ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມິຖຸນາ ໒໐໒໔

ປະທານາທິບໍດີ ປູຕິນ ຂອງຣັດເຊຍ ມີແຜນຈະເດີນທາງໄປຮອດ ເກົາຫຼີເໜືອ ໃັນວັນອັງຄານນີ້


ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ, ຂວາ, ແລະ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ຈັບມືກັນ ໃນລະຫວ່າງ ການພົບປະກັນ ໃນນະຄອນວລາດີໂວສຕ໊ອກ (Vladivostok) ຂອງຣັດເຊຍ, ວັນທີ 25 ເມສາ 2019.
ແຟ້ມພາບ - ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ, ຂວາ, ແລະ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ຈັບມືກັນ ໃນລະຫວ່າງ ການພົບປະກັນ ໃນນະຄອນວລາດີໂວສຕ໊ອກ (Vladivostok) ຂອງຣັດເຊຍ, ວັນທີ 25 ເມສາ 2019.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແມ່ນ​ມີ​ກຳ​ນົດ​ທີ່​ເດີນ​ທາງ​ໄປຮອດ​ນະ​ຄອນຫຼວງ​ພຽງ​ຢາງໃນ​ວັນ​ອັງ​ຄານມື້ນີ້​ ສຳ​ລັບ​ການ​ຢ້ຽມ​ຢາມ​ທີ່​ບໍ່​ຄ່ອຍ​ເກີດ​ຂຶ້ນ ທີ່​ອາດ​ສົ່ງ​ຜົນ​ໃຫ້​ເກີດ​ການ​ເຊັນ​ “ສົນ​ທິ​ສັນ​ຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ,” ອີງ​ຕາ​ມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ວັງ​ເຄ​ຣັມ​ລິນ.

ໃນ​ການ​ຢ້ຽມ​ຢາມ​ທີ່​ຖືກ​ອະ​ທິ​ບາຍ​ດັ່ງ​ກັບ “ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ທາງ​ລັດ​ຖະ​ການ” ນັ້ນ, ການ​ເດີນ​ທາງ​ດັ່ງ​ກ່າວ​ ຈະ​ເປັນ​ການ​ຢ້ຽມ​ຢາມ​ ເກົາຫຼີ​ເໜືອ ​ຄັ້ງ​ທຳ​ອິດ​ຂອງ ​ທ່ານ ປູ​ຕິນ ໃນ​ຮອບ 24 ປີ​, ໃນ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ຈະ​ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ການ​ໂຈມ​ຕີ​ຢູ​ເຄ​ຣນ​ຂອງ​ທະ​ຫານ​ຂອງ​ທ່ານ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ເກົາຫຼີ​ໃຕ້ ໄດ້​ກ່າວ​ຫາ ພຽງ​ຢາງ ກ່ຽວ​ກັບ ການ​ສະ​ໜອງ​ປືນ​ໃຫຍ່​, ລູກ​ສອນ​ໄຟ ແລະ ອຸ​ປະ​ກອນ​ທາງ​ທະ​ຫານ​ອື່ນໆ​ໃຫ້ ຣັດ​ເຊຍ, ເຊິ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ຈະ​ໄດ້​ຮັບ​ການ​ຕອບ​ແທນ​ເປັນ​ເທັກ​ໂນ​ໂລ​ຈີ​ທາງ​ທະ​ຫານ​ທີ່​ສຳ​ຄັນ ແລະ ການ​ຊ່ວຍ​ເຫຼືອອື່ນໆ.

ທັງ ພຽງ​ຢາງ ແລະ ມົ​ສ​ກູ ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາກ່ຽວ​ກັບການ​ສົ່ງ​ອາ​ວຸດ​ຂອງ ເກົາ​ຫຼີ​ເໜືອ. ບັນ​ດາ​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ ຢູ​ເຄ​ຣນ ໄດ້​ບັນ​ທຶກ​ລູກ​ປືນ​ທີ່​ຜະ​ລິດ​ໂດຍ ເກົາຫຼີ​ເໜືອ ຢູ່ໃນ​ສະ​ໜາມ​ລົບ.

ທ່ານ ປູ​ຕິນ ແລະ ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ແມ່ນ​ຄາດ​ວ່າ ​ຈະ​ເຊັນ​ຂໍ້​ຕົກ​ລົງ​ຄູ່​ຮ່ວມ​ມື​ໃໝ່ ທີ່​ຈະ​ລວມ​ມີ​ບັນ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ, ອີງ​ຕາມ​ທີ່​ປຶກ​ສາ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ຢູ​ຣີ ອູ​ຊາກອ​ຟ.

ຣັດ​ເຊຍ ແລະ ເກົາຫຼີ​ເໜືອ ແມ່ນ​ລວມ​ຢູ່​ໃນ​ປະ​ເທດ​ທີ່​ຖືກ​ມາ​ດ​ຕະ​ການ​ລົງ​ໂທດຫຼາຍ​ທີ່​ສຸດ​ໃນ​ໂລກ.

ທ່ານ ລີ​ຟ ເອ​ຣິກ ອີ​ສ​ລີ, ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ອີ​ວາ ໃນ​ນະ​ຄອນຫຼວງ ໂຊ​ລ໌ ໄດ້​ກ່າວ​ວ່າ “ລາຍ​ຊື່​ຂອງ​ປະ​ເທດ​ທີ່​ຍິນ​ດີ​ຈະ​ຕ້ອນ​ຮັບ​ທ່ານ ປູ​ຕິນ ແມ່ນ​ສັ້ນ​ກວ່າ​ທີ່​ເຄີຍ​ມີ​ມາ, ແຕ່​ສຳ​ລັບ​ທ່ານ ກິມ ຈົງ ອຶນ ແລ້ວ, ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້​ແມ່ນ​ໄຊ​ຊະ​ນະ.”

ການ​ຄ້າ​ຂ້າ​ຍ​ອາ​ວຸດ​ປະ​ເພດ​ໃດ​ກໍ​ຕາມ​ລະ​ຫວ່າງ​ສອງ​ປະ​ເທດ​ດັ່ງ​ກ່າວ ​ຈະ​ເປັນ​ການ​ລ່ວງ​ລະ​ເມີດ​ມະ​ຕິຫຼາຍ​ສະ​ບັບ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ທີ່ ຣັດ​ເຊຍ ເຊິ່ງ​ແມ່ນ​ສະ​ມາ​ຊິກ​ຖາ​ວອນ​ໄດ້​ຮັບ​ຮອງ​ເອົາ.

Russian President Vladimir Putin is set to arrive in Pyongyang Tuesday for a rare visit that could result in the signing of a “strategic partnership treaty,” according to Kremlin officials.

Described as a “friendly state visit,” the trip will be Putin’s first to North Korea in 24 years as he looks to bolster support of his military offensive in Ukraine.

U.S. and South Korean officials have accused Pyongyang of providing Russia with artillery, missiles and other military equipment, possibly in return for key military technologies and aid.

Both Pyongyang and Moscow have denied accusations about North Korean weapons transfers; Ukrainian government officials have documented North Korean-made shells found on the battlefield.

Putin and North Korean leader Kim Jong Un are expected to sign a new partnership agreement that would include security issues, according to Russian foreign policy adviser Yuri Ushakov.

Russia and North Korea are among the most-sanctioned countries in the world.

“The list of countries willing to welcome Putin is shorter than ever, but for Kim Jong Un, this visit is a victory,” said Leif-Eric Easley, professor at Ewha University in Seoul.

Any kind of weapons trade between the two countries would violate several U.N. Security Council resolutions that permanent-member Russia endorsed.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG