ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ກິມ ຜູ້​ນຳຂອງ​ເກົາ​ຫຼີ​ເໜືອ ​ເຕືອນ​ວ່າ ຈະ​ໃຊ້​ນິວ​ເຄ​ລຍ ຖ້າ​ຫາກ​ຖືກຍົ້ວ​ຍຸ​ທ້າ​ທາຍ ໂດຍ​ນິວ​ເຄ​ລຍ


ເຮືອ​ບິນ​ຂອງ​ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ ແລະ​ຍີ່​ປຸ່ນ ບິນ​ຜ່ານ​ເກາະ​ເຈ​ຈູ ທາງ​ພາກ​ໃຕ້​ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 20 ທັນ​ວາ 2023. ສະ​ຫະ​ລັດ​ໄດ້​ສົ່ງ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ໄລ​ຍະ​ໄກ ໄປ​ຮ່ວມ​ການ​ຝຶກ​ຊ້ອມ ກັບ​ເກົາ​ຫຼີ​ໃຕ້​ແລະ​ຍີ່​ປຸ່ນ. (South Korea Defense Ministry via AP)
ເຮືອ​ບິນ​ຂອງ​ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ ແລະ​ຍີ່​ປຸ່ນ ບິນ​ຜ່ານ​ເກາະ​ເຈ​ຈູ ທາງ​ພາກ​ໃຕ້​ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 20 ທັນ​ວາ 2023. ສະ​ຫະ​ລັດ​ໄດ້​ສົ່ງ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ໄລ​ຍະ​ໄກ ໄປ​ຮ່ວມ​ການ​ຝຶກ​ຊ້ອມ ກັບ​ເກົາ​ຫຼີ​ໃຕ້​ແລະ​ຍີ່​ປຸ່ນ. (South Korea Defense Ministry via AP)

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ກ່າວ​ວ່າ ພຽງ​ຢາງ​ຈະ​ບໍ່​ມີ​ຄວາມ​ລັງ​ເລ​ໃຈ​ເລີຍ ທີ່​ຈະ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ ​ຖ້າ​ພວກ​ສັດ​ຕູ​ຫາກຍົ້ວ​ຍຸດ້ວຍ​ອາ​ວຸດ​ນິວ​ເຄ​ລຍ ສື່ມວນ​ຊົນ​ຂ​ອງ​ທາງ​ການ​ລາຍ​ງານ​ໃນ​ວັນ​ພະ​ຫັດ​ມື້ນີ້ ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ກິມ ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ໃນ​ລະ​ຫວ່າງ​ທີ່​ທ່ານ​ພົບ​ພໍ້ ​ກັບ​ພວກ​ທະ​ຫານ​ທີ່​ເຮັດ​ວຽກໃຫ້​ແກ່​ຫ້ອງ​ການ​ລູກ​ສອນ​ໄຟ​ຂອງ​ກອງ​ທັບແລະ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ພວກ​ເຂົາ ໃນ​ການ​ຝຶກ​ຊ້ອມ​ເມື່ອ​ໄວໆ​ມານີ້​ຂອງ​ພຽງ​ຢາງ ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ອົງ​ການ​ຂ່າວສູນ​ກາງ​ຫຼື KCNA ລາຍ​ງານ.

ທ່ານ​ກ່າວ​ວ່າ ການ​ທົດ​ລອງ​ດັ່ງ​ກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຈົງ​ຮັກ​ພັກ​ດີ ແລະ​ທ່າ​ທີ​ອັນ​ແຂງ​ຂັນ​ຂອງກອງ​ທັບ ແລະ​ແມ່ນ “ການ​ໃຫ້​ຄຳ​ອະ​ທິ​ບາຍ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ໃນ​ຮູບ​ແບບເພື່ອ​ຕອບ​ໂຕ້ແລະ​ວິ​ວັດ​ທະ​ນາ​ການ​ຂອງ​ຍຸດ​ທະ​ສາດ​ ແລະ​ທິດ​ສະ​ດີນິວ​ເຄ​ລຍ ​ຂອງ ສ​ປ​ປ ເກົາ​ຫຼີ ທີ່​ບໍ່​ມີ​ຄວາມ​ລັງ​ເລ​ໃຈ ແມ່ນ​ກະ​ທັງ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ ເວ​ລາ​ພວກ​ສັດ​ຕູຍົ້ວ​ຍຸ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ” ອົງ​ການ​ຂ່າວ KCNA ກ່າວ.

ສ​ປ​ປ ເກົາ​ຫຼີ​ແມ່ນ​ຊື່​ຫຍໍ້​ຢ່າງ​ເປັນ​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ເກົາ​ຫຼີ.

ເກົາ​ຫຼີ​ເໜືອ​ກ່າວ​ໃນ​ອາ​ທິດນີ້​ວ່າ ຕົນ​ໄດ້​ທຳ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ​ຫຼື ICBM ໃນ​ມື້​ວັນ​ຈັນ​ແລ້ວ ເພື່ອ​ປະ​ເມີນ​ເບິ່ງ​ຄວາມ​ພ້ອມ ​ໃນ​ການ​ກະ​ກຽມເຮັດສົງ​ຄາມ​ຂອງກອງ​ກຳ​ລັງ​ນິວ​ເຄ​ລຍ​ເພື່ອ​ຮັບ​ມື​ກັບ​ຄວາມ​ເປັນ​ປໍ​ລະ​ປັກ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG