ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ແມ່ນ​ການ​ໂຈມ​ຕີ​ແບບ​ຈຳ​ລອງ ຂະ​ນະ​ທີ່​ເກົາ​ຫຼີ​ໃຕ້​ພົບ​ເຫັນ​ຊິ້ນ​ສ່ວນ ຂອງ​ລູກ​ສອນ​ໄຟ


ຫໍ​ຍາມ​ຂອງ​ເກົາ​ຫຼີ​ເໜືອ​ແຫ່ງ​ນຶ່ງ ທີ່​ແນມ​ເຫັນ​ໃນ​ຮູບນີ້ ແມ່ນ​​ຢູ່​ໃກ້ໆ​ເຂດ​ປອດ​ທະ​ຫານ ທີ່​ແບ່ງ​​ສອງ​ເກົາ​ຫຼີ​ອອກ​ຈາກ​ກັນ ໃນ​ເມືອງ​ປາ​ຈູ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 4 ພະ​ຈິກ 2022.
ຫໍ​ຍາມ​ຂອງ​ເກົາ​ຫຼີ​ເໜືອ​ແຫ່ງ​ນຶ່ງ ທີ່​ແນມ​ເຫັນ​ໃນ​ຮູບນີ້ ແມ່ນ​​ຢູ່​ໃກ້ໆ​ເຂດ​ປອດ​ທະ​ຫານ ທີ່​ແບ່ງ​​ສອງ​ເກົາ​ຫຼີ​ອອກ​ຈາກ​ກັນ ໃນ​ເມືອງ​ປາ​ຈູ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 4 ພະ​ຈິກ 2022.

ເກົາ​ຫຼີ​ເໜືອ ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ຕົນ​ເມື່ອ​ໄວໆ​ມານີ້ ແມ່ນ​ເປັນ​ການ​ໂຈມ​ຕີ​ແບບ​ຈຳ​ລອງ​ ຕໍ່​ເກົາ​ຫຼີ​ໃຕ້​ແລະ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ປະ​ເທດ​ທັງ​ສອງ ຈັດ “ການ​ຊ້ອມ​ລົບ​ທາງ​ທະ​ຫານ​ທີ່​ເປັນ​ອັນ​ຕະ​ລາຍ” ໃນ​ຂະ​ນະ​ທີ່​ເກົາ​ຫຼີ​ໃຕ້​ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ​ເກົາ​ຫຼີ​ເໜືອ ໃກ້ໆ​ກັບ​ແຄມ​ຝັ່ງ​ທະ​ເລ​ຂອງ​ຕົນ.

ໃນ​ອາ​ທິດ​ແລ້ວນີ້ ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຫຼາຍໆ​ລູກ ຮວມ​ທັງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ​ທີ່​ອາດ​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວວ ແລະ​ຍິງ​ປືນ​ໃຫຍ່​ຫຼາຍ​ຮ້ອຍ​ລູກ​ອອກ​ໃສ່​ທະ​ເລ ໃນ​ຂະ​ນະ​ທີ່​ເກົາ​ຫຼີ​ໃຕ້​ແລະ​ສະ​ຫະ​ລັດ ທຳ​ການ​ຊ້ອມ​ລົບ​ທາງ​ອາ​ກາດ​ເປັນ​ເວ​ລາ 6 ມື້ ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ.

ເກົາ​ຫຼີ​ເໜືອ​ກ່າວ​ວ່າ ການ​ຊ້ອມ​ລົບ “Vigilant Storm” ເປັນ “ການ​ທ້າ​ທາຍ​ເກາະ​ຜິດ​ແບບ​ເປີດ​ເຜີຍ ທີ່​ແນ​ໃສ່​ເພື່ອ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ທະ​ວີ​ຂຶ້ນ​ດ້ວຍ​ຄວາມ​ຕັ້ງ​ໃຈ” ແລະ “ເປັນ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ທີ່​ເປັນ​ອັນ​ຕະ​ລາຍ​ແລະ​ມີ​ລັກ​ສະ​ນະ​ແບບ​ຮຸກ​ຮານ​ສູງ.”

ກອງ​ທັບ​ເກົາ​ຫຼີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ດຳ​ເນີນ​ກິດ​ຈະ​ການກ່ຽວ​ກັບ​ການ​ໂຈມ​ຕີ​ແບບ​ຈຳ​ລອງ​ຕໍ່​ຖານ​ທັບ​ອາ​ກາດ ແລະ​ເຮືອ​ບິນ ຕະ​ຫຼອດ​ທັງ​ຫົວ​ເມືອງ​ທີ່​ສຳ​ຄັນໆ​ຂອງ​ເກົາ​ຫຼີ​ໃຕ້ “ເພື່ອ​ທັບ​ມ້າງສັດ​ຕູ​ໃນ​ສົງ​ຄາມ​ດ້ວຍ​ອາ​ລົມ​ຮຸນ​ແຮງ​ທີ່​ລະ​ງັບ​ບໍ່​ໄດ້.”

ການ​ຍິງ​ລູກ​ສອນ​ໄຟ​ຫຼາຍໆ​ລູກພາຍ​ໃນ​ມື້​ດຽວ​ກັນແລະ​ມີ​ຂຶ້ນ​ໃນ​ປີ​ທີ່​ມີ​ການ​ຍິງ​ລູກສອນ​ໄຟ​ຫຼາຍ​ເປັນ​ປະ​ຫວັດ​ການ ໂດຍ​ເກົາ​ຫຼີ​ເໜືອ​ທີ່​ມີ​ອາ​ວຸດ​ນິວ​ເຄ​ລຍ.

ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ໃຕ້​ແລະ​ສະ​ຫະ​ລັດ​ກ່າວ​ວ່າ ເກົາ​ຫຼີ​ເໜືອ​ພວມ​ກະ​ກ​ຽມ​ທາງ​ດ້ານ​ເທັກ​ນິກ​ເພື່ອ​ທຳ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ ຊຶ່ງຈະເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ.

ນັກ​ການ​ທູດ​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ ຍີ່​ປຸ່ນ ແລະ​ເກົາ​ຫຼີ​ໃຕ​ໄດ້​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ ໃນ​ວັນ​ອາ​ທິດ​ວານນີ້ ແລະ​ໄດ້​ປະ​ນາມ​ການ​ຍິງ​ທົດ​ລອງ​ຂອງ​ເກົາ​ຫຼີ​ເໜືອ​ເມື່ອ​ໄວໆ​ມານີ້ ຮວມ​ທັງ​ການ​ຍິງ​ລູກ​ສອນ​ໄຟ “ແບ​ບ​ສ່ຽງ​ອັນ​ຕ​ະ​ລາຍ” ທີ່​ຕົກ​ລົງ​ຢູ່ນອກ​ຊາຍ​ຝັ່ງ​ຂອງ​ເກົາ​ຫຼີ​ໃຕ້​ເມື່​ອ​ອາ​ທິດ​ແລ້ວ ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່​ຂອງ​ເສ​ນາ​ທິ​ການ​ຮ່ວມ​ຂອງ​ເກົາ​ຫຼີ​ໃຕ້ ກ່າວ​ໃນ​ມື້ນີ້​ວ່າ ກຳ​ປັ່ນ​ຂອງ​ເກົາ​ຫຼີ​ໃຕ້​ໄດ້​ພົບ​ຊິ້ນ​ສ່ວນ​ທີ່​ເຊື່ອ​ວ່າ​ເປັນ​ຂອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້​ຂອງ​ເກົາ​ຫຼີ​ເໜືອ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ໄດ້​ຕົກ​ລົງ​ໃກ້​ກັບ​ເຂດ​ນ່ານ​ນ້ຳ​ຂອງ​ເກົາ​ຫຼີ​ໃຕ້.

ກຳ​ປັ່ນ​ກູ້​ໄພ​ຂອງ​ເກົາ​ຫຼີ​ໃຕ້ ໄດ້​ໃຊ້​ເຄື່ອງ​ຈັກ​ກູ້​ໄພ​ໃຕ້​ນ້ຳ​ເພື່ອ​ເກັບ​ກູ້​ເອົາ​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ​ເກົາ​ຫຼີ​ເໜືອ ຊຶ່ງ​ພວມ​ມີ​ການ​ວິ​ເຄາະ​ກັນ​ຢູ່ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG