ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີ​ເໜືອ​ພິຈາລະນາ ຈະ​​ປ່ຽນ​ເວລາ​​ຍິງ ​ລູກ​ສອນ​ໄຟໄລຍະ​ໄກ


ພາບດາວທຽມ ທີ່ສະແດງໃຫ້ເຫັນສະຖານທີ່ທົດລອງຍິງ ລູກສອນໄຟ Sohae ຂອງເກົາຫລີເໜືອ.
ພາບດາວທຽມ ທີ່ສະແດງໃຫ້ເຫັນສະຖານທີ່ທົດລອງຍິງ ລູກສອນໄຟ Sohae ຂອງເກົາຫລີເໜືອ.
ເກົາຫຼີ​ເໜືອ​ກ່າວ​ວ່າ​ຕົນ​ກໍາລັງ​ພິຈາລະນາຈະປ່ຽນ​ ເວລາ​ຂອງ​ການ​ຍິງ​ລູກ​ສອນ​ໄຟໄລຍະ​ໄກ​ລູກ​ນຶ່ງ ທີ່​ຕົນ​ໄດ້​ກໍານົດ​ໄວ້​ແຕ່​ຕົ້ນນັ້ນ ​ໃຫ້​ເປັນ​ໃນ​ລະຫວ່າງ​ວັນ​ທີ 10 ​ຫາ​ທີ 22 ​ເດືອນ​ທັນວາ​ນີ້.

ອົງການ​ຂ່າວ​ KCNA ຂອງ​ທາງ​ການ​ເກົາຫຼີ​ເໜືອ ​ເວົ້າ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ພວກ​ນາຍ​ຊ່າງ​ຂອງ​ຕົນ ກໍາລັງ​ໄກ່​ກອງ​ຢ່າງ​ລອບ​ຄອບ ວິທີ​ການ ທີ່​ຈະ​ປ່ຽນ​ເວລາ​ຂອງ​ການ​ຍິງ ຍ້ອນໄດ້ເກີດ​ບັນຫາ
ຫຼາຍຢ່າງ​ຂຶ້ນມາ ​ໃນ​ຂັ້ນ​ຕອນການ​ຕຽມພ້ອມ​ນັ້ນ.

​ອົງການ​ຄົ້ນ​ຄ້ວາ​ຂອງອະ​ເມ​ຣິກາ​ແຫ່ງ​ນຶ່ງ ​ເວົ້າ​ວ່າ ການ​ຕຽມ​ພ້ອມ​ຂອງ​ເກົາ ຫຼີ​ເໜືອ ​ເພື່ອ​ຍິງ​ລູກ​ສອນ​ໄຟຕາມ​ທີ່ໄດ້​ກໍານົດ​ໄວ້​ນັ້ນ ອາດໄດ້ຖືກ​ເຮັດ​ໃຫ້ ຊັກ​ຊ້າ​ໄປ ​ຍ້ອນຫິມະ​ຕົກ​ໜັກ​ເມື່ອ​ສອງ​ສາມ​ວັນ​ຜ່ານ​ມາ​ນີ້ຢູ່​ໃນ​ແຫລມ​ເກົາ ຫລີ. ສະ​ຖາ​ບັນ​ສະຫະລັດ-​ເກົາຫລີ ທີ່​ມະຫາວິທະຍາ​ໄລ Johns Hopkins ກ່າວ​ຕື່ມ​ວ່າ ພາບ​ຈາກ​ດາວ​ທຽມ​ສະ​ແດງ​ໃຫ້​ເຫັນ​ວ່າ ວຽກ​ງານ​ກະກຽມ​ຢູ່​ຖານ​ສົ່ງ​ດາວ​ທຽມ Sohai ກໍາລັງ​ດໍາ​ເນີນ​ໄປ “ຊ້າ​ລົງ​ກ່ວາ​ທີ່​ມີ​ລາຍ​ງານ​ມາ ກ່ອນ​ໜ້າ​ນີ້.”

ສ່ວນຍີ່ປຸ່ນນັ້ນ​ກໍ​ໄດ້​ກ່າວ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້​ວ່າ ຕົນ​ກໍາລັງ​ນໍາ​ເອົາ ລະບົບຕໍ່ຕ້ານ​ລູກ ສອນ​ໄຟຂອງ​ຕົນ ​ໄປ​ປະ​ຈໍາ​ການ​ຢູ່​ຈຸດ​ສໍາຄັນ​ຕ່າງໆ ​ເພື່ອ​ກຽມຮັບ​ມື​ກັບ​ການ​ປ່ອຍ​ຈະຫຼວດ ຂອງ​ເກົາຫຼີ​ເໜືອ​ດັ່ງກ່າວ ຊຶ່ງຕາມ​ກໍານົດ​ເວລາ​ໃນ​ປັດຈຸບັນ​ນີ້ ​ແມ່ນຈະ​ມີ​ຂຶ້ນຢ່າງ​ໄວ ໃນວັນ​ຈັນ​ມື້​ອື່ນ​ນີ້.

​ຂ່າວ​ໂທ​ລະ​ພາບ​ຍີ່ປຸ່ນ​ສະ​ແດງ​ໃຫ້​ເຫັນ​ພາບ ​ກໍ່າ​ປັ່ນ​ພິຄາດ ລຸ່ນອີຈິ​ສ ສາມ​ລໍາ ທີ່​ຕິດ​ຕັ້ງ​ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ SM-3 ນັ້ນ ກໍາລັງ​ມຸ້ງ​ໜ້າ ​ໄປຍັງ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ ​ແລະ​ທະ​ເລ​ຍີ່ປຸ່ນ.

ກໍ່າ​ປັ່ນ​ຕິດລະບົບຕໍ່ຕ້ານ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ Patriot ​ກໍໄດ້​ເດີນທາງ​ໄປ​ເຖິງເກາະ​ໂອ​ກິ​ນາວາ​ໃນ​ເວລາ​ຕໍ່​ມາ ຊຶ່ງ​ຢູ່​ໃນ​ເສ້ນທາງ​ຜ່ານ​ຂອງ​ລູກ​ສອນ​ໄຟ ທີ່​ເກົາຫລີ​ມີ​ແຜນ​ຈະ​ຍິງ​ນັ້ນ. ນອກ​ນີ້​ແລ້ວລະບົບ Patriot ຍັງ​ໄດ້ຖືກ​ນໍາ​ໄປ​ຕິດ​ຕັ້ງໄວ້​ຢູ່​ບໍລິ​ເວນ​ດ້ານຫຼັງຂອງກະ ຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ນະຄອນຫຼວງ​ໂຕ​ກຽວ.
XS
SM
MD
LG