ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຕິບັດການ ຊ່ອຍກູ້ໄພນ້ຳຖ້ວມ ໄດ້ເລີ້ມຕົ້ນ ຂຶ້ນແລ້ວ ໃນເກົາຫຼີເໜືອ


ປະຊາຊົນຊາວເກົາຫຼີເໜືອ ຢ່າງໄປຕາມຖະໜົນທີ່ຖືກນ້ຳຖ້ວມ.
ປະຊາຊົນຊາວເກົາຫຼີເໜືອ ຢ່າງໄປຕາມຖະໜົນທີ່ຖືກນ້ຳຖ້ວມ.

ຄວາມພະຍາຍາມໃນການຟື້ນຟູຂະໜາດໃຫຍ່ ທີ່ກ່ຽວພັນກັບປະຊາຊົນ 200,000 ຄົນ ພວມເລີ້ມຕົ້ນຂຶ້ນ ຢູ່ໃນເກົາຫຼີເໜືອ ຫຼັງຈາກທີ່ປະເທດດັ່ງກ່າວໄດ້ປະສົບກັບ ໄພນ້ຳຖ້ວມ ຢ່າງໜັກ ທີ່ໄດ້ເລີ້ມຂຶ້ນຕັ້ງແຕ່ ວັນທີ 30 ສິງຫາ ເປັນຕົ້ນມາ.

ເກືອບ 140 ຄົນ ໄດ້ເສຍຊີວິດແລ້ວ ຫຼາຍສິບພັນຄົນ ໄດ້ຖືກຍົກຍ້າຍຈາກຖິ່ນຖານ ແລະ ຢ່າງນ້ອຍ 400 ຄົນ ແມ່ນຍັງຫາຍສາບສູນ.

ພາບຈາກວີດີໂອ ໄດ້ຖືກເຜີຍແຜ່ ເມື່ອວັນທີ 12 ກັນຍາ 2016, ໂດຍນັກຂ່າວ ຂອງ KRT, ສະແດງໃຫ້ເຫັນ ປະຊາຊົນ ເກົາຫຼີເໜືອ ກຳລັງສ້າງກຳແພງກັ້ນນ້ຳ ຢູ່ຕາມແຄມແມ່ນ້ຳສາຍໜຶ່ງ.North Korean workers build levees along a river bank.
ພາບຈາກວີດີໂອ ໄດ້ຖືກເຜີຍແຜ່ ເມື່ອວັນທີ 12 ກັນຍາ 2016, ໂດຍນັກຂ່າວ ຂອງ KRT, ສະແດງໃຫ້ເຫັນ ປະຊາຊົນ ເກົາຫຼີເໜືອ ກຳລັງສ້າງກຳແພງກັ້ນນ້ຳ ຢູ່ຕາມແຄມແມ່ນ້ຳສາຍໜຶ່ງ.North Korean workers build levees along a river bank.

ປະມານ 140,000 ຄົນ ແມ່ນຢູ່ໃນສະພາບທີ່ຕ້ອງການຄວາມຊ່ອຍເຫຼືອດ່ວນ ດ້ວຍການ ສູນເສຍເຮືອນຊານຂອງພວກເຂົາເຈົ້າ ແລະ ເຄື່ອງຂອງສ່ວນຕົວຕ່າງໆໄປຈົນໝົດ ແລະ ອີກ 600,000 ຄົນ​ແມ່ນໄດ້ຮັບຜົນກະທົບ ຍ້ອນການສູນເສຍນ້ຳດື່ມ, ຜົນລະປູກໄດ້ຖືກ ທຳລາຍ ແລະ ການຂາດແຄນດ້ານການຮັກສາສຸຂະພາບ. ເຮືອນຫຼາຍສິບພັນຫຼັງ ແລະ ອາຄານອື່ນໆ ເຊັ່ນ ໂຮງຮຽນ ໄດ້ຖືກທຳລາຍ ທັງໝົດ ຫຼື ໃນບາງສ່ວນ.

ພື້ນຖານໂຄງຮ່າງ ທີ່ບໍ່ແໜ້ນໜາ ແລະ ການຕັດໄມ້ທຳລາຍປ່າ ໄດ້ເຮັດໃຫ້ປະເທດມີ ຄວາມສ່ຽງ ຕໍ່ໄພນ້ຳຖ້ວມ.

ທ່ານ Chris Staines ຫົວໜ້າ ສະຫະພັນກາແດງສາກົນ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ ພຽງ​ຢາງ ໄດ້ກ່າວຕໍ່ວີໂອເອວ່າ “ປະຊາຊົນ ໄດ້ສູນເສຍທຸກສິ່ງທຸກຢ່າງ ພວກເຂົາເຈົ້າ ສູນເສຍເຮືອນຊານ, ສູນເສຍເຄື່ອງນຸ່ງຫົ່ມ, ສູນເສຍສວນຄົວ, ສູນເສຍສັດລ້ຽງ ແລະ ສູນເສຍແຫລ່ງອາຫາການກິນ ຂອງພວກເຂົາເຈົ້າ.”

ທ່ານ Staines ໄດ້ກ່າວອີກວ່າ ຄວາມເປັນຫ່ວງທີ່ໃຫຍ່ທີ່ສຸດ ໃນປັດ ຈຸບັນນີ້ ແມ່ນການ ຫາທີ່ຢູ່ອາໄສຊົ່ວຄາວ ສຳລັບພວກຜູ້ເຄາະຮ້າຍ ທີ່ໄດ້ຖືກພັດພາກຈາກຖິ່ນຖານ ແຕ່ການ ທີ່ຈະເຂົ້າເຖິງນ້ຳສະອາດນັ້ນ ແມ່ນມີຈຳກັດຫຼາຍ ເຖິງຂັ້ນທີ່ເປັນອັນຕະລາຍ ແລະຄວາມ ສ່ຽງ ຕໍ່ພະຍາດຕິດຕໍ່ທັງຫຼາຍ ເຊັ່ນວ່າ ໂຣກຖອກທ້ອງ ແມ່ນຈະເພີ້ມຂຶ້ນຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

NOKOR Flooding
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG