ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານກິມ ຜູ້​ນຳເກົາຫຼີເໜືອ ສະແດງລູກສອນໄຟ ທີ່ຖືກຫ້າມ​ໂດຍ ສ​ປ​ຊ ຕໍ່ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງຣັດເຊຍ


ໃນຮູບທີ່ສະໜອງໃຫ້ໂດຍລັດຖະບານເກົາຫຼີເໜືອ, ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ຂວາ, ກັບຄະນະຜູ້ແທນຂອງຣັດເຊຍ ນໍາໂດຍລັດຖະມົນຕີປ້ອງ​ກັນ​ປະ​ເທດ ທ່ານເຊີເກ ຊອຍກູ, ໄປຢ້ຽມຢາມການສະແດງແສນຍານຸພາບຂອງອາວຸດ ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 26 ກໍລະກົດ 2023.
ໃນຮູບທີ່ສະໜອງໃຫ້ໂດຍລັດຖະບານເກົາຫຼີເໜືອ, ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ຂວາ, ກັບຄະນະຜູ້ແທນຂອງຣັດເຊຍ ນໍາໂດຍລັດຖະມົນຕີປ້ອງ​ກັນ​ປະ​ເທດ ທ່ານເຊີເກ ຊອຍກູ, ໄປຢ້ຽມຢາມການສະແດງແສນຍານຸພາບຂອງອາວຸດ ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 26 ກໍລະກົດ 2023.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍ ພ້ອມດ້ວຍຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ເຂົ້າຮ່ວມການສະແດງ​ແສນ​ຍາ​ນຸ​ພາບທີ່​ປະ​ກອບ​ດ້ວຍລູກສອນໄຟຂີປະນາວຸດທີ່ຖືກຫ້າມຂອງເກົາຫຼີເໜືອ ໃນຂະນະທີ່ປະເທດເພື່ອນບ້ານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເສີມ​ຂະ​ຫຍາຍຄວາມສໍາພັນຂອງພວກເຂົາ, ສື່ມວນຊົນຂອງລັດຖະບານເກົາຫຼີເໜືອ ລາຍງານໃນວັນພະຫັດມື້ນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.

ລັດຖະມົນຕີ​ປ້ອງກັນ​ປະ​ເທດຣັດເຊຍ, ທ່ານເຊີເກ ຊອຍກູ (Sergei Shoigu), ພ້ອມດ້ວຍຄະນະຜູ້ແທນຂອງຈີນ ເຊິ່ງລວມມີສະມາຊິກກົມການເມືອງສູນກາງພັກ​ຄົນ​ນຶ່ງ ໄດ້ເດີນທາງໄປຮອດເກົາຫຼີເໜືອໃນອາທິດນີ້ ເພື່ອຮ່ວມງານຄົບຮອບ 70 ປີຂອງການສິ້ນສຸດສົງຄາມເກົາຫຼີໂດຍສະເຫຼີມສະຫຼອງ “ວັນແຫ່ງໄຊຊະນະ” ຂອງເກົາຫຼີເໜືອ.

ລູກສອນໄຟດັ່ງກ່າວ ຖືກສັ່ງຫ້າມພາຍໃຕ້ມະຕິສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ເຊິ່ງຖືກນໍາມາໃຊ້ດ້ວຍການສະໜັບສະໜຸນຈາກ ຣັດເຊຍ ແລະ ຈີນ, ແຕ່ໃນອາທິດນີ້ ພວກເຂົາສະແດງໃຫ້ເຫັນເບື້ອງຫຼັງທີ່ພົ້ນເດັ່ນ ເພື່ອສະແດງອອກເຖິງຄວາມ​ເປັນ​ເອກ​ກະ​ພາບຂອງການຮ່ວມມືສາມປະເທດ ໂດຍແຂ່ງຂັນກັບສະຫະລັດ.

ທ່ານຊອຍກູ, ເປັນຄັ້ງທໍາອິດທີ່ເດີນທາງໄປຢ້ຽມຢາມເກົາຫຼີເໜືອ ​ໃນ​ນາມລັດຖ ະມົນຕີປ້ອງ​ກັນ​ປະ​ເທດຂອງຣັດເຊຍ ນັບຕັ້ງແຕ່ການຫຼົ້ມສະຫຼາຍ ຂອງສະຫະ ພາບໂຊຫວຽດ.

ສໍາລັບເກົາຫຼີເໜືອແລ້ວ, ການເດີນທາງໄປເຖິງປະເທດໂດຍຄະນະຜູ້ແທນຂອງ ຣັດເຊຍ ແລະ ຈີນ ໄດ້ກາຍມາເປັນຂີດ​ໝາຍຄັ້ງທໍາອິດຂອງພວກເຂົາ ໃນການເປີດປະ​ເທດສູ່ໂລກພາຍນອກ ນັບຕັ້ງແຕ່ການລະບາດໃຫຍ່ ຂອງໄວຣັສໂຄໂຣນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG