ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສົ່ງສັນຍານຄວາມພ້ອມ ກ່ຽວກັບອາວຸດໃນການເຮັດສົງຄາມ, ໂດຍບໍ່ສົນໃຈການເຈລະຈາ

ໃນຮູບທີ່ບໍ່ໄດ້ລະບຸວັນທີນີ້ ໄດ້ຮັບການເຜີຍແຜ່ຢ່າງເປັນທາງການໂດຍອົງການຂ່າວສູນກາງເກົາຫຼີເໜືອ (KCNA) ຂອງປະເທດເກົາຫຼີເໜືອ ເມື່ອວັນທີ 10 ຕຸລາ 2022, ເປີດເຜີຍໃຫ້ເຫັນຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ກໍາລັງຕິດຕາມເບິ່ງການຍິງລູກສອນໄຟເກົາຫຼີເໜືອ ຢູ່ໃນສະຖານທີ່ ທີ່ບໍ່ໄດ້ຮັບການເປີດເຜີຍ.

ເກົາຫຼີເໜືອກ່າວວ່າ ໄດ້ມີການຈໍາລອງການໂຈມຕີ ໃສ່ຍຸດທະສາດຊັບສິນຂອງເກົາຫຼີໃຕ້ ເຊິ່ງເປັນສ່ວນນຶ່ງຂອງການທົດລອງຍິງລູກສອນໄຟທີ່ບໍ່ເຄີຍມີມາກ່ອນ ເປັນເວລາຫຼາຍອາທິດ, ເຊັ່ນດຽວກັບການ​ຍິງໃນອັນທີ່ເກົາຫຼີເໜືອຮ້ອງວ່າ ລູກສອນໄຟຂີປະນາວຸດໄລຍະກາງໃນຮູບແບບໃໝ່ຂອງພາກພື້ນດິນ ສູ່ພື້ນດິນ ທີ່ຍິງ​ຂ້າມປະເທດຍີ່ປຸ່ນ.

ອົງການຂ່າວສູນກາງຂອງເກົາຫຼີເໜືອ ຫຼື KCNA, ແລະ​ໜັງ​ສື​ພິມ​ຂອງ​ພັກ ໂຣດົງ ຊິນມຸນ (Rodong Sinmun) ໃນວັນຈັນວານນີ້ ໄດ້ອອກບົດລາຍງານກ່ຽວກັບການສົມທຽບຕ່າງໆ ເຊິ່ງປະກາດວ່າ ທ່ານກິມ ຈົງ ອຶນ ຜູ້ທີ່ບໍ່ໄດ້ປາ ກົດໂຕຕໍ່ສາຍຕາຂອງສາທາລະນະເປັນເວລານຶ່ງເດືອນນັ້ນ ໄດ້ດໍາເນີນການຊີ້ ນໍາການຝຶກຊ້ອມທາງທະຫານຂອງກອງທັບປະຊາຊົນເກົາຫຼີ ຫຼື KPA.

ອີງຕາມການລາຍງານຂອງອົງ​ການ​ຂ່າວ ທາງການເກົາຫຼີເໜືອກ່າວວ່າ ໂດຍ ເລີ້ມແຕ່ວັນທີ 25 ກັນຍາ ຫາວັນທີ 9 ຕຸລາ, ການຝຶກຊ້ອມລູກສອນໄຟຂີປະນາວຸດທັງ 7 ຮອບ ໄດ້ມີການກວດກາ ແລະການປະເມີນກ່ຽວກັບ “ການດໍາເນີນການຂອງຍຸດທະສາດອາວຸດນິວເຄລຍ,” ພ້ອມກັບ “ຄວາມສາມາດໃນການຕອບໂຕ້ດ້ວຍອາວຸດນິວເຄລຍ” ຂອງກອງທັບ, ເຊິ່ງຈະເຮັດໜ້າທີ່ “ເປັນຜູ້ເຕືອນສັດຕູທີ່ຮຸນແຮງ.”

ພາບທີ່ກ່ຽວຂ້ອງເປີດເຜີຍໃຫ້ເຫັນລູກສອນໄຟຂີປະນາວຸດແບບໄລຍະໃກ້ ຫຼື SRBMs, ແຕກລະເບີດໃສ່ເປົ້າໝາຍຢູ່ເທິງອາກາດ, ພາກພື້ນດິນ ແລະໂດຍຜ່ານໂຄງການຍິງລູກສອນໄຟຫຼາຍໆລູກທີ່ມີ “ຂະໜາດໃຫຍ່,” ເຊິ່ງຮູ້ຈັກ​ຢ່າງເປັນທາງການໂດຍສະຫະລັດ ແລະເກົາຫຼີໃຕ້ ໃນຊື່ KN-25.

ໃນຮູບພາບທີ່ຖ່າຍເມື່ອວັນທີ 6 ຕຸລາ 2022, ແລະໄດ້ຮັບການເຜີຍແຜ່ຢ່າງເປັນທາງການໂດຍອົງການຂ່າວສູນກາງເກົາຫຼີເໜືອ (KCNA) ຂອງປະເທດເກົາຫຼີເໜືອ, ໄດ້ເປີດເຜີຍໃຫ້ເຫັນກອງປືນໃຫຍ່ໄລຍະໄກ ແລະຝູງບິນກອງທັບອາກາດ ທີ່ເປັນແນວໜ້າ ໃນລະຫວ່າງການຊ້ອມຍິງຈູ່ໂຈມ ຢູ່ໃນສະຖານທີ່ ທີ່ບໍ່ໄດ້ຮັບການເປີດເຜີຍ.

ໜ່ວຍປະຕິບັດການຍຸດທະສາດທາງດ້ານນິວເຄລຍຂອງເກົາຫຼີເໜືອ ໃຫ້ການຢືນຢັນກ່ຽວກັບຄວາມພ້ອມໃນການຕໍ່ສູ້ທາງນິວເຄລຍຂອງປະເທດ, ປະສິດທິ ພາບດ້ານການທະຫານ ແລະຄວາມສາມາດໃນການເຮັດສົງຄາມທີ່ແທ້ຈິງ, ອົງ​ການ​ຂ່າວທາງການຂອງລັດຖະບານກ່າວ ໃນລະຫວ່າງການນໍາສະເໜີເຖິງຄວາມສາມາດຂອງພວກເຂົາ ໃນການ “ຈູ່ໂຈມ ແລະທໍາລາຍລ້າງ” ໃສ່ເປົ້າ
ໝາຍຕາມເວລາ ແລະສະຖານທີ່ ທີ່ຕັ້ງໃຈໄວ້.

ຜູ້ນໍາຂອງເກົາຫຼີເໜືອ ໄດ້ກ່າວເຖິງການປະຕິເສດຕໍ່ຄໍາຮຽກຮ້ອງຈາກວໍຊິງຕັນ ແລະເກົາຫຼີໃຕ້ ເພື່ອກັບມາເຈລະຈາກັນ ໂດຍປາສະຈາກເງື່ອນໄຂໃດໆ, ເຊິ່ງທ່ານໄດ້ກ່າວວ່າ ບໍ່ມີຄວາມສໍາຄັນ ຫຼືຄວາມພໍໃຈໃນການປຶກສາຫາລືກັບ “ສັດຕູ.”

ແຕ່ທ່ານກິມ ໄດ້ຮຽກຮ້ອງໃຫ້​ສົ່ງ “ສັນຍານທີ່ແຈ່ມແຈ້ງຕໍ່ສັດຕູ ກ່ຽວກັບການເພີ້ມສະຖານະການຢູ່ໃນພູມິພາກ” ແທນ​ທີ່ວ່າ ເກົາຫຼີເໜືອເປັນປະເທດທີ່ມີອໍານາດ ແລະເດັດດ່ຽວທີ່ຈະຮັກສາ “ທ່າທີໃນການຮັບມືດ້ວຍອາວຸດນິວເຄລຍທີ່ເຂັ້ມແຂງ” ເພື່ອປົກປ້ອງສິດໃນການມີຊີວິດຢູ່​ລອດ​.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG