ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ກ່າວວ່າ ຕົນໄດ້ທົດລອງລູກສອນໄຟຂີປະນາວຸດໄລຍະກາງ ທີ່ໃຊ້ເຊື້ອໄຟແຂງ ລຸ້ນໃໝ່ ພ້ອມຫົວລົບທີ່ມີຄວາມໄວກວ່າສຽງ


ຮູບທີ່ຖ່າຍໃນວັນທີ 2 ເມສາ 2024 ແລະເຜີຍແຜ່ໂດຍອົງການຂ່າວສູນກາງຂອງເກົາຫຼີເໜືອ (KCNA) ໃນວັນທີ 3 ເມສາ ສະແດງໃຫ້ເຫັນການທົດລອງຍິງ ລູກສອນໄຟຂີປະນາວຸດໄລຍະກາງ ຊະນິດເຊື້ອໄຟແຂງ ຊະນິດໃໝ່ ຮວາຊອງໂພ-16ບີ (Hwasongpho-16B) ໃນເຂດນອກນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ.
ຮູບທີ່ຖ່າຍໃນວັນທີ 2 ເມສາ 2024 ແລະເຜີຍແຜ່ໂດຍອົງການຂ່າວສູນກາງຂອງເກົາຫຼີເໜືອ (KCNA) ໃນວັນທີ 3 ເມສາ ສະແດງໃຫ້ເຫັນການທົດລອງຍິງ ລູກສອນໄຟຂີປະນາວຸດໄລຍະກາງ ຊະນິດເຊື້ອໄຟແຂງ ຊະນິດໃໝ່ ຮວາຊອງໂພ-16ບີ (Hwasongpho-16B) ໃນເຂດນອກນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ.

ເກົາຫຼີເໜືອກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ທົດລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄວກວ່າສຽງ ໄລຍະ​ກາງ​ລຸ້ນໃໝ່ ທີ່ມີລະບົບຂັບເຄື່ອນທີ່ມີລັກສະນະເປັນທາດແຂງ ໃນຂະນະທີ່ຍັງສືບຕໍ່ຂະຫຍາຍໂຄງການນິວເຄລຍ ແລະລູກສອນໄຟຂອງຕົນ ທ່າມກາງຄວາມເຄັ່ງຕຶງທີ່ຮຸນແຮງຂຶ້ນ ກັບປະເທດເພື່ອນບ້ານ ແລະສະຫະລັດ, ອີງຕາມອົງການຂ່າວເອພີ.

ລາຍ​ງານ​ຂອງ​ສື່​ມວນ​ຊົນລັດຂອງ​ເກົາຫລີ​ເໜືອ ​ມີ​ຂຶ້ນ​ນຶ່ງ​ມື້​ ຫລັງ​ຈາກ​ທີ່ກອງທັບເກົາຫລີ​ໃຕ້ ​ແລະ​ຍີ່ປຸ່ນ​ໄດ້​ກວດ​ພົບ​ວ່າ ​ເກົາຫລີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຈາກ​ເຂດ​ພື້ນທີ່​ພາຍໃນປະເທດ ໃນບໍລິເວນອ້ອມນະຄອນຫຼວງຂອງຕົນ ທີ່ມຸ່ງໜ້າ​ໄປ​ສູ່​ທະ​ເລທາງພາກ​ຕາ​ເວັນ​ອອກ​ຂອງ​ຕົນ.

ສື່​ມວນ​ຊົນລັດຂອງ​ເກົາຫຼີ​ເໜືອ​ ກ່າວ​ວ່າ ການ​ທົດ​ລອງ​ຄັ້ງ​ນີ້ ຢູ່ພາຍໃຕ້ການ​ຄວບ​ຄຸມ​ຂອງ​ຜູ້​ນໍາ ກິມ ຈອງ ອຶນ (Kim Jong Un) ຜູ້ທີ່ອະທິບາຍວ່າ ​ລູກ​ສອນ​ໄຟທີ່​ມີ​ຊື່​ວ່າ ຮວາຊອງ - 16 ບີ (Hwasong-16B) ​ແມ່ນ​ເປັນສ່ວນສຳຄັນຂອງ​ການ​ປ້ອງກັນໃນສົງຄາມ​ນິວ​ເຄລຍ​ຂອງ​ຕົນ ຊຶ່ງ​ທ່ານ​ໄດ້​ປະຕິຍານ​ວ່າ​ ຈະສືບຕໍ່​ສ້າງ​ຂຶ້ນ​ຕື່ມ​ອີກ​ເພື່ອຕອບໂຕ້ ‘​ສັດຕູ’ ຂອງຕົນ, ເຊິ່ງໝາຍເຖິງສະຫະລັດ, ເກົາຫຼີໃຕ້ ແລະຍີ່ປຸ່ນ.

ທ່ານ ກິມ ອ້າງ​ວ່າ ປັດຈຸ​ບັນ ​ເກົາຫຼີ​ເໜືອ​ໄດ້​ພັດທະນາ​ລະບົບ​ເຊື້ອ​ໄຟແຂງ​ທີ່​ມີ​ຄວາມ​ສາມາດ​ດ້ານ​ນິວ​ເຄລຍ ​ສຳລັບ “ລູກ​ສອນ​ໄຟ​ຍຸດ​ທະ​ວິທີ, ປະຕິບັດ​ການ ​ແລະ ຍຸດ​ທະ​ສາດ​ທັງ​ໝົດ ​ທີ່​ມີ​ໄລຍະ​ຕ່າງກັນ” ອົງການຂ່າວສູນກາງຂອງເກົາຫຼີ ກ່າວ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເກົາຫຼີ​ເໜືອ​ໄດ້​ສຸມ​ໃສ່​ການ​ພັດທະນາ​ອາວຸດ​ຍຸດ​ໂທ​ປະກອນທີ່​ມີ​ລະບົບ​ຂັບ​ເຄື່ອນ​ເປັດທາດແຂງ​ທີ່ຕິດຕັ້ງໃສ່ ໃຫ້ຫຼາຍຂຶ້ນ​. ອາວຸດເຫຼົ່ານັ້ນແມ່ນເຄື່ອນຍ້າຍ ແລະ ເຊື່ອງໄດ້ງ່າຍກວ່າ ແລະສາມາດຍິງໄດ້ໄວກວ່າຂີປະນາວຸດທີ່ຂັບເຄື່ອນດ້ວຍທາດແຫຼວ, ເຊິ່ງຈໍາເປັນຕ້ອງໄດ້ຕື່ມເຊື້ອໄຟກ່ອນຍິງອອກໄປ ແລະບໍ່ສາມາດເປັນເຊື້ຶອໄຟຢູ່ໄດ້ເປັນເວລາດົນນານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG