ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ເປີດເຜີຍວ່າ ທ່ານກິມເປັນຜູ້ກໍາກັບ ນໍາການຍິງທົດລອງ ລູກສອນໄຟນໍາວິຖີ


ແຟ້ມ-ຮູບພາບນີ້ ຖືກຖ່າຍໃນວັນທີ 8 ຕຸລາ 2022, ແລະຖືກເຜີຍແຜ່ໂດຍອົງການຂ່າວສູນກາງຂອງເກົາຫຼີເໜືອ ໃນວັນທີ 10 ຕຸລາ 2022, ໃຫ້ເຫັນຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ກາງ) ໃນການຝຶກຊ້ອມກ່ຽວກັບການໂຈມຕີທາງອາກາດ ຂະໜາດໃຫຍ່.
ແຟ້ມ-ຮູບພາບນີ້ ຖືກຖ່າຍໃນວັນທີ 8 ຕຸລາ 2022, ແລະຖືກເຜີຍແຜ່ໂດຍອົງການຂ່າວສູນກາງຂອງເກົາຫຼີເໜືອ ໃນວັນທີ 10 ຕຸລາ 2022, ໃຫ້ເຫັນຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ກາງ) ໃນການຝຶກຊ້ອມກ່ຽວກັບການໂຈມຕີທາງອາກາດ ຂະໜາດໃຫຍ່.

ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ເປັນ​ຜູ້​ກຳ​ກັບ​ນຳການຍິງລູກສອນໄຟ​ນຳ​ວິ​ຖີຍຸດທະສາດໄລຍະໄກສອງ​ລູກ, ​ລາຍ​ງານ​ຂອງ​ສື່ມວນ​ຊົນ​ທາງການໃນວັນພະຫັດມື້ນີ້, ໂດຍຮ້ອງການທົດງ​ລອງນີ້​ວ່າ​ເປັນ​ການຢືນຢັນຄວາມໜ້າເຊື່ອຖື ແລະການປະຕິບັດງານຂອງອາວຸດ ທີ່ມີຄວາມສາມາດ ສໍາລັບເອົາໄປໃຊ້ໃນໜ່ວຍງານຂອງກອງທັບ, ອີງຕາມອົງການຂ່າວຣອຍເຕີ້.

ອົງ​ການ​ຂ່າວ KCNA ​ຂອງທາງການເກົາຫຼີເໜືອ ກ່າວວ່າ ໄດ້ມີການທົດລອງຍິງລູກສອນໄຟໃນວັນພຸດວານນີ້ ເຊິ່ງມີເປົ້າໝາຍເພື່ອ “ເພີ້ມປະສິດທິພາບ ແລະຄວາມສາມາດໃນການຕໍ່ສູ້” ຂອງການດໍາເນີນງານໂດຍລູກ​ສອນ​ໄຟ​ນຳ​ວິ​ຖີ ສໍາລັບກອງທັບປະຊາຊົນເກົາຫຼີ “ໃນການປະຕິບັດງານ​ຂອງ​ລະ​ເບີດ​ນິວ​ເຄ​ລຍ​ສະ​ໜາມ”

ໂດຍເນັ້ນວ່າ ການທົດລອງຍິງດັ່ງກ່າວ ເປັນການເຕືອນຕໍ່ “ສັດຕູ” ຂອງພວກເຂົາຢ່າງແຈ່ມແຈ້ງ, ທ່ານກິມກ່າວວ່າ ປະເທດຂອງພວກເຂົາ “ຕ້ອງດໍາເນີນການ​ເພື່ອຂະຫຍາຍຂອບເຂດຂອງກອງກໍາລັງອາວຸດຍຸດທະສາດນິວເຄລຍ ເພື່ອຂັດຂວາງວິກິດການທາງທະຫານ ແລະວິກິດການສົງຄາມອື່ນໆ ພ້ອມທັງປະຕິບັດໃຫ້ຄົບຖ້ວນສົມບູນຕາມຄວາມຄິດເລີ້ມຕົ້ນຂອງພວກເຂົາ,” ອີງຕາມອົງການຂ່າວ KCNA.

ອົງການຂ່າວ KCNA ເປີດເຜີຍໃນວັນຈັນທີ່ຜ່ານມາວ່າ ທ່ານກິມ ໄດ້ໃຫ້ການແນະນໍາໃນວຽກງານການຝຶກຊ້ອມນິວເຄລຍສະ​ໜາມ ເຊິ່ງມີເປົ້າໝາຍໃສ່ປະເທດເກົາຫຼີໃຕ້ ໃນຊ່ວງສອງອາທິດທີ່ຜ່ານມາ ເພື່ອປະທ້ວງກ່ຽວກັບການຝຶກຊ້ອມທາງກໍາປັ່ນລົບຮ່ວມກັນລະຫວ່າງສະຫະລັດ ແລະເກົາຫຼີໃຕ້ ທີ່ກ່ຽວຂ້ອງກັບກໍາປັ່ນບັນທຸກເຮືອບິນ.

ອົງການຂ່າວ KCNA ໄດ້ລາຍງານວ່າ ການທົດລອງຍິງລູກສອນໄຟທັງສອງລູກໃນມື້ວັນພຸດວານນີ້ ໃຊ້ເວລາບິນ 10,234 ວິນາທີສໍາລັບ “ການໂຈມຕີໃສ່ເປົ້າ
ໝາຍ ທີ່ມີໄລຍະຫ່າງອອກໄປ 2,000 ກິໂລແມັດ ຫຼື 1,240 ໄມລ໌.”

ຍັງບໍ່ທັນເປັນທີ່ຈະແຈ້ງໃນທັນທີ ຖ້າຫາກວ່າການຍິງລູກສອນໄຟດັ່ງກ່າວນັ້ນ ໄດ້ຖືກຕິດຕາມໂດຍເຈົ້າໜ້າທີ່ຢູ່ໃນປະເທດເກົາຫຼີໃຕ້, ຍີ່ປຸ່ນ ຫຼືສະຫະລັດ, ເຊິ່ງມີການຕິດຕາມ ແລະເປີດເຜີຍຂໍ້ມູນກ່ຽວກັບການເຄື່ອນໄຫວກິດຈະກໍາທາງອາວຸດຕ່າງໆຂອງເກົາຫຼີເໜືອເປັນປະຈໍາ.

ເກົາຫຼີເໜືອ ໄດ້ທຳການທົດລອງຍິງລູກສອນໄຟ​ນຳ​ວິ​ຖີ “ຍຸດທະສາດ” ຄັ້ງທໍາອິດເມື່ອເດືອນກັນຍາປີ 2021, ເຊິ່ງໃນມຸມມອງຂອງບັນດານັກວິເຄາະແລ້ວ ມັນເປັນອາວຸດທີ່​ອາດມີຄວາມສາມາດທາງດ້ານນິວເຄລຍອັນທໍາອິດຂອງປະເທດ ໃນຊ່ວງເວລານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG