ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສົ່ງບາລລູນ ທີ່ບັນຈຸອາຈົມ ເຂົ້າໄປໃນເກົາຫຼີໃຕ້


ຮູບພາບເດັ່ນ - ຮູບຖ່າຍໃນເອກະສານແຈກຢາຍນີ້ຖ່າຍໂດຍກະຊວງປ້ອງກັນປະເທດເກົາຫຼີໃຕ້ໃນລະຫວ່າງກາງຄືນຂອງວັນທີ 28 ຫາ 29 ພຶດສະພາ 2024 ແລະຖືກເຜີຍແຜ່ໃນວັນທີ 29 ພຶດສະພາ ໄດ້ສະແດງໃຫ້ເຫັນວັດຖຸທີ່ບໍ່ລະບຸຕົວຕົນທີ່ຕິດຢູ່ກັບບາລລູນ ຢູ່ເທິງຖະໜົນແຫ່ງນຶ່ງໃນເມືອງ ຊຸງນຳ.
ຮູບພາບເດັ່ນ - ຮູບຖ່າຍໃນເອກະສານແຈກຢາຍນີ້ຖ່າຍໂດຍກະຊວງປ້ອງກັນປະເທດເກົາຫຼີໃຕ້ໃນລະຫວ່າງກາງຄືນຂອງວັນທີ 28 ຫາ 29 ພຶດສະພາ 2024 ແລະຖືກເຜີຍແຜ່ໃນວັນທີ 29 ພຶດສະພາ ໄດ້ສະແດງໃຫ້ເຫັນວັດຖຸທີ່ບໍ່ລະບຸຕົວຕົນທີ່ຕິດຢູ່ກັບບາລລູນ ຢູ່ເທິງຖະໜົນແຫ່ງນຶ່ງໃນເມືອງ ຊຸງນຳ.

ບາລລູນຂອງເກົາຫຼີເໜືອໄດ້ຖິ້ມອາຈົມ ແລະຂີ້ເຫຍື້ອອື່ນໆ ລົງຕາມຖະໜົນຫົນທາງທີ່ແອອັດ, ຢູ່ຕໍ່ໜ້າບ່ອນຢູ່ອາໄສ, ແລະໃນບໍລິເວນອື່ນໆ ທົ່ວ ເກົາຫຼີໃຕ້ ໃນວັນພຸດມື້ນີ້, ອີງຕາມການລາຍງານຂອງສື່ທ້ອງຖິ່ນ ແລະກອງທັບເກົາຫຼີໃຕ້, ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ ຄັ້ງຫຼ້າສຸດຂອງພຽງຢາງ ກັບເພື່ອນບ້ານທາງພາກໃຕ້ຂອງຕົນ.

ຫົວໜ້າ​ເສນາ​ທິການ​ຮ່ວມ​ຂອງ​ເກົາຫລີ​ໃຕ້ ກ່າວ​ວ່າ ຕົນ​ໄດ້​ກວດ​ພົບບາລລູນ ​ປະມານ 260 ລູກ, ເຊິ່ງຢ່າງ​ໜ້ອຍ ​ບາງ​ໜ່ວຍຂອງພວກມັນ ​ມີ​ສິ່ງເປິະເປື້ອນ ແລະ​ຂີ້​ເຫຍື້ອ, ​ໂດຍ​ກ່າວ​ຫາວ່າ​ ​ເປັນ​ການ​ກະທຳທີ່ "​ໄຮ້​ມະນຸດສະທຳ ​ແລະ​ລະດັບຕ່ຳ" ຂອງເກົາຫລີ​ເໜືອ​.

ອົງການ​ຂ່າວ ຢອນຮັບ (Yonhap) ຂອງ​ເກົາຫຼີ​ໃຕ້​ ໄດ້ລາຍ​ງານ​ວ່າ ບາລລູນ​ບາງ​ໜ່ວຍບັນຈຸສານໃດນຶ່ງ, “​ເຊິ່ງເຖິງ​ແມ່ນວ່າ ຍາກ​ທີ່​ຈະ​ຢືນຢັນ​ໄດ້ກໍຕາມ, ​ແຕ່ສັນນິຖານ​ວ່າ ​ເປັນ​ອາຈົມ ​ຍ້ອນ​ມີ​ສີ​ເຂັ້ມ ​ແລະ ມີ​ກິ່ນ​ເໝັນ”.

ສື່​ມວນ​ຊົນ​ອື່ນໆ​ລາຍ​ງານ​ວ່າ ມີການພົບເຫັນບາລລູນດັ່ງກ່າວ ໄກອອກໄປທາງໃຕ້ ຈົນຮອດແຂວງ ແຈວລາ (Jeolla) ​ໃກ້​ກັບ​ພາກ​ໃຕ້ສຸດ​ຂອງ​ແຜ່ນດິນ​ໃຫຍ່​ຂອງ​ເກົາຫລີ​ໃຕ້ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ ບາລລູນ​ໄດ້​ແຜ່ກະຈາຍອອກ​ໄປ​ທົ່ວ​ປະ​ເທດ.

ຮູບ​ພາບ​ທີ່​ເຜີຍແຜ່ໂດຍກອງທັບ​ເກົາຫຼີ​ໃຕ້ ໄດ້​ສະ​ແດງ​ໃຫ້​ເຫັນ​ ​ຂີ້​ເຫຍື້ອຫຼາຍປະເພດ, ບາງ​ສ່ວນ​ປະສົມ​ກັບ​ສານ​ສີນ້ຳຕານ​ທີ່​ບໍ່​ໄດ້ຖືກລະບຸ, ວາງຢູ່​ທົ່ວ​ຖະໜົນ​ຫົນທາງ ​ແລະ ຢູ່ທາງ​ໜ້າລະບຽງ​, ລວມທັງ​ໃນນະຄອນຫຼວງ​ ໂຊລ. ຮູບ​ພາບນຶ່ງ ​ສະ​ແດງ​ໃຫ້​ເຫັນ​ອຸ​ປະ​ກອນ​ເອ​ເລັກ​ໂຕຣ​ນິກ, ເຊິ່ງ​ກອງທັບ​ກ່າວ​ວ່າ​ ໄດ້​ຖືກ​ອອກ​ແບບມາ​ເພື່ອເຮັດໃຫ້ບາລລູນພລາສຕິກທີ່ບາງ ແຕກ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG