ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ປະນາມທ່ານ ທຣຳ ວ່າ ພະຍາຍາມ ຢຸດຢັ້ງໂຄງການ ນິວເຄລຍ ແລະ ລູກສອນໄຟ ຂອງເຂົາເຈົ້າ


ທະຫານ ເກົາຫຼີເໜືອ ເດີນສວນສະໜາມໃນລະຫວ່າງ ບັນດາ
ເຈົ້າໜ້າທີ່ ອອສເຕຣຍ ເດີນທາງຢ້ຽມຢາມບ້ານ ປານມຸນຈອມ, ເມືອງ ປາຈູ, ເກົາຫຼີໃຕ້. 12 ຕຸລາ, 2017.
ທະຫານ ເກົາຫຼີເໜືອ ເດີນສວນສະໜາມໃນລະຫວ່າງ ບັນດາ ເຈົ້າໜ້າທີ່ ອອສເຕຣຍ ເດີນທາງຢ້ຽມຢາມບ້ານ ປານມຸນຈອມ, ເມືອງ ປາຈູ, ເກົາຫຼີໃຕ້. 12 ຕຸລາ, 2017.

ເກົາຫຼີເໜືອ ໄດ້ກ່າວປະນາມປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນເສົາ
ວານນີ້ ສຳລັບການພະຍາຍາມທີ່ຈະຢຸດໂຄງການນິວເຄລຍ ແລະ ລູກສອນໄຟຂອງ
ເກົາຫຼີເໜືອ.

ກະຊວງການຕ່າງປະເທດ ເກົາຫຼີເໜືອ ໄດ້ອອກຖະແຫຼງການທາງການສະບັບທຳອິດ
ຂອງເຂົາເຈົ້າ ກ່ຽວກັບ ການເດີນທາງໄປ ເອເຊຍ ຂອງທ່ານ ທຣຳ, ໂດຍເວົ້າວ່າ ມັນ
“ແມ່ນການເດີນທາງຂອງຜູ້ກະຫາຍສົງຄາມ ເພື່ອການປະເຊີນໜ້າກັບປະເທດຂອງ
ພວກເຮົາ, ພະຍາຍາມທີ່ຈະລົບລ້າງກົດເກນອາວຸດນິວເຄລຍ ເພື່ອປ້ອງກັນຕົນເອງ
ຂອງພວກເຮົາ.”

ພຽງຢາງ ຍັງໄດ້ກ່າວຫາທ່ານ ທຣຳ ກ່ຽວກັບ ການພະຍາຍາມທີ່ຈະໂດດດ່ຽວເຂົາເຈົ້າ
ຈາກປະຊາຄົມນານາຊາດ ແລະ ສ້າງຄວາມອ່ອນ ແອໃຫ້ລັດຖະບານຂອງເຂົາເຈົ້າ.

ກະຊວງດັ່ງກ່າວເວົ້າວ່າ “ຄຳປາໄສທີ່ບໍ່ມີຫົວຄິດໂດຍຜູ້ເຖົ້າເສຍຈິດຄືທ່ານ ທຣຳ ຈະບໍ່
ມີວັນເຮັດໃຫ້ພວກເຮົາຢ້ານ ຫຼື ຢຸດຄວາມກ້າວໜ້າຂອງພວກເຮົາໄດ້.”

ຈຸດເພັ່ງເລັງສ່ວນໃຫຍ່ຂອງການເດີນທາງໄປ 5 ປະເທດໃນເອເຊຍ ແມ່ນ ກ່ຽວກັບ
ເກົາຫຼີເໜືອ. ທ່ານ ທຣຳ ໄດ້ກົດດັນປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຢ່າງເປັນການ
ສ່ວນຕົວ ກ່ຽວກັບ ບັນຫານິວເຄລຍຂອງ ເກົາຫຼີເໜືອ, ອີງຕາມການກ່າວຂອງບັນດາ
ເຈົ້າໜ້າທີ່ລັດຖະບານທ່ານ ທຣຳ. ອີງຕາມຄຳເວົ້າຂອງລັດຖະມົນຕີການຕ່າງປະເທດ
ທ່ານ ເຣັກສ ທິລເລີສັນ ນັ້ນ, ທ່ານ ທຣຳ ໄດ້ບອກທ່ານ ສີ ວ່າ, “ທ່ານແມ່ນຄົນທີ່ເຂັ້ມ
ແຂງ, ຂ້າພະເຈົ້າແນ່ໃຈວ່າທ່ານສາມາດແກ້ໄຂບັນຫານີ້ໄດ້ສຳລັບຂ້າພະເຈົ້າ.”

ທ່ານ ສີິ ຈິ່ນຜິງ ໄດ້ຮຽກຮ້ອງຄູ່ຮ່ວມຕຳແໜ່ງ ເກົາຫຼີໃຕ້ ໃນວັນເສົາວານນີ້ ໃຫ້ເປີດ
ການເຈລະຈາ ກັບ ເກົາຫຼີເໜືອ ເພື່ອຊ່ວຍຈັດການໄພຂົ່ມຂູ່ຕໍ່ຄວາມປອດໄພຈາກ
ເກົາຫຼີເໜືອ, ອີງຕາມລາຍງານຂອງອົງການຂ່າວ Reuters ທີ່ອ້າງອີງຄຳເວົ້າຂອງ
ອົງການຂ່າວ ຊິນຫົວ ຂອງລັດຖະບານ ຈີນ.

ນອກຈາກກອງປະຊຸມສຸດຍອດ APEC ໃນປະເທດ ຫວຽດນາມ ນັ້ນ, ມີລາຍງານວ່າ
ທ່ານ ສີ ໄດ້ສະໜັບສະໜູນປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ໃຫ້ພົວພັນກັບ
ເກົາຫຼີເໜືອ ຄືນ ໃນການພະຍາ ຍາມທີ່ຈະເຮັດໃຫ້ ເກົາຫຼີເໜືອ ສິ້ນສຸດໂຄງການນິວ
ເຄລຍ ແລະ ລູກສອນໄຟຂອງເຂົາເຈົ້າ, ເຊິ່ງໄດ້ລ່ວງລະເມີດມະຕິຂອງສະພາຄວາມ
ໝັ້ນຄົງອົງການສະຫະປະຊາຊາດ.

ບັນດາຜູ້ນຳ ເກົາຫຼີໃຕ້ ແລະ ຈີນ ໄດ້ເຫັນພ້ອມກັນ ກ່ຽວກັບ ຄວາມຕ້ອງການທີ່ຈະຫາ
ຂໍ້ແກ້ໄຂສັນຕິພາບ ຕໍ່ໄພຂົ່ມຂູ່ ເກົາຫຼີເໜືອ, ອີງຕາມລາຍງານຂອງໂຄສົກປະທານາທິ
ບໍດີ ເກົາຫຼີໃຕ້. ດັ່ງຜົນທີ່ອອກມາ, ໂຄສົກໄດ້ກ່າວວ່າ ທັງສອງປະເທດຈະພົວພັນກັນ
ໃນການເຈລະຈາທຸລະດັບ ທີ່ລະອຽດກວ່າເກົ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG