ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ກິມ​ ຈົງ ອຶນ ກຳ​ກັບ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ເຮືອ​ດຳ​ນ້ຳ​ຂອງ ເກົາຫຼີ​ເໜືອ, ອີງ​ຕາມ​ສື່ມວ​ນ​ຊົນ​ລັດ​ຖະ​ບານ


ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທ​ະ​ສາດຊື່​ວ່າ Pulhwasal-3-31 ຖືກຍ​ິງ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ທົດ​ລອງ​ທີ່ບໍ່​ໄດ້​ລະ​ບຸ​ທີ່​ຕັ້ງ​ໃນ ເກົາຫຼີ​ເໜືອ ໃນ​ຮູບ​ພາບນີ້​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ເກົາຫຼີ​ ໃນ​ວັນ​ທີ 25 ມັງ​ກອນ 2024.
ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທ​ະ​ສາດຊື່​ວ່າ Pulhwasal-3-31 ຖືກຍ​ິງ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ທົດ​ລອງ​ທີ່ບໍ່​ໄດ້​ລະ​ບຸ​ທີ່​ຕັ້ງ​ໃນ ເກົາຫຼີ​ເໜືອ ໃນ​ຮູບ​ພາບນີ້​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ເກົາຫຼີ​ ໃນ​ວັນ​ທີ 25 ມັງ​ກອນ 2024.

ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ໄດ້ກຳ​ກັ​ບ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ສາດ​ຊະ​ນິດ​ໃໝ່​ຈາກ​ເຮືອ​ດຳ​ນ້ຳ, ອີງ​ຕາມ​ກາ​ນ​ກ່າວ​ຂອງ​ສື່ມວ​ນ​ຊົນ​ລັດ​ຖະ​ບານ​ໃນ​ວັນ​ຈັນ​ມື້ນີ້, ເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ຄັ້ງຫຼ້າ​ສຸດ​ທີ່​ຂະ​ຫຍາຍ​ຄວາມ​ເຄັ່ງ​ຕຶງ​ໂດຍ​ລັດ​ທີ່​ມີ​ອາ​ວຸດ​ນິວ​ເຄ​ລຍ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ລູກ​ສອນ​ໄຟ Pulhwasal-3-31 ສອງ​ລູກ​ “ໄດ້​ບິນ​ຂຶ້ນ​ສູ່​ທ້ອງ​ຟ້ອງ​ເໜືອ​ທະ​ເລ​ຕາ​ເວັນ​ອອກ ເພື່ອ​ໂຈມ​ຕີ​ໃສ່​ເກາະ​ທີ່​ເປັນ​ເປົ້າ​ໝາຍ” ໃນ​ວັນ​ອາ​ທິດ​ວານນີ້, ອົງ​ການ​ຂ່າວ​ທາງ​ການ KCNA ໄດ້​ລາຍ​ງານ, ໂດຍ​ກ່າວ​ຕື່ມ​ວ່າທ່ານ ກິມ ຈົງ ອຶນ ໄດ້ “ໄດ້​ເປັນ​ຜູ້​ນຳ​ພາ” ການ​ຍິງ​ດັ່ງ​ກ່າວ.

ລູກ​ສອນ​ໄຟ Pulhwasal-3-31 ແມ່ນ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ສາ​ດ​ລຸ້ນ​ໃໝ່​ທີ່​ພຽງ​ຢາງ ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ທົດ​ລອງ​ຄັ້ງ​ທຳ​ອິດ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ, ໂດຍ​ໄດ້​ຍິງ​ລູກ​ສອນ​ໄຟຫຼາຍ​ລູກ​ໃສ່​ທະ​ເລ​ເຫຼືອງ.

​ລາ​ຍ​ງານ​ໄດ້​ສືບ​ຕໍ່​ກ່າວ​ວ່າ ການ​ທົດ​ລອງ​ຈາກ​ເຮືອ​ດຳ​ນ້ຳ​ຂອງວັນ​ອາ​ທິດ​ວານນີ້ “ບໍ່​ໄດ້​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ ແລະ ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສະ​ຖາ​ນະ​ການ​ໃນ​ພາກ​ພື້ນ,” ໂດຍ​ກ່າວ​ຕື່ມ​ວ່າ ທ່ານ ກິມ “ໄດ້​ສະ​ແດງ​ຄວາມ​ພໍ​ໃຈ​ເປັນ​ຢ່າງ​ຍິ່ງ” ກັບການ​ຍິງ​ນັ້ນ.

ກອງ​ທັບ​ຂອງ ເກົາຫຼີ​ໃຕ້ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ກວດ​ພົບ​ລູກ​ສອນ​ໄຟ​ນຳ​ວິ​ຖີຫຼາຍ​ລູກ​ຖືກ​ຍິງໃກ້​ກັບ​ເຂດ​ນ້ຳ​ຢູ່​ບໍ​ລິ​ເວນ​ເຂດ ຊິນ​ໂປ ຂອງ​ເກົາຫຼີ​ເໜືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG