ຄວາມພະຍາຍາມເທື່ອທີສອງຂອງເກົາຫຼີເໜືອທີ່ຈະສົ່ງດາວທຽມສອດແນມຂຶ້ນສູ່ວົງໂຄຈອນ ໄດ້ປະສົບກັບຄວາມລົ້ມແຫຼວໃນວັນພະຫັດມື້ນີ້ ຫຼັງຈາກຈະຫຼວດທີ່ຂັບດັນທ່ອນທີສາມປະສົບກັບບັນຫາ ລາຍງານຂ່າວຂອງທາງການເກົາຫຼີເໜືອກ່າວ ໃນຂະນະທີ່ເຈົ້າໜ້າທີ່ອະວະກາດເວົ້າວ່າ ຈະພະຍາຍາມອີກເທື່ອນຶ່ງ ໃນເດືອນຕຸລານີ້ ອິງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ການພະຍາຍາມເທື່ອທຳອິດໃນເດືອນພຶດສະພາກໍປະສົບກັບຄວາມລົ້ມແຫຼວເວລາຈະຫຼວດ ໂຄລລີມາ-1 (Chollima-1) ຕົກລົງໃສ່ທະເລ.
ການຍິງສົ່ງໃນຕອນເຊົ້າມືດ ມີຂຶ້ນໃນຊົ່ວໂມງທຳອິດ ຂອງໄລຍະເວລາ 8 ມື້ທີ່ເກົາຫຼີເໜືອໄດ້ກຳນົດໄວ້ສຳລັບຄວາມພະຍາຍາມ.
ປະເທດທີ່ມີອາວຸດນິວເຄລຍດັ່ງກ່າວ ພວມຊອກຫາຊ່ອງທາງທີ່ຈະສົ່ງດາວທຽມສອດແນມທະຫານໜ່ວຍທຳອິດຂຶ້ນສູ່ວົງໂຄຈອນ ໂດຍກ່າວວ່າ ໃນທີ່ສຸດຕົນຈະສົ່ງດາວທຽມຈຳນວນນຶ່ງຂຶ້ນສູ່ອະວະກາດເພື່ອຕິດຕາມເບິ່ງການເຄື່ອນໄຫວຂອງ ທະຫານສະຫະລັດ ແລະເກົາຫຼີໃຕ້.
ອົງການຂ່າວ KCNA ຂອງທາງການເກົາຫຼີເໜືອກ່າວກ່ຽວກັບການສົ່ງດາວທຽມ ໃນວັນພະຫັດມື້ນີ້ວ່າ “ການບິນຂອງຈະຫຼວດທ່ອນທີນຶ່ງ ແລະທີສອງໄດ້ເປັນໄປຢ່າງປົກກະຕິ ແຕ່ການສົ່ງໄດ້ປະສົບກັບຄວາມລົ້ມແຫຼວ ຍ້ອນຄວາມຜິດພາດໃນລະບົບການລະເບີດສຸກເສີນ ລະຫວ່າງການບິນຂອງທ່ອນທີສາມ.”
ກອງທັບເກົາຫຼີໃຕ້ກ່າວວ່າ ຕົນໄດ້ຕິດຕາມເບິ່ງການສົ່ງດາວທຽມດັ່ງກ່າວ ຈາກຖານສົ່ງດາວທຽມໂຊແຮແລະກໍໄດ້ສະຫຼຸບເຊັ່ນດຽວກັນວ່າ ມັນປະສົບກັບຄວາມລົ້ມແຫຼວ.