ອົງການສືບລັບຂອງ ເກົາຫຼີໃຕ້ ກ່າວໃນວັນສຸກມື້ນີ້ວ່າ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ (Kim Jong Un) ໄດ້ກວດກາການທົດລອງລູກສອນໄຟຍຸດທະສາດນຳວິຖີ ແລະໄດ້ມີຄໍາສັ່ງໃຫ້ກຽມພ້ອມເຕັມທີ່ ໃນການນຳໃຊ້ຄວາມສາມາດໂຈມຕີດ້ວຍນິວເຄລຍ ເພື່ອຮັບປະກັນການປ້ອງກັນປະເທດໃຫ້ມີປະສິດທິພາບທີ່ສຸດ.
ອົງການຂ່າວ KCNA ກ່າວວ່າ ການທົດລອງຄັ້ງນີ້ ໄດ້ຖືກອອກແບບມາເພື່ອເຕືອນ “ສັດຕູ ຜູ້ທີ່ລະເມີດຕໍ່ສະພາບແວດລ້ອມດ້ານຄວາມປອດໄພຂອງປະເທດຢ່າງຮ້າຍແຮງ ພ້ອມທັງຊຸກຍູ້ສົ່ງເສີມ ແລະຍົກລະດັບສະພາບແວດລ້ອມ ສໍາລັບການປະເຊີນໜ້າຫຼາຍຂຶ້ນ,” ແລະເພື່ອສະແດງໃຫ້ເຫັນເຖິງ “ຄວາມພ້ອມຂອງປະຕິບັດການນິວເຄລຍຂອງຕົນ.”
ອົງການຂ່າວ KCNA ກ່າວໂດຍອ້າງເຖິງຄໍາເວົ້າຂອງ ທ່ານ ກິມ ວ່າ “ສິ່ງທີ່ຮັບປະກັນໄດ້ຈາກຄວາມສາມາດໃນການບຸກໂຈມຕີທີ່ມີປະສິດທິພາບ ແມ່ນຄວາມສາມາດໃນການຂັດຂວາງ ແລະປ້ອງກັນທີ່ສົມບູນແບບທີ່ສຸດ”.
ອົງການຂ່າວ KCNA ຍັງກ່າວອີກວ່າ ການຍິງລູກສອນໄຟຄັ້ງນີ້ ມີຂຶ້ນໃນວັນພຸດວານທີ່ຜ່ານມາ ຢູ່ເໜືອທະເລນອກຊາຍຝັ່ງທາງທິດຕາເວັນຕົກຂອງແຫຼມເກົາຫຼີ.
ກອງທັບເກົາຫຼີໃຕ້ກ່າວໃນວັນສຸກມື້ນີ້ວ່າ ຕົນກວດພົບສັນຍານຂອງການກະກຽມຍິງລູກສອນໄຟໃນວັນພຸດແລ້ວນີ້ ແລະໄດ້ຕິດຕາມລູກສອນໄຟນຳວິຖີຫຼາຍລູກ ຫຼັງຈາກຖືກຍິງຂຶ້ນປະມານ 8 ໂມງເຊົ້າຕາມເວລາຢູ່ໃນທ້ອງຖິ່ນ ຢູ່ເໜືອທະເລບໍລິເວນດັ່ງກ່າວ.
ເກົາຫຼີເໜືອ ໄດ້ດໍາເນີນການພັດທະນາລູກສອນໄຟນຳວິຖີຍຸດທະສາດມາເປັນເວລາຫຼາຍປີ, ໂດຍຈຸດປະສົງ ເພື່ອຕິດຕັ້ງຫົວລົບນິວເຄລຍ.
ລູກສອນໄຟປະເພດນີ້ ມີທ່າອ່ຽງທີ່ຈະສ້າງຄວາມກັງວົນ ແລະການປະນາມຈາກປະຊາຄົມໂລກ ໜ້ອຍກວ່າລູກສອນໄຟຂີປະນາວຸດ, ເນື່ອງຈາກມັນບໍ່ໄດ້ຖືກຫ້າມຢ່າງເປັນທາງການ ຕາມມະຕິຂອງສະພາຄວາມໝັ້ນຄົງ.
ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ໄດ້ຫ້າມເກົາຫຼີເໜືອຈາກການພັດທະນາລູກສອນໄຟຂີປະນາວຸດ ພ້ອມທັງອາວຸດນິວເຄລຍ, ແລະໄດ້ວາງມາດຕະການລົງໂທດຢ່າງຫຼວງຫຼາຍສໍາລັບການລະເມີດດັ່ງກ່າວມານີ້.
ຟໍຣັມສະແດງຄວາມຄິດເຫັນ