ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ໃຊ້ຈ່າຍເງິນ ຈຳນວນຫຼວງຫຼາຍ ໃນການທົດລອງ ລູກສອນໄຟ


ການທົດລອງລູກສອນໄຟຂອງເກົາຫຼີເໜືອ
ການທົດລອງລູກສອນໄຟຂອງເກົາຫຼີເໜືອ

ເກົາຫຼີເໜືອ ​ໄດ້​ໃຊ້​ເງິນ​ເກືອບ 100 ລ້ານ​ໂດ​ລາ ​ໃສ່ການ​ທົດ​ລອງ​ລູກ​ສອນໄຟ ຫຼາຍ​ກວ່າ 30 ​ເທື່ອ ນັບ​ຕັ້ງ​ແຕ່ ທ່ານ Kim Jong Un ​ເຂົ້າ​ກຳ​ອຳນາດ​ໃນປີ 2011 ​ເປັນ​ຕົ້ນ​ມາ, ​ຊຶ່ງໄດ້​ມີ​ການ​ທົດ​ລອງລູກ​ສອນ​ໄຟ​ເພີ້ມຂຶ້ນ​ເປັນ​ເກືອບ​ສອງ​ເທົ່າ ​ຂອງ​ໄລຍະ 18 ປີ ​ເວລາ​ທີ່​ບິດາ ຂອງທ່ານ Kim Jong Un ກໍ​ຄື​ ທ່ານ Kim Jong Il ປົກຄອງ​ປະ​ເທດ.

ໜັງ​ສື​ພິມ Chosun Ilbo ຂອງ​ເກົາຫຼີ​ໃຕ້ ກະ​ປະມານວ່າ ລາຄາ​ຂອງລູກ​ສອນ​ໄຟເກົາຫຼີ ເໜືອ ​ອີງ​ຕາມໃນ​ອັນ​ທີ່​ໜັງສືພິມ​ກ່າວ​ວ່າ ເປັນລາຄາທີ່​ບັນດາ​ປະ​ເທດໃນຕາ​ເວັນ​ອອກ​ກາງ ​ໄດ້​ຈ່າຍ​ສຳ​ຫຼັບ​ອາວຸດ​ພວກ​ນີ້.

​ໃນ​ໄລຍະ​ຫຼາຍ​ກວ່າ 2 ທົດ​ສະ​ວັດຜ່ານ​ມານີ້ ເກົາຫຼີເໜືອມີລາ​ຍງານວ່າ ​ໄດ້​ຂາຍລູກ​ສອນໄຟເຫຼົ່າ​ນີ້ ຈຳນວນ​ຫຼາຍ​ຮ້ອຍລູກ ພ້ອມ​ທັງ​ອຸບປະກອນແລະ​ເທັກ​ໂນ​ໂລ​ຈີຕ່າງໆ ​ໃຫ້​ແກ່​ອີ​ຈິບ, ອີ​ຣ່ານ ລີ​ເບຍ, ປາ​ກິ​ສຖານ ຊິ​ເຣຍ ​ແລະ ສະຫະລັດອາຣັບ Emirates ​ແລະ ​ເຢ​ເມນ.

ທະຫານເກົາຫຼີໃຕ້ ເບິ່ງໂທລະພາບ ທີ່ສະແດງເຫັນພາບທີ່ນຳເຜີຍແຜ່ ໂດຍໜັງສືພິມ Rodong Sinmun ຂອງເກົາຫຼີເໜືອ ກ່ຽວກັບການທົດລອງອາວຸດນິວເຄລຍ.
ທະຫານເກົາຫຼີໃຕ້ ເບິ່ງໂທລະພາບ ທີ່ສະແດງເຫັນພາບທີ່ນຳເຜີຍແຜ່ ໂດຍໜັງສືພິມ Rodong Sinmun ຂອງເກົາຫຼີເໜືອ ກ່ຽວກັບການທົດລອງອາວຸດນິວເຄລຍ.

ກົາຫຼີເໜືອ ​ແມ່ນ​ສາມາດທຳ​ການຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຫຼາຍ​ຄັ້ງ ທີ່​ພາ​ໃຫ້​ມີ​ຄຳ​ຖາມກ່ຽວ​ກັບ​ວ່າ ການ​ລົງ​ໂທດ​ຢ່າງ​ແຂງ​ຂັນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ມີ​ຕໍ່ເກົາຫຼີເໜືອ ​ໃນ​ເດືອນ​ມີນາ​ຜ່ານ​ມາ​ ​ແມ່ນ​ມີປະສິດທິ​ຜົນ​ຫຼາຍ​ປານ​ໃດ ທີ່​ຮວມທັງ ການ​ຫ້າມ​ຂາຍອາວຸດ​ຍຸດ​ໂທ​ປະກອນ ​ແລະ​ການ​ຈຳກັດ​ຮັດ​ແຄບ​ໃນ​ການ​ຂາຍ​ນ້ຳ ມັນເຊື້ອໄຟ​ສຳ​ຫຼັບ​ເຮືອບິນ ຊຶ່ງເປັນ​ພະລັງງານ​ ​ທີ່​ໃຊ້​ໃນ​ຂັບ​ດັນຈະ​ຫລວດ.

ທ່ານ Boo Hyeong-wook ຫົວໜ້າ​ຝ່າຍ​ຄົ້ນຄວ້າຍຸດ​ທະ​ສາດ​ດ້ານ​ປ້ອງ​ກັນປະເທດ ທີ່​ສະ​ຖາ​ບັນວິ​ໄຈ​ຂອງ​ເກົາຫຼີໃຕ້ ​ໄດ້​ກ່າວ​ວ່າ ພຽງ​ຢາງ ​ແມ່ນ​ໄດ້ຮັບສ່ວນ​ປະກອບ​ຕ່າງໆຂອງ​ລູກ​ສອນ​ໄຟ ຜ່ານ​ທາງ​ການລົງ​ໂທດທີ່ບໍ່​ເຂັ້ມ​ງວດ​ ​ແລະຈາກ​ບັນດາ​ປະ​ເທດພາຄີ​ນາໆ​ຊາດ
ທີ່​ພ້ອມ​ທີ່ຈະຊ່ອຍ.

“ດັ່ງ​ທີ່​ສື່​ມວນ​ຊົນຂອງ​ອິນ​ເດຍ ​ໄດ້​ລາຍ​ງານ​ໃນ​ເດືອນມິຖຸນາຜ່ານ​ມາ ປາ​ກິ​ສຖານ ​ໄດ້ຈັດ​ສົ່ງ​ຫຼາຍໆ​ຊິ້ນສ່ວນ​ທີ່​ຈຳ​ເປັນ​ ສຳ​ຫຼັບອາ​ວຸດ​ທີ່​ມີ​ອະນຸ​ພາບ​ທີ່​ຮ້າຍ​ແຮງ ​ໃຫ້ ​ເກົາຫຼີ​ເໜືອ ຜ່ານ​ທາງ​ຈີນ ​ເພາະສະ​ນັ້ນ ​ໃນ​ສະຖານະ​ການ​ນີ້ ຂ້າພະ​ເຈົ້າ​ສົງ​ໄສ​ວ່າ ຈີນ ຍັງ​ບໍ່​ທັນ​ໄດ້​ເຂັ້ມ​ງວດ​ການ​ລົງ​ໂທ​ດ​ກ່ຽວ​ກັບ​ການ​ຊື້ຊິ້ນສ່ວນ​ຂອງ​ເກົາຫຼີເໜືອ ທີ່​ພະຍາຍາມຈະ​ໄດ້​ຮັບ​ມາ ນັ້ນ,” ຊຶ່ງ​ທ່ານ Hyeong-wook ​ໄດ້​ກ່າວ​ໄວ້”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG