ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອກ່າວວ່າ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ສະເໜີໃຫ້ມີກອງປະຊຸມສຸດຍອດ


ພາບລວມຂອງສອງຜູ້ນໍາທີ່ຖືກສ້າງຂຶ້ນໃນວັນທີ 25 ມີນາ 2024, ສະແດງໃຫ້ເຫັນຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ຊ້າຍ, ແລະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ.
ພາບລວມຂອງສອງຜູ້ນໍາທີ່ຖືກສ້າງຂຶ້ນໃນວັນທີ 25 ມີນາ 2024, ສະແດງໃຫ້ເຫັນຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ຊ້າຍ, ແລະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ.

ເກົາຫຼີເໜືອໄດ້ກ່າວໃນວັນຈັນມື້ນີ້ວ່າ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມິໂອະ ກິຊີດະ ໄດ້ສະເໜີໃຫ້ມີກອງປະຊຸມສຸດຍອດ ກັບຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ.

ນ້ອງສາວຂອງທ່ານກິມ ແລະເຈົ້າໜ້າທີ່ອາວຸໂສທ່ານ​ນາງ ກິມ ໂຢ ຈອງ ໄດ້ມີ ຄວາມເຫັນກ່ຽວກັບເລື້ອງດັ່ງກ່າວ ທີ່ໄດ້ຖືກສົ່ງໄປໃຫ້ສື່ມວນຊົນຂອງທາງການ ອອກອາກາດ. ທ່ານນາງໄດ້ກ່າວວ່າ ທ່ານກິຊີດະ ໄດ້ໃຊ້ຊ່ອງທາງທີ່ບໍ່ໄດ້ຖືກ ລະບຸ ເພື່ອຖ່າຍທອດທ່າທີຂອງທ່ານທີ່ວ່າ ທ່ານຕ້ອງການພົບປະກັບ ທ່ານກິມ ຈົງ ອຶນ ດ້ວຍຕົນເອງໃນຕ້ອນຕົ້ນໆ.

ທ່ານ​ນາງ ກິມ ໂຢ ຈອງ ໄດ້ກ່າວວ່າ ຈະເປັນການປັບປຸງຄວາມສຳພັນລະ ຫວ່າງສອງປະເທດຫຼືບໍ່ນັ້ນ ຂຶ້ນຢູ່ກັບຍີ່ປຸ່ນ. ນ້ອງສາວຂອງທ່ານກິມ ຈົງ ອຶນ ໄດ້ກ່າວວ່າຖ້າທ່ານ ກິຊີດະ ຍັງຄົງປະຕິບັດຕາມການຊຸກຍູ້ຂອງທ່ານ ທີ່ຈະແກ້ ໄຂຂໍ້ກ່າວຫາ ກ່ຽວ​ກັບ ການລັກພາຕົວບັນດາຊາວຍີ່ປຸ່ນໂດຍເກົາຫຼີເໜືອ ທີ່ຜ່ານມານັ້ນ ທ່ານບໍ່ສາມາດຫລີກເວັ້ນການວິພາກວິຈານໄດ້ ທີ່ວ່າ ທ່ານພຽງແຕ່ຫາທາງເຈລະຈາເພື່ອສົ່ງເສີມຄວາມນິຍົມຂອງທ່ານເທົ່ານັ້ນ.

ນັກຊ່ຽວຊານບາງຄົນກ່າວວ່າ ເກົາຫຼີເໜືອ ກຳລັງຫາທາງເພື່ອປັບປຸງຄວາມ ສຳພັນກັບຍີ່ປຸ່ນ ອັນເປັນທາງນຶ່ງທີ່ຈະເຮັດໃຫ້ຄວາມສຳພັນທີ່ເປັນຄູ່ພາຄີ ດ້ານຄວາມໝັ້ນຄົງສາມຝ່າຍລະຫວ່າງ ໂຕກຽວ, ໂຊລ ແລະສະຫະລັດ ອ່ອນແອລົງ, ໃນຂະນະດຽວກັນ ທ່ານ ກິຊີດະ ຍັງຕ້ອງການໃຫ້ມີຄວາມ ສຳພັນກັບເກົາຫຼີເໜືອ ທີ່ດີຂຶ້ນກວ່າເກົ່າ ເພື່ອທີ່ຈະເພີ້ມຄະແນນຄວາມນິມຍົມ ຂອງທ່ານທີ່ພວມຕົກຕ່ຳລົງໃນປະເທດ.

ສະຫະລັດ ແລະເກົາຫຼີໃຕ້ ໄດ້ຂະຫຍາຍການຊ້ອມລົບດ້ານການທະຫານ ຂອງພວກເຂົາເຈົ້າ ແລະການຊ້ອມລົບສາມຝ່າຍ ທີ່ພົວພັນກັບຍີ່ປຸ່ນ ໃນການ ຕອບໂຕ້ຕໍ່ພຶດຕິກຳເກາະຜິດໃນການທົດລອງອາວຸດຫຼາຍຄັ້ງທີ່ຜ່ານມານັບຕັ້ງແຕ່ປີ 2022.

ເມື່ອຕອນເຊົ້າວັນຈັນມື້ນີ້ ສື່ມວນຊົນຂອງເກົາຫຼີເໜືອລາຍງານວ່າ ທ່ານ ກິມ ຈົງ ອຶນ ໄດ້ກຳກັບການຊ້ອມລົດຖັງ ແລະໄດ້ຊຸກຍູ້ກອງກຳລັງລົດຫຸ້ມເກາະ ຂອງທ່ານໃຫ້ມີຄວາມແມ້ນຢຳເພື່ອກຽມພ້ອມສຳລັບສົງຄາມ ໃນການປະເຊີນ ໜ້າກັບ ເກົາຫຼີໃຕ້ ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມຂຶ້ນນັບມື້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG