ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ວ່າ ການເຈລະຈາ ເລື້ອງ ‘ປົດອາວຸດນິວເລຄຍ’ ອາດເປັນໄປໄດ້ ຖ້າຫາກ ‘ການຂົ່ມຂູ່’ ຖືກຖອນອອກ


ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນນະຄອນ ຮາໂນ່ຍ, ປະເທດຫວຽດນາມ, ວັນທີ 28 ກຸມພາ 2019.
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນນະຄອນ ຮາໂນ່ຍ, ປະເທດຫວຽດນາມ, ວັນທີ 28 ກຸມພາ 2019.

ເກົາຫຼີເໜືອ ກ່າວວ່າ ຕົນອາດເຕັມໃຈທີ່ຈະປຶກສາຫາລື ໃນເລື້ອງ “ການປົດອາວຸດ
ນິວເຄລຍ” ກັບ ສະຫະລັດ ຖ້າຫາກ “ໄພຂົ່ມຂູ່ ແລະອຸປະສັກ” ຕໍ່ຄວາມໝັ້ນຄົງ ແລະ
ການພັດທະນາຂອງຕົນ ທີ່ບໍ່ທັນໄດ້ລະບຸນັ້ນ ແມ່ນໄດ້ຖືກນຳຂຶ້ນມາແກ້ໄຂ.

ຄວາມເຫັນດັ່ງກ່າວອອກມາ ໃນວັນຈັນມື້ນີ້ ໂດຍກະຊວງການຕ່າງປະເທດຂອງ
ເກົາຫຼີເໜືອ ນຶ່ງວັນ ກ່ອນໜ້າຂອງອັນທີ່ບັນດາເຈົ້າໜ້າທີ່ສະຫະລັດ ຫວັງວ່າ ເປັນ
ການເລີ້ມຕົ້ນ ຂອງການເຈລະຈານິວເຄລຍ ລະດັບປະຕິບັດງານ ທີ່ໄດ້ຊັກຊ້າມາ
ເປັນເວລາຍາວນານ ກັບພຽງຢາງ.

ເມື່ອອາທິດແລ້ວນີ້ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຂອງເກົາຫຼີເໜືອ
ທ່ານໂຊ ຊັນ ຮຸຍ ໄດ້ກ່າວວ່າ ເກົາຫຼີເໜືອ ເຕັມໃຈທີ່ຈະຈັດ “ການປຶກສາຫາລືຢ່າງ
ຮອບດ້ານ” ກັບ ບັນດາເຈົ້າໜ້າທີ່ ສະຫະລັດ ພາຍໃນທ້າຍເດືອນນີ້.

ໃນຖະແຫລງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໂດຍອົງການສູນກາງຂ່າວ ຂອງ
ທາງການເກົາຫຼີເໜືອ ຫຼືເອີ້ນຫຍໍ້ KCNA ໃນວັນຈັນມື້ນີ້ ປາກົດວ່າ ກະຊວງການ
ຕ່າງປະເທດ ຂອງເກົາຫຼີເໜືອ ໄດ້ຍ້າຍວັນເວລາຂອງການເຈລະຈາ ທີ່ອາດເປັນໄປ
ໄດ້ນັ້ນ ຂຶ້ນ ໂດຍກ່າວເຖິງຖະແຫລງການທີ່ວ່າ ການເຈລະຈາ ຄາດກັນວ່າ ຈະໄດ້
ຈັດຂຶ້ນໃນບໍ່ເທົ່າໃດອາທິດ ຈະມານີ້.”

ຖະແຫລງການນີ້ ໄດ້ກ່າວອີກວ່າ “ການປຶກສາຫາລືຂອງການປົດອາວຸດນິວເຄລຍ
ອາດເປັນໄປໄດ້ ໃນເມື່ອ ໄພຂົ່ມຂູ່ ແລະອຸປະສັກ ທີ່ເປັນໄພອັນຕະລາຍ ຕໍ່ລະບົບ
ຄວາມໝັ້ນຄົງຂອງພວກເຮົາ ແລະການກີດຂວາງການພັດທະນາຂອງພວກເຮົາ
ແມ່ນໄດ້ຖືກຖອນອອກເປັນທີ່ຈະແຈ້ງ ໂດຍປາດສະຈາກຂໍ້ສົງໄສໃດໆທັງໝົດ.”

ຄວາມເຫັນທັງຫຼາຍດັ່ງກ່າວ ໂດຍຜູ້ອຳນວຍການໃຫຍ່ ຂອງກະຊວງການຕ່າງ
ປະເທດ ຂອງເກົາຫຼີເໜືອ ພະແນກຮັບຜິດຊອບກ່ຽວກັບສະຫະລັດ ໄດ້ເອີ້ນ
ການເຈລະຈາທີ່ຈະມີຂຶ້ນນັ້ນວ່າ “ເດັດຂາດ.”

ຖະແຫລງການ ໄດ້ກ່າວໂດຍໃຊ້ຄຳຫຍໍ້ຂອງຊື່ ທີ່ເປັນທາງການຂອງເກົາຫຼີເໜືອວ່າ
“ບໍ່ວ່າ ການເຈລະຈາລະຫວ່າງ DPRK ກັບ U.S. ຈະເປັນຈັ່ງໃດ ຈະເປັນປ່ອງຢ້ຽມ
ເພື່ອໃຫ້ໂອກາດ ຫຼື ເປັນວາລະອັນນຶ່ງ ທີ່ຈະຜ່ອນຄາຍວິກິດການນີ້ ກໍຂຶ້ນຢູ່ກັບ
ສະຫະລັດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG