ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ກິມ ຈົງ ອຶນ ເປີດກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກຳ​ມະ​ກອນ ກ່ອນ​ປີ​ໃໝ່


ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກຳ​ມະ​ກອນໃນ​ນະ​ຄອນຫຼວງ ພຽງ​ຢາງ, ເກົາຫຼີ​ເໜືອ, 26 ທັນ​ວາ 2022. ພາບ​ໂດຍ​ອົງ​ການ​ຂ່າວ KCNA.
ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກຳ​ມະ​ກອນໃນ​ນະ​ຄອນຫຼວງ ພຽງ​ຢາງ, ເກົາຫຼີ​ເໜືອ, 26 ທັນ​ວາ 2022. ພາບ​ໂດຍ​ອົງ​ການ​ຂ່າວ KCNA.

ຜູ້​ນຳ​ເກົາຫຼີ​ເໜືອ​ທ່ານ ກິມ​ ຈົງ ອຶນ ໄດ້​ເລີ່ມກອງ​ປະ​ຊຸມ​ທີ່​ສຳ​ຄັນ​ຂອງ​ພັກ​ກຳ​ມະ​ກອນ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ສື່ມວ​ນ​ຊົນ​ລັດ​ຖະ​ບານ​ ໃນ​ວັນ​ອັງ​ຄານມື້ນີ້, ເຊິ່ງ​ເປັນ​ເວ​ທີ​ທີ່​ທ່ານ​ມັກ​ໃຊ້​ເພື່ອ​ປະ​ກາດ​ການ​ຕັດ​ສິນໃຈ ກ່ຽວ​ກັບ ນະ​ໂຍ​ບາຍ​ທີ່​ເປັນຂີດໝາຍສຳ​ຄັນ​ສຳ​ລັບ​ປີ​ໃໝ່.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ​ກຳ​ມະ​ກອນ​ເກົາຫຼີ ຫຼື WPK ໄດ້​ດຳ​ເນີນ​ຂຶ້ນ​ໃນ​ວັນ​ຈັນ​ວານນີ້, ອີງ​ຕາມ​ການ​ກ່າວ​ຂອງ​ອົງ​ການ​ຂ່າວ KCNA.

ການ​ເຕົ້າ​ໂຮມ​ກັນ​ໝົດ​ມື້​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ພັກ ແລະ ລັດ​ຖະ​ບານ ​ຈະ​ສະຫຼຸບ​ປີ​ເວ​ລາ​ທີ່​ປະ​ເທດ​ທີ່​ຖືກ​ໂດ​ດ​ດ່ຽວ​ນັ້ນ ​ໄດ້​ຍິງ​ລູກ​ສອນ​ໄຟ​ຈຳ​ນວນ​ທີ່ຫຼາຍ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ, ລວມ​ທັງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ຫຼື້ ICBM.

ຄວາມ​ເຄັ່ງ​ຕຶງ​ຮອບ​ໃໝ່​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ວານນີ້ ໃນ​ຂະ​ນະ​ທີ່​ໂດ​ຣນ​ຂອງ ເກົາຫຼີ​ເໜືອ 5 ລຳ​ໄດ້​ຜ່ານ​ເຂົ້າ​ໄປ​ໃນ​ເກົາຫຼີ​ໃຕ້, ກໍ່​ໃຫ້​ລັດ​ຖະ​ບານ ໂຊ​ລ ຕ້ອງ​ສົ່ງ​ເຮືອ​ບິນ​ລົບ ແລະ ເຮ​ລິ​ຄັອ​ບ​ເຕີ​ໂຈມ​ຕີ ແລະ ພະ​ຍາ​ຍາມ​ຍິງ​ມັນ​ລົງ.

ທ່ານ ກິມ ຍັງ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທາງ​ເສດ​ຖະ​ກິດ​ເພີ່ມ​ຂຶ້ນ ທ່າມ​ກາງ​ມາດ​ຕະ​ການ​ລົງ​ໂທດ​ສາ​ກົນ ກ່ຽວ​ກັບ ໂຄງ​ການອາ​ວຸດ​ຂອງ​ທ່ານ, ຜົນ​ກະ​ທົບ​ຈາກ​ການ​ກັກ​ບໍ​ລິ​ເວນເພື່ອ​ຕໍ່​ຕ້ານ​ໄວ​ຣັ​ສ​ໂຄ​ໂຣ​ນາ ແລະ ໄພ​ພິ​ບັດ​ທຳ​ມະ​ຊາດ.

ຢູ່ກອງ​ປະ​ຊຸມ​ດັ່ງ​ກ່າວ, ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຮອງ​ເອົາ​ວາ​ລະ​ແຜນ​ການ​ໃຫຍ່ 5 ອັນ​ ທີ່ລວມ​ມີ​ການ​ທົບ​ທວນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ສຳ​ຄັນ ແລະ ງົບ​ປະ​ມານ​ໃນ​ປີ 2022, ພ້ອມ​ກັບ​ແຜນ​ວຽກ ແລະ ຮ່າງ​ງົບ​ປະ​ມານ​ສຳ​ລັບ​ປີ 2023.

ທ່ານ ກິມ ໄດ້​ສະ​ເໜີ​ລາຍ​ງານ​ທີ່​ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ ອຳ​ນາດ​ຂອງ​ປະ​ເທດ​ໄດ້ “ຂະ​ຫຍາຍ​ຕົວ​ຢ່າງຫຼວງຫຼາຍ​ແນວ​ໃດ​ ໃນ​ທຸກ​ຂະ​ແໜງ​ຂອງ​ການ​ເມືອງ, ທະ​ຫານ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ, ແລະ ຄວາມ​ສຳ​ເລັດ ແລະ ຄວາມ​ກ້າວ​ໜ້າ​ທີ່​ໄດ້​ມາ​ ໃນ​ການ​ດຳ​ເນີນ​ວຽກ​ງານ​ຂະ​ໜາດ​ໃຫຍ່ຜ່ານ​ການ​ດີ້ນ​ຮົນ​ທີ່​ລຳ​ບາກ ແລະ ຮຸນ​ແຮງ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ ​ໃນ​ປີນີ້,” ອີງ​ຕາມ​ການ​ກ່າວ​ຂອງ​ອົງ​ການ​ຂ່າວ KCNA.

ເຂົ້າ​ເຈົ້າ​ໄດ້​ເວົ້າ​ວ່າ “ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ວາງ​ນະ​ໂຍ​ບາຍ​ທີ່​ມີ​ຄວາມ​ຕື່ນ​ເຕັ້ນ​ກວ່າ​ເກົ່າ ແລະ ດີ້ນ​ຮົນ​ເພື່ອ​ຄວາມ​ໝັ້ນ​ໃຈ ອີງ​ໃສ່​ຂໍ້​ເທັດ​ຈິງ​ທີ່​ມີ​ຄ່າ​ ທີ່​ໄດ້​ບັນ​ລຸ​ຄວາມ​ກ້າວ​ໜ້າ​ຢ່າງ​ແທ້​ຈິງ ໃນ​ຂະ​ນະ​ດຽວ​ກັນ​ອົດ​ທົນ​ກັບ​ຄວາມ​ຫຍຸ້ງ​ຍາກ​ທຸກ​ຢ່າງ.”

ເຂົາ​ເຈົ້າ​ໄດ້​ກ່າວ​ຕື່ມ​ວ່າ ລາຍ​ງານ​ນັ້ນ​ໄດ້​ລະ​ບຸ​ເປົ້າ​ໝາຍ​ທີ່​ສຳ​ຄັນຫຼາຍ​ອັນ​ສຳ​ລັບ​ປີ 2023 ໃນຫຼາຍ​ພາກ​ສ່ວນ​ລວມ​ມີ ເຫຼັກ, ເຄ​ມີ, ໄຟ​ຟ້າ, ການ​ກໍ່​ສ້າງ, ກະ​ສິ​ກຳ ແລະ ອຸດ​ສາ​ຫະ​ກຳ​ເບົາ.

ສື່ມວນ​ຊົນ​ລັດ​ຖະ​ບານ ເກົາຫຼີ​ເໜືອ ກ່ອນ​ໜ້ານີ້​ໄດ້​ເປີດ​ເຜີຍ​ຄຳ​ປາ​ໄສ​ຂອງ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ປີ​ໃໝ່, ແຕ່​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ທ່ານ ກິມ ໄດ້​ຮຽກ​ການ​ເຕົ້າ​ໂຮມ​ພັກ​ໃນ​ທ້າຍ​ປີ​ເພື່ອ​ທຳ​ການ​ປະ​ກາດ ກ່ຽວ​ກັບ ນະ​ໂຍ​ບາຍ​ທີ່​ສຳ​ຄັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG