ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ກຳນົດມື້ ດຳເນີນຄະດີ ທ້າວ Miller ທີ່ພວມ ຖືກຄຸມຂັງ ເວລານີ້ (ວີດີໂອ)


ທ້າວ Matthew Todd Miller ໃຫ້ຄຳຖະແຫລງ ຢູ່ສະຖານທີ່ ບໍ່ເປີດເຜີຍແຫ່ງນຶ່ງ ໃນເກົາຫຼີເໜືອ, ວັນທີ 1 ສິງຫາ 2014.
ທ້າວ Matthew Todd Miller ໃຫ້ຄຳຖະແຫລງ ຢູ່ສະຖານທີ່ ບໍ່ເປີດເຜີຍແຫ່ງນຶ່ງ ໃນເກົາຫຼີເໜືອ, ວັນທີ 1 ສິງຫາ 2014.

ເກົາຫຼີເໜືອໄດ້ກຳນົດເອົາວັນທີ 14 ກັນຍາເປັນມື້ດຳເນີນຄະດີ
ທ້າວ Matthew Miller ນຶ່ງໃນຈຳນວນຊາວອາເມຣິກັນ 3 ຄົນ
ທີ່ຖືກຄຸມຂັງຢູ່ໃນປະເທດດັ່ງກ່າວ.

ອົງການຂ່າວສູນກາງ KCNA ຂອງທາງການເກົາຫຼີເໜືອ ໄດ້
ລາຍງານກ່ຽວກັບ ການດຳເນີນຄະດີ ໃນວັນອາທິດມື້ນີ້. ຜູ້ ຊາຍຈາກລັດຄາລີຟໍເນຍຄົນນີ້ໄດ້ຖືກຈັບ ໃນເດືອນເມສາຜ່ານ
ມາ ຫລັງຈາກມີການກ່າວຫາວ່າ ຜູ້ກ່ຽວໄດ້ຈີກວີຊ່າຂອງລາວ ຖິ້ມ ເວລາເດີນທາງໄປຮອດນະຄອນຫຼວງພຽງຢາງ ແລະໄດ້ຂໍລີ້ໄພ
ການເມືອງທີ່ນັ້ນ.

ທ້າວ Miller ແລະຊາວອາເມຣິກັນອີກ 2 ຄົນ ຄືທ່ານ Kenneth Bae ແລະ ທ່ານ
Jeffrey Fowle ໄດ້ຖືກນຳໂຕມາໃຫ້ສຳພາດແກ່ນັກຂ່າວອາເມຣິກັນເມື່ອ ໄວໆມານີ້
ແລະຮຽກຮ້ອງໃຫ້ສົ່ງ ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ໄປຢ້ຽມຢາມ ເກົາຫຼີເໜືອ ແລະ
ຮ້ອງຂໍໂດຍກົງເພື່ອໃຫ້ປ່ອຍໂຕພວກເຂົາເຈົ້າ.

ທ່ານ Bae ທີ່ຖືກຕັດສິນໂທດຈຳຄຸກ 15 ປີກ່າວວ່າ ສຸຂະພາບຂອງລາວພວມ ຊຸດໂຊມ
ລົງ ແລະທ້າວ Miller ກ່າວເຖິງສະຖານະການຂອງລາວວ່າ ຢູ່ໃນສະພາບສຸກເສີນຮີບ
ດ່ວນທີ່ສຸດ. ທ້າວ Miller ເວົ້າວ່າ ລາວຈະບໍ່ຮູ້ຂໍ້ຫາຕໍ່ລາວເທື່ອ ຈົນກວ່າມື້ຂຶ້ນສານ. ສ່ວນ
ທ່ານ Fowle ເວົ້າວ່າ ທ່ານບໍ່ມີບັນຫາຫຍັງກ່ຽວກັບ ການປະຕິບັດຕໍ່ທ່ານ ແຕ່ທ່ານກໍພວມ
ຕົກຢູ່ໃນສະພາບທີ່ໝົດຫວັງ ແລະພວມລໍຖ້າການດຳເນີນຄະດີ ເຊັ່ນດຽວກັນ.

ນັກຂ່າວຂອງ CNN ແລະອົງການຂ່າວ AP ທີ່ພວມຢູ່ໃນລະຫວ່າງ ການເດີນທາງໄປຢ້ຽມ
ຢາມເກົາຫຼີເໜືອຢ່າງເປັນທາງການ ກ່າວວ່າ ພວກເຂົາເຈົ້າໄດ້ຖືກ ຮຽກໃຫ້ໄປທຳການ
ສຳພາດແບບບໍ່ມີການແຈ້ງໃຫ້ຊາບລ່ວງໜ້າ ທີ່ນະຄອນຫຼວງ ພຽງຢາງ ໂດຍໃຫ້ເວລາໃນ
ການສຳພາດກັບບຸກຄົນທັງ 3 ຜູ້ລະ 5 ນາທີີ.

US Detainees Want Negotiators for Freedom in North Korea
please wait

No media source currently available

0:00 0:02:51 0:00

XS
SM
MD
LG