ສື່ມວນຊົນຂອງທາງການເກົາຫລີເໜືອກ່າວວ່າ ຜູ້ນຳຂອງປະເທດທ່ານ ກິມຈົງອຶນ ໄດ້ທຳການກວດກາອີກຄັ້ງນຶ່ງ ບັນດາໂຮງງານເຮັດອາວຸດແລະໄດ້ສັ່ງໃຫ້ເພີ້ມການຜະລິດຂຶ້ນຢ່າງຫຼວງຫຼາຍ ພວກລູກສອນໄຟ ແລະອາວຸດ ອື່ນໆ ອີງຕາມລາຍງານຂອງອົງການຂ່າວເອພີ.
ລາຍງານຂອງສື່ມວນຊົນລັດຖະບານໃນວັນຈັນມືຶ້ນີ້ ກ່ຽວກັບຄຳແນະນຳຂອງທ່ານກິມ ມີຂຶ້ນບໍ່ເທົ່າໃດມື້ກ່ອນເກົາຫລີໃຕ້ແລະສະຫະລັດ ເລີ້ມທຳການຊ້ອມລົບທາງທະຫານປະຈຳປີ ທີ່ເກົາຫລີເຫັນວ່າ ເປັນການຊ້ອມລົບເພື່ອຮຸກຮານຕົນ. ລະຫວ່າງການຢ້ຽມຢາມບັນດາໂຮງງານຜະລິດອາວຸດອາທິດແລ້ວນີ້ ທ່ານກິມໄດ້ກ່າວວ່າ ເກົາຫລີເໜືອຕ້ອງ “ເອົາຊະນະດ້ວຍກຳລັງທາງທະຫານ ແລະຕຽມພ້ອມຢ່າງເຕັມທີ່ ສຳລັບການປະເຊີນໜ້າກັບສົງຄາມໃດໆກໍຕາມ.” ບັນດາຜູ້ສັງເກດການຈຳນວນນຶ່ງສົງໄສວ່າ ການຢ້ຽມຢາມໂຮງງານຂອງທ່ານກິມຍັງອາດໄປໄປໄດ້ ພົວພັນກັບແຜນການເກົາຫລີເໜືອ ທີ່ຈະສົ່ງລູກປືນໄປໃຫ້ຣັດເຊຍເພື່ອເຮັດສົງຄາມ ໃນຢູເຄຣນ.