ຜູ້ນໍາຂອງເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ຮຽກຮ້ອງໃຫ້ເສີມສ້າງກອງກຳລັງນິວເຄລຍໃນປີນີ້ ລະຫວ່າງການຢ້ຽມຢາມຊົມຖານການຜະລິດວັດສະດຸນິວເຄລຍ໌ ແລະສະຖາບັນອາວຸດນິວເຄລຍ໌ ອີງຕາມອົງການຂ່າວຣອຍເຕີສລາຍງານ ໂດຍອ້າງອີງເຖິງ ອົງການຂ່າວຂອງທາງການເກົາຫຼີເໜືອ KCNA ທີ່ລາຍງານໃນວັນພຸດມື້ນີ້.
ການເດີນທາງຢ້ຽມຢາມຄັ້ງນີ້ຂອງ ທ່ານ ກິມ ຈົງ ອຶນ ໄດ້ເໜັ້ນໜັກເຖິງການເຕີບໃຫຍ່ຂະຫຍາຍຕົວຂອງອາວຸດນິວເຄລຍຂອງປະເທດມີຂຶ້ນໃນຂະນະທີ່ ພຽງຢາງ ກຳລັງເພີ້ມກຳລັງທະຫານ ເພື່ອຕອບໂຕ້ການກັບມາດຳລົງຕໍາແໜ່ງຂອງປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຂອງ ສະຫະລັດ ດ້ວຍການກັບມາທົດລອງລູກສອນໄຟຂີປະນະວຸດອີກຄັ້ງນຶ່ງ ຊຶ່ງເກົາຫຼີໃຕ້ ກ່າວວ່າ ມີເປົ້າໝາຍສ່ວນນຶ່ງເພື່ອດຶງດູດຄວາມສົນໃຈຂອງທ່ານທຣໍາ.
ທ່ານ ກິມ ໄດ້ຍ້ອງຍໍນັກວິທະຍາສາດ ແລະຄົນງານຄົນອື່ນ ໆ ຢູ່ສະຖານທີ່ດັ່ງກ່າວນັ້ນວ່າ ປະສົບຜົນສຳເລັດຢ່າງໂດດເດັ່ນ ແລະໄດ້ຮັບຜົນການຜະລິດຢ່າງອັດສະຈັນໃຈ ໃນງານຂອງພວກເຂົາເມື່ອປີຜ່ານມາ. ຂະນະທີ່ ທ່ານ ກິມ ໄດ້ຮັບການສະຫຼຸບກ່ຽວກັບຂະບວນການຜະລິດວັດສະດຸນິວເຄລຍ, ລະດັບອາວຸດ ແລະແຜນສຳລັບປີ 2025 ຕໍ່ຈາກນັ້ນ ອົງການຂ່າວ KCNA ລາຍງານ.
ທ່ານ ກິມ ໄດ້ຮຽກຮ້ອງໃຫ້ປະສົບຜົນສຳເລັດຕໍ່ໄປ ໃນການຜະລິດວັດສະດຸນິວເຄລຍລະດັບອາວຸດໃນປີນີ້ ແລະເສີມຂະຫຍາຍກອງກຳລັງນິວເຄລຍຂອງປະເທດ.
“ ປີນີ້ເປັນທີ່ສຳຄັນຫຼາຍເນື່ອງຈາກເປັນຈຸດປ່ຽນສຳຄັນທີ່ເຮົາຄວນດຳເນີນການໃນຊ່ວງເວລາສຳຄັນໃນການດຳເນີນການຕາມແນວທາງການເສີມສ້າງກຳລັງນິວເຄລຍ” ທ່ານ ກິມ ຈົງ ອຶນ ກ່າວຕາມການລາຍງານຂອງອົງການຂ່າວ KCNA.
ທ່ານກ່າວຕື່ມວ່າ ເກົາຫຼີເໜືອກຳລັງປະເຊີນກັບ “ ສະຖານະການຄວາມປອດໄພທີ່ບໍ່ມີສະຖຽນລະພາບທີ່ສຸດໃນໂລກ ” ເນື່ອງຈາກການປະເຊີນໜ້າທີ່ຍາວນານກັບ “ ປະເທດສັດຕູທີ່ໂຫດຮ້າຍທີ່ສຸດ” ຊຶ່ງເຮັດໃຫ້ມັນຂາດບໍ່ໄດ້ສຳລັບປະເທດທີ່ຈະເພີ່ມຄວາມສາມາດດ້ານນິວເຄລຍຂອງຕົນ.
ພຽງຢາງໂຕ້ຕອບມາຍາວນານແລ້ວ ທີ່ວ່າ ອາວຸດນິວເຄລຍຂອງຕົນແນ່ໃສ່ເປົ້າໝາຍເພື່ອປ້ອງກັນໄພຄຸກຄາມຈາກວໍຊິງຕັນ ແລະພັນທະມິດທີ່ຕໍ່ສູ້ກັບເກົາຫຼີເໜືອໃນຊ່ວງສົງຄາມເກົາຫຼີ ໃນປີ 1950-53.
ນັກວິເຄາະປະເມີນວ່າ ເກົາຫຼີເໜືອອາດຈະຜະລິດວັດສະດຸແຕກຕົວໄດ້ພຽງພໍທີ່ຈະສ້າງຫົວລົບນິວເຄລຍໄດ້ຫຼາຍເຖິງ 90 ລູກ.
ໜ່ວຍງານສືບລັບແຫ່ງຊາດຂອງ ໂຊລ ກ່າວວ່າ ການສະແດງກຳລັງຂອງເກົາຫຼີເໜື່ອເມື່ອບໍ່ດົນມານີ້ ມີຈຸດປະສົງສ່ວນນຶ່ງເພື່ອ “ ສະແດງຈຸດຢືນຂັດຂວາງສະຫະລັດແລະດຶງດູດຄວາມສົນໃຈຂອງ ທ່ານ ທຣໍາ” ລຸນຫຼັງທີ່ໄດ້ປະຕິຍານວ່າ ຈະໃຊ້ມາດຕະການຕອບໂຕ້ສະຫະລັດທີ່ເຂັ້ມແຂງທີ່ສຸດ ໃນການປະຊຸມນະໂຍບາຍສຳຄັນໃນຊ່ວງທ້າຍປີເມື່ອເດືອນທີ່ຜ່ານມາ.
ທ່ານ ດໍໂນລ ທຣໍາ ຈັດການປະຊຸມສຸດຍອດກັບ ທ່ານ ກິມ ຈົງ ອຶນ ແບບບໍ່ເຄີຍມີມາກ່ອນໃນຊ່ວງການດຳລົງຕໍາແໜ່ງຄັ້ງທຳອິດແລະກ່າວເຖິງຄວາມສຳພັນສ່ວນຕົວລະຫວ່າງທັງສອງ ກ່າວເມື່ອອາທິດຜ່ານວ່າທ່ານຈະຕິດຕໍ່ ທ່ານ ກິມ ອີກຄັ້ງນຶ່ງ.
ອ່ານຂ່າວເປັນພາສາອັງກິດ
North Korean leader Kim Jong Un has called for bolstering nuclear forces this year, during a visit to a nuclear material production base and nuclear weapons institute, state media KCNA reported on Wednesday.
His trip highlighting the country's growing nuclear arsenal came as Pyongyang has been ramping up its show of force around U.S. President Donald Trump's return to office with a resumption of missile tests, which South Korea said were partly aimed at drawing Trump's attention.
Kim praised scientists and other workers there for achieving "remarkable successes" and "amazing production results" in their work last year as he was briefed about the process for producing weapons-grade nuclear materials and their plan for 2025 and beyond, KCNA reported.
Kim called for further success in producing weapons-grade nuclear materials this year and strengthening the country's nuclear forces.
"This year is a crucial year, as it is an important watershed in which we should carry out the tasks in the important period in the course of implementing the line of bolstering up the nuclear forces," Kim said, according to KCNA.
North Korea faces "the world's most unstable security situation" due to a long-standing confrontation with "the most vicious hostile countries," which makes it indispensable for the country to boost its nuclear capability, he added.
Pyongyang has long argued that its nuclear arsenal is aimed at fending off threats from Washington and its allies, which fought the North during the 1950-53 Korean War.
Analysts estimate North Korea may have produced enough fissile material to build up to 90 nuclear warheads.
Seoul's National Intelligence Service has said the North's recent display of force was in part intended to "show off its U.S. deterrent assets and draw Trump's attention" after vowing "the toughest anti-U.S. counteraction" at a key year-end policy meeting last month.
Trump, who held unprecedented summits with Kim during his first term and has touted their personal rapport, said last week he would "reach out to him again."
ຟໍຣັມສະແດງຄວາມຄິດເຫັນ