ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ກັກຂັງ ນັກທ່ອງທ່ຽວ ອາເມຣິກັນ ຄົນນຶ່ງ


ແຜນທີ່ເກົາຫລີເໜືອ
ແຜນທີ່ເກົາຫລີເໜືອ
ເກົາຫລີ​ເໜືອ ກ່າວ​ວ່າ ຕົນໄດ້​ກັກ​ຂັງ ນັກ​ທ່ອງ​ທ່ຽວ ອາ​ເມ
ຣິກັນຄົນ​ນຶ່ງ​ ໃນ​ວັນ​ທີ 10 ​ເດືອນ​ເມສາຜ່ານມາ ຍ້ອນໄດ້
ລ່ວງລະເມີດ ຢ່າງຮ້າຍແຮງ ​ຕໍ່​ກົດໝາຍຂອງ​ຕົນ.

ອົງການ​ຂ່າ​ວສູນກາງຂອງທາງການເກົາຫຼີເໜືອຫຼື KCNA ​
ລາຍ​ງານ​ວ່າ ທ້າວ Miller Matthew Todd ອາຍຸ 24 ປີ​
ໄດ້​ຈີກ​ວີຊ່າຂອງລາວຖິ້ມ​ໃນ​ຂະນະ​ທີ່​ເດີນທາງ​ເຂົ້າ​ໄປ​ເກົາ
ຫລີ​ເໜືອ ​ແລະ​ລາວ​ໄດ້​ຊອກ​ຫາ “ທີ່​ພັກ​ເຊົາ” ຢູ່​ໃນ​ປະ​ເທດ
ດັ່ງກ່າວ. ອົງການ​ຂ່າວ​ KCNA ກ່າວ​ວ່າພວກ​ເຈົ້າ​ໜ້າ​ທີ່ກຳ
ລັງ​ສືບສວນ​ເບິ່ງ “ຄວາມ​ປະພຶດແບບໃຈຮ້ອນ” ຂອງນັກ​
ທ່ອງ​ທ່ຽວຄົນນີ້ຢູ່ ​ໃນ​ຂະນະ​ທີ່​ຜ່ານ​ການ​ກວດ​ຄົນ​ເຂົ້າ​ເມືອງ.

ລາຍງານຂ່າວດັ່ງກ່າວນີ້​ໄດ້ມີ​ຂື້ນ ​ໃນ​ຂະນະ​ທີ່ປະທານາທິບໍດີສະຫະລັດ ທ່ານ
Barack Obama ​ພວມ​ຢ້ຽມຢາມ​ເກົາຫລີ​ໃຕ້ ​ເພື່ອ​ສົນທະນາ​ຫາລືກັບປະທາ ນາທິ
ບໍດີ Park Geun-hye.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ຕົນ​ຮູ້ເລື່ອງແລ້ວ​ກ່ຽວກັບ​ລາຍ​ງານດັ່ງ
ກ່າວ ​ແລະ​ໄດ້​ຕິດ​ຕໍ່​ກັບສະ​ວີ​ເດນ ຊຶ່ງເປັນ​ຜູ້​ຕາງໜ້າຂອງສະຫະລັດ​ໃນການດຳເນີນ
ການກ່ຽວກັບເລື່ອງຕ່າງໆ ທີ່​ພົວພັນ​ກັບຊາວ​ອາ​ເມຣິກັນ ​ຢູ່ໃນ ເກົາຫລີ​ເໜືອ.
XS
SM
MD
LG