ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ກ່າວວ່າ ເກົາຫຼີເໜືອ ເປັນ “ບັນຫາ ທີ່ຈະຕ້ອງໄດ້ຮັບ ການແກ້ໄຂ”

ປະທານາທິບໍດີ ດໍໂນລ ທຣຳ ຢືນຢູ່ດ້ານຫຼັງ ແລະ ໜ້າ ສະມາຊິກ ທະຫານກຽດຕິຍົດ ຂອງນາວິກະໂຍທິນ ຫຼື Marine ໃນຂະນະທີ່ ທ່ານຕ້ອນຮັບ ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ແລະທ່ານນາງ Sophie Gregoire Trudeau ໃນເວລາ ພວກເພິ່ນໄດ້ໄປເຖິງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 11 ຕຸລາ 2017.

ເມື່ອວັນພຸດວານນີ້ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ອະທິບາຍ ກ່ຽວກັບ
ລັກສະນະຂອງເກົາຫຼີເໜືອ ວ່າ ເປັນ “ບັນຫາທີ່ຈະຕ້ອງໄດ້ຮັບການແກ້ໄຂ.”

ທ່ານທຣຳ ເມື່ອຖືກຖາມເຖິງຄວາມຄິດທີ່ແຕກຕ່າງ ກັບລັດຖະມົນຕີການຕ່າງປະເທດ
ທ່ານ Rex Tillerson ກ່ຽວກັບວິທີທີ່ຈະຕອບໂຕ້ຕໍ່ພຽງຢາງນັ້ນ ທ່ານໄດ້ຕອບວ່າ “ຂ້າ
ພະເຈົ້າ ຮູ້ສຶກເຂັ້ມແຂງຂຶ້ນ ແລະເກັ່ງກ້າຂຶ້ນ ຫຼາຍກວ່າບຸກຄົນອື່ນໆ ກ່ຽວກັບເລື່ອງນີ້
ແຕ່ຂ້າພະເຈົ້າ ກໍຮັບຟັງໝົດທຸກຄົນ.”

ທ່ານປະທານາທິບໍດີ, ຢູ່ທີ່ຫ້ອງການຂອງທ່ານໃນທຳນຽບຂາວ ຄຽງຄູ່ກັບນາຍົກ
ລັດຖະມົນຕີ ການາດາ ທ່ານ Justin Trudeau ໄດ້ກ່າວຕື່ມວ່າ “ໃນທີ່ສຸດແລ້ວ
ຂ້າພະເຈົ້າຈະເຮັດໃນສິ່ງທີ່ຖືກຕ້ອງ ສຳລັບສະຫະລັດ ແລະ ແທ້ຈິງແລ້ວ ໃນ
ສິ່ງທີ່ຖືກຕ້ອງ ສຳລັບໂລກຂອງເຮົາ.”

ໃນຂະນະດຽວກັນ ລັດຖະມົນຕີການຕ່າງປະເທດຂອງເກົາຫຼີເໜືອກ່າວວ່າ ທ່ານ ທຣຳ
“ໄດ້ຈູດຄະນວນສົງຄາມ” ຢູ່ໃນແຫຼມເກົາຫຼີ ດ້ວຍຄຳຂົ່ມຂູ່ຂອງທ່ານທີ່ຈະ “ທຳລາຍ
ເກົາຫຼີເໜືອຢ່າງສິ້ນເຊີງ”
ຖ້າຫາກຖືກໂຈມຕີ.

ທ່ານທຣຳ ໄດ້ໃຫ້ຄຳເຫັນເຫຼົ່ານັ້ນ ຢູ່ໃນການກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາ
ໃຫຍ່ ອົງການສະຫະປະຊາຊາດ ເມື່ອເດືອນແລ້ວນີ້.

ລັດຖະມົນຕີການຕ່າງປະເທດ ຂອງເກົາຫຼີເໜືອ ທ່ານ Ri Yong Ho ກ່າວຖະແຫລງ ຢູ່ນອກ ໂຮງແຮມ ຂອງ ສປຊ, ໃນນະຄອນ New York, ວັນທີ 25 ກັນຍາ 2017.
ລັດຖະມົນຕີການຕ່າງປະເທດ ຂອງເກົາຫຼີເໜືອ ທ່ານ Ri Yong Ho ກ່າວຖະແຫລງ ຢູ່ນອກ ໂຮງແຮມ ຂອງ ສປຊ, ໃນນະຄອນ New York, ວັນທີ 25 ກັນຍາ 2017.

ລັດຖະມົນຕີການຕ່າງປະເທດ ຂອງເກົາຫຼີເໜືອ ທ່ານ Ri Yong Ho ໄດ້ກ່າວຕໍ່ອົງການ
ຂ່າວ Tass ຂອງຣັດເຊຍວ່າ “ພວກເຮົາສາມາດເວົ້າໄດ້ວ່າທ່ານທຣຳ ໄດ້ຈູດຄະນວນ
ຂອງສົງຄາມ ຕໍ່ຕ້ານພວກເຮົາ ດ້ວຍລັດທິທະຫານ ແລະຄວາມເພີ້ຝັນຂອງທ່ານ ໃນ
ການຖະແຫລງ ຢູ່ທີ່ອົງການສະຫະປະຊາຊາດ.”
ທ່ານ Ri ໄດ້ກ່າວອີກວ່າ ສະຫະລັດ
“ຕ້ອງທຳໂຕຢ່າງສົມເຫດສົມຜົນ ແລະຢຸດເຊົາການທ້າທາຍເກາະຜິດ” ກັບເກົາຫຼີເໜືອ.

ໃນຂະນະທີ່ ປະທານາທິບໍດີ ທຣຳ ໄດ້ໄຕ່ຕອງເບິ່ງຄວາມເປັນໄປໄດ້ ໃນການໂຈມຕີ
ທາງທະຫານ ຕໍ່ເກົາຫຼີເໜືອຢູ່ນັ້ນ ກອງທັບຂອງທ່ານ ພ້ອມດ້ວຍ ເກົາຫຼີໃຕ້ ແລະ ຍີ່ປຸ່ນ
ກໍໄດ້ທຳການສະແດງແສນຍານຸພາບຮ່ວມ ຕໍ່ພຽງຢາງ ດ້ວຍການຊ້ອມຍິງລູກສອນໄຟ
ຢູ່ນອກຊາຍຝັ່ງທາງກ້ຳຕາເວັນອອກແລະຕາເວັນຕົກ ຂອງແຫຼມເກົາຫຼີ ໃນວັນອັງຄານ
ຜ່ານມານີ້.

ເຮືອບິນຖິ້ມລະເບີດ ສະຫະລັດ B-1, ກາງ, ບິນຂ້າມຖານທັບອາກາດ Osan ພ້ອມກັບ ເຮືອບິນອາຍພົ່ນ ສະຫະລັດ ໃນເມືອງ Pyeongtaek ຂອງເກົາຫຼີໃຕ້, ວັນອັງຄານ ທີ 13 ກັນຍາ 2016.
ເຮືອບິນຖິ້ມລະເບີດ ສະຫະລັດ B-1, ກາງ, ບິນຂ້າມຖານທັບອາກາດ Osan ພ້ອມກັບ ເຮືອບິນອາຍພົ່ນ ສະຫະລັດ ໃນເມືອງ Pyeongtaek ຂອງເກົາຫຼີໃຕ້, ວັນອັງຄານ ທີ 13 ກັນຍາ 2016.

ທ່ານທຣຳ ໃນຂະນະທີ່ພົບປະກັບບັນດາສະມາຊິກ ທີມງານດ້ານຄວາມໝັ້ນຄົງແຫ່ງຊາດ
ຂອງທ່ານ ໄດ້ປຶກສາຫາລືກ່ຽວກັບ “ທາງເລືອກຕ່າງໆ ເພື່ອຕອບໂຕ້ຕໍ່ທຸກຮູບແບບ ໃນ
ການຮຸກຮານ ຂອງເກົາຫຼີເໜືອ ຫຼື ຖ້າຫາກຈຳເປັນ ກໍເພື່ອສະກັດກັ້ນ ບໍ່ໃຫ້ເກົາຫຼີເໜືອ
ຂົ່ມຂູ່ ສະຫະລັດ ແລະບັນດາພັນທະມິດຂອງຕົນ ດ້ວຍອາວຸດນິວເຄລຍ”
ອີງຕາມ
ການຖະແຫລງ ຂອງໂຄສົກທຳນຽບຂາວ ທ່ານນາງ Sara Huckabee Sanders.

ທ່ານ Daniel Pinkston ນັກວິເຄາະດ້ານຄວາມໝັ້ນຄົງໃນຂົງເຂດ ຢູ່ທີ່ມະຫາ
ວິທະຍາໄລ Troy ໃນນະຄອນຫຼວງໂຊລ ກ່າວວ່າ “ຂ້າພະເຈົ້າ ສັນນິດຖານວ່າ ອັນນີ້
ຕ້ອງເປັນການອ້າງເຖິງການສະກັດກັ້ນລ່ວງໜ້າ ຕໍ່ການໂຈມຕີຂອງເກົາຫຼີເໜືອ ທີ່
ອາດຈະມີຂຶ້ນໃນໃກ້ໆນີ້.”

ພວກຄົນຍ່າງທົ່ວໄປ ກຳລັງເບິ່ງການຖ່າຍທອດ ລາຍງານຂ່າວ ໃນນະຄອນຫຼວງໂຕກຽວ, ຫຼັງຈາກເກົາຫຼີເໜືອ ທົດລອງຍິງລູກສອນໄຟ ທີ່ບິນຜ່ານຂ້າມນານຟ້າຂອງຍີ່ປຸ່ນ, ວັນທີ 15 ກັນຍາ 2017.
ພວກຄົນຍ່າງທົ່ວໄປ ກຳລັງເບິ່ງການຖ່າຍທອດ ລາຍງານຂ່າວ ໃນນະຄອນຫຼວງໂຕກຽວ, ຫຼັງຈາກເກົາຫຼີເໜືອ ທົດລອງຍິງລູກສອນໄຟ ທີ່ບິນຜ່ານຂ້າມນານຟ້າຂອງຍີ່ປຸ່ນ, ວັນທີ 15 ກັນຍາ 2017.

ທ່ານປະທານາທິບໍດີ ຊຶ່ງຢູ່ໃນກອງປະຊຸມດັ່ງກ່າວ ໄດ້ຮັບການຊີ້ແຈງຈາກລັດຖະມົນຕີ
ປ້ອງກັນປະເທດ ທ່ານ James Mattis ແລະ ປະທານເສນາທິການ ຮ່ວມນາຍພົນ
Joseph Dunford ອີງຕາມທຳນຽບຂາວ.

ກອງປະຊຸມດັ່ງກ່າວ ມີຂຶ້ນພ້ອມໆກັນກັບ ການຊ້ອມລົບທາງອາກາດ ສອງຄັ້ງ ຢູ່ນອກຝັ່ງ
ທະເລຍີ່ປຸ່ນ ແລະ ທະເລເຫຼືອງ ໂດຍເຮືອບິນຖິ້ມລະເບີດຍຸດທະສາດ ແລະ ເຮືອບິນລົບ
ອາຍພົ່ນ ຂອງພັນທະມິດເຂົ້າຮ່ວມນຳ.

US NOKOR Correx
please wait
Embed

No media source currently available

0:00 0:00:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG