ເກົາຫຼີເໜືອ ໄດ້ສົງຄະນະຜູ້ແທນໄປ ຈີນ, ຫວຽດນາມ ແລະ ລາວ ອີງຕາມ ອົງການຂ່າວ KCNA ທີ່ໄດ້ກ່າວໃນວັນສຸກທີ່ຜ່ານມາ ຂະນະທີ່ປະເທດທີ່ໂດດ ດ່ຽວແຫ່ງນີ້ ພວມຂະຫຍາຍການພົວພັນທາງດ້ານການທູດຂອງຕົນ ພາຍຫຼັງ ການປິດປະເທດຍ້ອນພະຍາດໂຄວິດ-19 ດັ່ງທີ່ອົງການຂ່າວຣອຍເຕີສ໌ ລາຍ ງານ.
ກຸ່ມດັ່ງກ່າວຈາກພັກກຳມະກອນຂອງເກົາຫຼີ ທີ່ປົກຄອງປະເທດໃນປັດຈຸບັນ ເຊິ່ງນຳພາໂດຍ ທ່ານ ກິມ ຊົງ ນາມ ສະມາຊິກສຳຮອງຂອງຄະນະກຳມະການ ກົມການເມືອງ ແລະທັງເປັນຜູ້ອຳນວຍການກົມຕ່າງປະເທດຂອງຄະນະກຳມະ ການສູນການພັກ ໄດ້ເດີນທາງໄປຮອດນະຄອນຫຼວງປັກກິ່ງໃນວັນພະຫັດທີ່ຜ່ານ ມາ, ອົງການຂ່າວ KCNA ໄດ້ກ່າວ.
ເຈົ້າໜ້າທີ່ອາວຸໂສຂອງເກົາຫຼີເໜືອ ໄດ້ພົບປະກັບ ຜູ້ນ້ຳຂັ້ນສູງລະດັບທີສີ່ໃນພັກ ຄອມມູນິສຂອງຈີນ ທ່ານຫວັງ ຮູໜິງ ພ້ອມດ້ວຍ ຫົວໜ້າກົມປະສານງານຕ່າງ ປະເທດຂອງພັກ ທ່ານຫລຸຍ ຈຽນຈາວ ອີງຕາມສື່ມວນຊົນຂອງທາງການຈີນ.
ທ່ານຫວັງ ໄດ້ກ່າວວ່າ ຈີນເຕັມໃຈທີ່ຈະທຳງານຮ່ວມກັບເກົາຫຼີເໜືອ ເພື່ອສົ່ງ ເສີມມິດຕະພາບ, ຄວາມສາມັກຄີໃຫ້ເລິກເຊິ່ງຂຶ້ນ ແລະການຮ່ວມມື, ເສີມສ້າງ ການສື່ສານດ້ານຍຸດທະສາດ ແລະຮ່ວມກັນສ້າງສະພາບແວດລ້ອມພາຍໃນໃຫ້ ສະຫງົບສຸກແລະໝັ້ນຄົງ ວິທະຍຸຂອງທາງການຈີນໄດ້ກ່າວເມື່ອຕອນແລງວັນ ພະຫັດ.
ທ່ານຫລິວ ໃນການພົບປະກັບທ່ານກິມຂອງທ່ານນັ້ນ ໄດ້ແລກປ່ຽນທັດສະນະ ຄະຕິຂອງກັນແລະກັນແບບລົງເລິກກ່ຽວກັບການເສີມສ້າງໃນການແລກປ່ຽນລະຫວ່າງພັກຮ່ວມກັນ ແລະພັດທະນາຄວາມສຳພັນໃນການຮ່ວມມືທີ່ເປັນມິດ ອີງຕາມອົງການຂ່າວຊິນຫົວຂອງທາງການຈີນ ທີ່ໄດ້ກ່າວໃນວັນສຸກຜ່ານມາ.
ໃນທັງສອງການພົບປະກັນນັ້ນ ບັນດາເຈົ້າໜ້າທີ່ ໄດ້ກ່າວກ່ຽວກັບການຈັດຕັ້ງ ປະຕິບັດຄວາມເຫັນດີເຫັນພ້ອມທີ່ໄດ້ບັນລຸຮ່ວມກັນໂດຍຜູ້ນຳຂັ້ນສູງຂອງພວກ ເຂົາເຈົ້າ.
ຟໍຣັມສະແດງຄວາມຄິດເຫັນ