ໃຫ້ສຳພາດ ແກ່ສື່ມວນຊົນເກົາຫຼີໃຕ້ ທີ່ມາກາວ (4 ມິຖຸນາ 2010)

ນ້ອງຊາຍຕ່າງມານດາຂອງທ່ານ Kim Jong
Nam ຄືທ້າວກິມຈົງອຸນ ໄດ້ຖືກແຕ່ງຕັ້ງໃນ
ເດືອນນີ້ ໃຫ້ເຂົ້າກຳຕຳແໜ່ງທີ່ສຳຄັນໆ
ໃນພັກຄອມມິວນິສເກົາຫຼີເໜືອ ຊຶ່ງເປັນຮ່ອງ
ຮອຍ ທີ່ສະແດງໃຫ້ເຫັນວ່າ ລາວໄດ້ຖືກ
ໃຫ້ເປັນຜູ້ສືບທອດອຳນາດ ຕໍ່ຈາກບິດາ
ຂອງລາວ.

ທ່ານ Kim Jong Nam ໃນຄັ້ງນຶ່ງເຄີຍຖືກ
ພິຈາລະນາວ່າ ມີທ່າທາງທີ່ຈະຖືກເລືອກໃຫ້
ເປັນຜູ້ສືບທອດອຳນາດ ແຕ່ມີລາຍງານວ່າ
ພໍ່ຂອງທ່ານໄດ້ປ່ຽນໃຈ ຫຼັງຈາກທ່ານຖືກຈັບໄດ້ ຂະນະທີ່ພະຍາຍາມຈະລັກລອບໄປທ່ຽວ ຍີ່ປຸ່ນ ໂດຍໃຊ້ໜັງສືເດີນທາງປອມ ໃນປີ 2001.

XS
SM
MD
LG