ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກິມ ຈົງ ອຶນ ກ່າວ​ວ່າ ຕົນ​ຈະ​ສົ່ງ​ດາວ​ທຽມ​ສອດ​ແນມ ຂຶ້ນ​ສູ່​ວົງ​ໂຄ​ຈອນ ເພື່ອ​ຕິດ​ຕາມ​​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານ ຂອງ ສ​ຫລ ແລະ​ພັນ​ທະ​ມິດ


ແຟ້ມ - ຜູ້​ຄົນ​ເບິ່ງ​ລາຍ​ງານ​ຂ່າວ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ທົດ​ລອງ ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 5 ມີ​ນາ 2022.
ແຟ້ມ - ຜູ້​ຄົນ​ເບິ່ງ​ລາຍ​ງານ​ຂ່າວ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ທົດ​ລອງ ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ໂຊ​ລ ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 5 ມີ​ນາ 2022.

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ ຈະ​ສົ່ງ​ດາວ​ທຽມ​ສອດ​ແນມ​ຈຳ​ນວນ​ນຶ່ງ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ໃນ​ໄລ​ຍະ​ສອງ​-ສາມ​ປີ​ຂ້າງໜ້ານີ້ ເພື່ອ​ສະ​ໜອງ​ຂໍ້​ມູນ​ຕາມ​ເວ​ລາ​ຈິງກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ລັດ​ແລະ​ປະ​ເທດ​ພັນ​ທະ​ມິດ ອີງ​ຕາມ​ລາຍ​ງານ​ຂ​ອງ​ອົງ​ການ​ຂ່າວ​ຣອຍ​ເຕີ້​ທີ່​ອ້າງຄຳ​ເວົ້າສື່ມວນ​ຊົນທາງ​ການ​ເກົາ​ຫຼີ​ເໜືອ.

ໃນ​ຂະ​ນະ​ທີ່​ໄປ​ກວດ​ກາ ​ອົງ​ການ​ຄຸ້ມ​ຄອງ​ການ​ພັດ​ທະ​ນາ​ອະ​ວະ​ກາດ​ແຫ່ງ​ຊາດ​ຂອງ​ເກົາ​ຫຼີ​ເໜືອນັ້ນ ທ່ານ​ກິມ​ເວົ້າ​ວ່າ ຈະ​ມີ​ການ​ສົ່ງ​ດາວ​ທຽມ​ສອດ​ແນມ​ທາງ​ທະ​ຫານ “ຈຳ​ນ​ວນ​ຫຼາຍ” ຂຶ້ນ​ສູ່​ວົງ​ໂຄ​ຈອນ ໃນ​ຊ່ວງ​ໄລ​ຍະ​ໂຄງ​ການ​ຫ້າ​ປີ ທີ່​ໄດ້​ມີການ​ປະ​ກາດ​ໃນ​ປີ​ກາຍນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ສູນ​ກາງເກົາ​ຫຼີ ​ຫຼື KCNA.

ເກົາ​ຫຼີ​ເໜືອ​ປາ​ກົດ​ວ່າ ​ພວມ​ກະ​ກຽມ​ສົ່ງ​ດາວ​ທຽມ​ສອດ​ແນມຂຶ້ນ​ສູ່​ວົງ​ໂຄ​ຈອນ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ອາດ​ຈະ​ພິ​ສູດ​ໃຫ້​ເຫັນ​ວ່າ​ເປັນ​ບັນ​ຫາ​ໂຕ້​ແຍ້ງ ໃນ​ຂະ​ນະ​ທີ່​ການ​ທົດ​ລອງອາ​ວຸດ​ຂອງປະ​ເທດ​ທີ່​ມີນິວ​ເຄ​ລຍດັ່ງ​ກ່າວ​ໄດ້​ຖືກ​ຫ້າມ ​ຍ້ອນ​ວ່າ​ມັນ​ໃຊ້​ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແບບ​ດຽວ​ກັນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກນັກ​ຊ່ຽວ​ຊານ.

ເກົາ​ຫຼີ​ເໜືອ​ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ທົດ​ລອງ​ລະ​ບົບ​ດາ​ວ​ທຽມມາ​ແລ້ວ 2 ເທື່ອ​ໃນ​ວັນ​ທີ 27 ກຸມ​ພາ ແລະ 5 ມີ​ນາ. ເຈົ້າ​ໜ້າ​ທີ່​ຂອງ​ເກົາ​ຫຼີ​ໃຕ້ ຍີ່​ປຸ່ນ ແລະ​ສະຫະ​ລັດ​ກ່າ​ວ​ວ່າ ການ​ທົດ​ລອງ​ແມ່ນ​ພົວ​ພັນ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

ການ​ທົດ​ລອງ​ຍິງ​ດັ່ງ​ກ່າວ​ແມ່ນ​ໄດ້​ຖືກ​ປະ​ນາມ​ໂດຍ​ນາໆ​ຊາດ ແລະ​ກອງ​ທັບ​ສະຫະ​ລັດ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ໄດ້​ເພີ້ມ​ການ​ຕິດ​ຕາມ​ກວດ​ກາ​ແລະ​ລາ​ດ​ຕະ​ເວນ​ເພີ້ມ​ຂຶ້ນ​ໃນ​ເຂດ​ທະ​ເລ​ເຫຼືອງ. ນອກນັ້ນ​ແລ້ວ ສະ​ຫະ​ລັດ​ຍັງ​ເວົ້າ​ວ່າ ຕົນໄດ້​ສັ່ງ​ໃຫ້​ມີ​ການກຽມ​ພ້ອມ​ ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ເພີ້ມ​ຂຶ້ນຫຼັງຈາກ “ໄດ້​ມີ​ການ​ເພີ້ມ​ຂຶ້ນ​ຢ່າງ​ສຳ​ຄັນ” ໃນ​ການ​ທົດ​ລອງ​ລູກ​ສອນ​ໄຟ ​ຂອງ​ເກົາ​ຫຼີ​ເໜືອ.

ທ່ານ​ກິມ ໄດ້​ກ່າວ​ປ້ອງ​ກັນ ​ການ​ພັດ​ທະ​ນາ​ດາວ​ທຽມ​ຂອງ​ຕົນ​ວ່າ ບໍ່​ພຽງ​ແຕ່​ເພື່ອ​ເກັບ​ກຳ​ຂໍ້​ມູນ​ເທົ່າ​ນັ້ນ ແຕ່​ເພື່ອ​ປ້ອງ​ກັນ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ເກົາ​ຫຼີ​ເໜືອ​ນຳ​ດ້ວຍດ້ວຍ​ການ​ຊົມ​ໃຊ້​ສິດ​ທິ​ທີ່​ຖືກ​ຕ້ອງ​ຊອບ​ທຳ​ຕາມ​ກົດ​ໝາຍໃນ​ການ​ປ້ອງ​ກັນ​ໂຕ ແລະ​ຍົກ​ລະ​ດັບການ​ມີ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ​ຂຶ້ນ​ຕື່ມ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ KCNA.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG