ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ກ່າວວ່າ ການຮ່ວມມືກັບຣັດເຊຍ ແມ່ນເປັນເລື້ອງ 'ທຳ​ມະ​ຊາດ' ຂອງ​ປະ​ເທດ​ເພື່ອນ​ບ້ານ

ແຟ້ມພາບ - ເກົາຫຼີເໜືອ ໄດ້ຕໍາໜິຕິຕຽນປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ຢອລ (Yoon Suk Yeol) ໃນວັນທີ 25 ກັນຍາ 2023 ທີ່ໄດ້ວິພາກວິຈານການຮ່ວມມືຂອງຕົນກັບມົສກູ. ທ່ານຢຸນ ປະກົດໂຕໃນວັນທີ 15 ກັນຍາ 2023, ພາບຖ່າຍຫຼັງພິທີສະເຫຼີມສະຫຼອງວັນປົດປ່ອຍເກົາຫຼີໃຕ້ຈາກການປົກຄອງອານາຄົມຂອງຍີ່ປຸ່ນ.

ເກົາຫຼີເໜືອ ໃນວັນຈັນນີ້ ໄດ້ຕຳໜິຕິຕຽນປະທານາທິບໍດີເກົາຫຼີໃຕ້ ທ່ານຢຸນ ຊຸກ ຢອລ (Yoon Suk Yeol) ທີ່ໄດ້ວິພາກວິຈານການຮ່ວມມືຂອງຕົນກັບມົສກູ ພາຍຫຼັງການໄປຢ້ຽມຢາມຣັດເຊຍ ຂອງຜູ້ນຳປະເທດ ທ່ານກິມ ຈົງ ອຶນ (Kim Jong Un) ໂດຍກ່າວວ່າ ມັນເປັນເລື່ອງ “ທຳມະຊາດ” ແລະ “ປົກກະຕິ” ສຳລັບປະເທດເພື່ອນບ້ານ ທີ່ຈະຮັກສາຄວາມສຳພັນອັນໃກ້ຊິດ.

ທ່ານຢຸນ ກ່າວ​ຢູ່​ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ອາທິດ​ແລ້ວນີ້ ​ວ່າ ຖ້າຣັດ​ເຊຍ​ຊ່ວຍ​ເກົາຫລີ​ເໜືອ ​ເສີມ​ຂະຫຍາຍ​ໂຄງການ​ອາວຸດ​ ​ເພື່ອ​ຕອບ​ແທນ​ການ​ຊ່ວຍ​ເຫລືອ​ໃນ​ການເຮັດສົງຄາມ​ໃນ​ຢູ​ເຄຣນ, ນັ້ນ​ຈະ​ເປັນ "ການ​ຍຸຍົງ​ໂດຍ​ກົງ."

​ໃນ​ບົດ​ລາຍ​ງານ​ຂອງ​ອົງການ​ຂ່າວ KCNA, ເກົາຫລີ​ເໜືອ​ໄດ້​ປະນາມ​ທ່ານ ຢຸນ ​ໃນ​ການ​ໃສ່​ຮ້າຍ​ປ້າຍ​ສີ ​ການ​ຮ່ວມ​ມື​ທີ່​ເປັນ​ມິດ​ກັບຣັດ​ເຊຍ​ຢ່າງ​ຮ້າຍ​ແຮງ, ​ແລະ ກ່າວ​ວ່າ ທ່ານຢຸນ ກຳລັງເຮັດໜ້າທີ່ເປັນ “ກະບອກສຽງທີ່ດັງ” ໃຫ້​ສະຫະລັດ.

"ມັນເປັນເລື່ອງທໍາມະຊາດ ແລະເປັນເລື່ອງປົກກະຕິ ສໍາລັບປະເທດເພື່ອນບ້ານທີ່ຈະຮັກສາສາຍພົວພັນທີ່ໃກ້ຊິດລະຫວ່າງກັນ, ແລະບໍ່ມີເຫດຜົນທີ່ຈະຕ້ອງພິຈາ ລະນາໃຫ້ເຫດຜົນ ກ່ຽວກັບການປະຕິບັດດັ່ງກ່າວ," ລາຍ​ງານໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG