ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ຈັດການເຈລະຈາກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນວັນພຸດວານນີ້ຢູ່ພາກຕາເວັນອອກຂອງ ຣັດເຊຍ ທ່າມກາງຄຳເຕືອນຕ່າງໆຈາກ ສະຫະລັດ ແລະ ເກົາຫຼີໃຕ້ ຕໍ່ຄວາມເປັນໄປໄດ້ຂອງການຂົນສົ່ງອາວຸດ.
ທ່ານ ປູຕິນ ແລະ ທ່ານ ກິມ ທຳອິດໄດ້ທ່ຽວຊົມສະຖານທີ່ປ່ອຍຍານອະວະກາດ ວອສໂຕຈນີ (Vostochny), ບ່ອນທີ່ບັນດານັກຂ່າວໄດ້ຖາມວ່າ ຣັດເຊຍ ຈະຊ່ວຍ ເກົາຫຼີເໜືອ ສ້າງດາວທຽມຫຼືບໍ່.
ທ່ານ ປູຕິນ ໄດ້ກ່າວ, ອີງຕາມສື່ມວນຊົນລັດຖະບານ ຣັດເຊຍ ວ່າ “ຍ້ອນແນວນັ້ນພວກເຮົາຈຶ່ງໄດ້ມາທີ່ນີ້. ຜູ້ນຳຂອງ ສປປ ເກົາຫຼີ ໄດ້ສະແດງຄວາມສົນໃຈເປັນຢ່າງຍິ່ງ ໃນວິສະວະກຳຈະຫຼວດ, ເຂົາເຈົ້າຍັງພະຍາຍາມທີ່ຈະພັດທະນາດ້ານອະວະກາດ.”
ໃນຂະນະທີ່ທ່ານ ກິມ ໄດ້ຢ້ຽມຢາມ ຣັດເຊຍ ນັ້ນ, ເກົາຫຼີເໜືອ ໃນວັນພຸດວານນີ້ໄດ້ຍິງລູກສອນໄຟຂີປະນາວຸດໄລຍະໃກ້ສອງລູກເຂົາໃສ່ທະເລຢູ່ນອກຊາຍຝັ່ງພາກຕາເວັນອອກຂອງເຂົາເຈົ້າ. ກອງທັບ ເກົາຫຼີໃຕ້ ໄດ້ກ່າວວ່າລູກສອນໄຟທີ່ວ່ານັ້ນຖືກຍິງອອກໃກ້ກັບນະຄອນຫຼວງ ພຽງຢາງ ແລະ ບິນໄປປະມານ 650 ກິໂລແມັດ.
ກ່ອນການເຈລະຈານັ້ນ, ບັນດາເຈົ້າໜ້າທີ່ ເກົາຫຼີໃຕ້ ໄດ້ກ່າວວ່າເຂົາເຈົ້າໄດ້ຕິດຕາມການພົບປະຄັ້ງທຳອິດລະຫວ່າງທ່ານ ກິມ ແລະ ທ່ານ ປູຕິນ ໃນຮອບສີ່ປີຢ່າງໃກ້ຊິດ.
ໂຄສົກ ທ່ານ ຈອນ ຮາ-ຄິວ ໄດ້ກ່າວໂດຍອ້າງເຖິງການມີໜ້າຂອງເຈົ້າໜ້າທີ່ກອງທັບຈຳນວນຫຼວງຫຼາຍ” ທີ່ຕິດຕາມໄປກັບທ່ານ ກິມ ວ່າ “ກະຊວງປ້ອງກັນປະເທດເຊື່ອວ່າ ທ່ານ ກິມ ຈົງ ອຶນ ຄົງຈະເຂົ້າໄປໃນ ຣັດເຊຍ ໃນຕອນເຊົ້າມືດຂອງມື້ນີ້ດ້ວຍການໃຊ້ລົດໄຟສ່ວນຕົວ.”
ທ່ານໄດ້ກ່າວຕື່ມວ່າ “ພວກເຮົາກຳລັງຕິດຕາມຢ່າງໃກ້ຊິດວ່າ ການເຈລະຈາທີ່ກ່ຽວຂ້ອງກັບການຊື້ຂາຍອາວຸດ ແລະ ຂົນສົ່ງເທັກໂນໂລຈີ ລະຫວ່າງ ເກົາຫຼີເໜືອ ແລະ ຣັດເຊຍ ຈະເກີດຂຶ້ນຫຼືບໍ່.”