ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ກ່າວວ່າ ການຍິງສົ່ງດາວທຽມຂື້ນ ຄັ້ງຫຼ້າສຸດຂອງຕົນ ໄດ້ລະເບີດຂຶ້ນ ໃນກາງອາກາດ


ໜ້າຈໍໂທລະພາບ ສະແດງໃຫ້ເຫັນຮູບພາບຂອງການຍິງຈະຫຼວດຂຶ້ນຂອງເກົາຫຼີເໜືອ ໃນລະຫວ່າງການລາຍງານຂ່າວລາຍການນຶ່ງ ຢູ່ທີ່ສະຖານີລົດເມ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 27 ພຶດສະພາ 2024.
ໜ້າຈໍໂທລະພາບ ສະແດງໃຫ້ເຫັນຮູບພາບຂອງການຍິງຈະຫຼວດຂຶ້ນຂອງເກົາຫຼີເໜືອ ໃນລະຫວ່າງການລາຍງານຂ່າວລາຍການນຶ່ງ ຢູ່ທີ່ສະຖານີລົດເມ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 27 ພຶດສະພາ 2024.

ເກົາຫຼີເໜືອ ກ່າວວ່າ ຄວາມພະຍາຍາມຂອງຕົນ ໃນການຍິງສົ່ງດາວທຽມ ສອດແນມທາງທະຫານ ໜ່ວຍໃໝ່ ຂຶ້ນສູ່ວົງໂຄຈອນ ກໍໄດ້ຈົບລົງດ້ວຍຄວາມລົ້ມແຫຼວ ໃນວັນຈັນວານນີ້ ເມື່ອເຄື່ອງຈັກຂອງຈະຫຼວດ ທີ່ພັດທະນາຂຶ້ນໃໝ່ ໄດ້ລະເບີດຂຶ້ນ ໃນລະຫວ່າງການບິນຂຶ້ນຢູ່ນັ້ນ, ອີງຕາມອົງການຂ່າວ Reuters.

ຄວາມພະຍາຍາມດັ່ງກ່າວ ໄດ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກພຽງຢາງໄດ້ອອກຄຳເຕືອນວ່າ ຕົນຈະພະຍາຍາມຍິງດາວທຽມຂຶ້ນ ພາຍໃນວັນທີ 4 ມິຖຸນາ ເຊິ່ງຖືເປັນດາວທຽມສອດແນມໜ່ວຍທີສອງຂອງຕົນ ທີ່ຈະຢູ່ໃນວົງໂຄຈອນ.

ໃນທາງກົງກັນຂ້າມ, ການປ່ອຍຂຶ້ນດັ່ງກ່າວ ໄດ້ກາຍເປັນຄວາມລົ້ມແຫຼວຫຼ້າສຸດຂອງຝ່າຍເຫນືອ ທີ່ມີອາວຸດນິວເຄລຍ, ພາຍຫຼັງເກີດອຸບັດຕິເຫດຮ້າຍແຮງອີກສອງຄັ້ງເມື່ອປີກາຍນີ້. ປະເທດດັ່ງກ່າວ​ ໄດ້​ສົ່ງ​ດາວ​ທຽມ​ສອດ​ແນມ​ໜ່ວຍ​ທຳ​ອິດຂອງຕົນ ​ຂຶ້ນ​ສູ່​ວົງ​ໂຄຈອນໄດ້​ຢ່າງ​ສຳ​ເລັດ​ຜົນ​ ໃນ​ເດືອນ​ພະຈິກ.

"ການຍິງຈະຫຼວດບັນທຸກດາວທຽມລຸ້ນໃໝ່ຂຶ້ນ ໄດ້ປະສົບຄວາມລົ້ມແຫຼວ ເມື່ອມັນໄດ້ລະເບີດຂຶ້ນໃນກາງອາກາດ ໃນລະຫວ່າງການບິນຂຶ້ນໄລຍະທຳອິດ", ຮອງຜູ້ອຳນວຍການໃຫຍ່ອົງການເທັກໂນໂລຈີການບິນ ແລະອາວະກາດແຫ່ງຊາດຂອງເກົາຫຼີເໜືອ ກ່າວໃນລາຍງານທີ່ເຜີຍແຜ່ໂດຍສື່ມວນຊົນຂອງລັດ.

ບົດລາຍງານ ໄດ້ລະບຸວ່າ ການ​ວິ​ເຄາະ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ​ສາ​ເຫດ​ແມ່ນມາຈາກ​ເຄື່ອງ​ຈັກ​ຂອງ​ລູກ​ສອນ​ໄຟທີ່ໃຊ້​ນ້ຳ​ມັນເຊື້ອໄຟແຫຼວ​ທີ່ພັດ​ທະ​ນາຂຶ້ນ​ໃໝ່, ​ແຕ່​ສາ​ເຫດ​ທີ່​ເປັນ​ໄປ​ໄດ້​ອື່ນໆ​ ກໍຍັງຢູ່ໃນລະຫວ່າງການສືບ​ສວນ.

ເຈົ້າ​ໜ້າ​ທີ່​ເກົາຫຼີ​ໃຕ້ ​ແລະ​ຍີ່​ປຸ່ນ ​ໄດ້​ລາຍ​ງານກ່ອນໜ້ານີ້​ວ່າ​ ການ​ຍິງຂຶ້ນ​ດັ່ງກ່າວ​ເບິ່ງ​ຄື​ວ່າຈະລົ້ມແຫຼວ.

ເກົາຫຼີ​ເໜືອ​ໄດ້​ຍິງສົ່ງ​ລູກ​ສອນ​ໄຟ​ດັ່ງກ່າວຂຶ້ນ ຢູ່ເສັ້ນທາງກ້ຳ​ຝັ່ງ​ຕາ​ເວັນ​ຕົກ​ສຽງຂອງຕົນ ໃນ​ເວ​ລາ​ປະ​ມານ 10 ໂມງ 44 ນາ​ທີ ຕາມເວລາໃນທ້ອງຖິ່ນ, ຫົວໜ້າເສນາທິການຮ່ວມຂອງເກົາຫຼີໃຕ້ ຫຼື JCS ກ່າວ.

ແນວໃດກໍຕາມ, JCS ກ່າວ​ວ່າ ຕົນ​ໄດ້​ກວດ​ພົບ​ຊາກ​ຫັກ​ພັງ​ຈຳນວນຫຼາຍ​ຈາກ​ລູກ​ຈະຫຼວດດັ່ງກ່າວ ​ໃນ​ທະ​ເລ​ ພຽງ​ສອງ​ນາທີ​ຫຼັງ​ຈາກ​ການ​ຍິງ​ສົ່ງຂຶ້ນ.

ວັດຖຸທີ່ເກົາຫຼີເໜືອຍິງຂຶ້ນນັ້ນ ໄດ້ຫາຍສາບສູນໄປ ໃນທະເລເຫຼືອງ, ຫົວ​ໜ້າ​ຄະນະ​ລັດຖະບານ​ຍີ່ປຸ່ນ ທ່ານ ໂຢຊິມາຊະ ຮາຢາຊິ (Yoshimasa Hayashi) ກ່າວ​ຕໍ່​ບັນດາ​ນັກ​ຂ່າວ, ​ໂດຍໄດ້​ກ່າວຕື່ມ​ວ່າ ລັດຖະບານ ຄາດການວ່າ ບໍ່ມີຫຍັງໄດ້ເຂົ້າໄປສູ່ອາວະກາດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG