ບັນດານັກວິເຄາະໃນນະຄອນໂຊລ ແລະວໍຊິງຕັນ ກ່າວວ່າ ກອງປະຊຸມໃຫຍ່ຂອງພັກ ແຮງງານເກົາຫລີເໜືອ ໃນທ້າຍອາທິດນີ້ ແມ່ນຈະຖືກໃຊ້ເປັນເຄື່ອງມືທາງການເມືອງ ເພື່ອເສີມຂະຫຍາຍຄວາມເຂັ້ມແຂງໃຫ້ແກ່ ການປົກຄອງຂອງທ່ານ Kim Jong Un.
ກອງປະຊຸມໃຫຍ່ຄັ້ງທີເຈັດຂອງພັກແຮງງານເກົາຫລີເໜືອ ຊຶ່ງກຳນົດຈະເລີ້ມຂຶ້ນ ໃນວັນ ສຸກມື້ອຶ່ນນີ້ແມ່ນເປັນເທື່ອທຳອິດໃນຮອບເກືອບ 40 ປິ. ກອງປະຊຸມໃຫຍ່ດັ່ງກ່າວ ມີທ່າ ທາງວ່າຈະໃຊ້ເວລາຫຼາຍມື້. ເທົ່າທີ່ຜ່ານມາ ກອງປະຊຸມດັ່ງກ່າວແມ່ນມີບັນດາຜູ້ຕາງໜ້າ ຈາກທົ່ວໂລກເຂົ້າຮ່ວມ.
ໃນປີ 1980 ມີບັນດາຜູ້ຕາງໜ້າເກືອບ 180 ຄົນ ຈາກ 118 ປະເທດໄດ້ໄປຮ່ວມກອງປະ ຊຸມ. ເທື່ອນີ້ ແມ່ນຮູ້ກັນວ່າເກົາຫລີເໜືອໄດ້ເຊີນພຽງແຕ່ຜູ້ຕາງໜ້າຕ່າງປະເທດຈຳນວນ ນຶ່ງເຂົ້າຮ່ວມເທົ່ານັ້ນ. ເຖິງແມ່ນວ່າ ຈະບໍ່ມີການຈັດຂຶ້ນ ແບບໃຫຍ່ໂຕມະໂຫລານກໍ ຈິງ ແຕ່ກອງປະຊຸມໃຫຍ່ໃນຄັ້ງນີ້ ຈະມອບໂອກາດໃຫ້ທ່ານ Kim ຕົກເປັນຈຸດສູນກາງ ຢູ່ຕໍ່ ໜ້າຝູງຊົນ ພາຍໃນປະເທດ ເປັນຈຳນວນຫລວງຫລາຍ ຮວມທັງບັນດາຜູ້ຕາງໜ້າກວ່າ 3,000 ຄົນຈາກທົ່ວປະເທດ. ການເຕົ້າໂຮມໃນຄັ້ງນີ້ມີຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ເພີ້ມ ທະວີຂຶ້ນຢູ່ໃນແຫລມເກົາຫລີ ຫຼັງຈາກພຽງຢາງໄດ້ທົດລອງນິວເຄລຍໃນເດືອນມັງກອນ ຜ່ານມາ.
ທ່ານ Kim ຄາດວ່າ ຈະປະກາດກ່ຽວກັບນະໂຍບາຍທີ່ສຳຄັນໆ ລະຫວ່າງການເຕົ້າໂຮມ ກັນ ເຖິງແມ່ນວ່າສິ່ງທີ່ທ່ານ Kim ຈະຖະແຫຼງນັ້ນແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ. ທ່ານ Kim ເຂົ້າກຳອຳນາດໃນທ້າຍປີ 2011 ເວລາບິດາຂອງທ່ານແລະເປັນຜູ້ນຳເກົາຫລີເໜືອໃນເວລານັ້ນ ທ່ານ Kim Jong II ໄດ້ເຖິງ ແກ່ອະສັນຍະກຳຢ່າງກະທັນຫັນ. ນັກວິເຄາະບາງຄົນກ່າວວ່າ ກອງປະຊຸມໃຫຍ່ນີ້ມີທ່າທາງວ່າຈະເປັນພຽງສັນຍາລັກກ່ຽວກັບຂັ້ນຕອນ ເພື່ອຍົກລະດັບ ຖານະຂອງທ່ານ Kim ໂດຍໃຫ້ຂໍ້ສັງເກດວ່າ ທ່ານ Kim ໄດ້ກຳໜ້າທີ່ສູງສຸດຢູ່ໃນພັກ ແລະກອງທັບຢູ່ແລ້ວ.