ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ ຈົງ ອຶນ ສັ່ງ​ໃຫ້​ກອງ​ທັບ ເລັ່ງ​ລັດ​ໃນ​ການ​ກະ​ກຽມ​ເພື່ອ​ເຮັດ​ສົງ​ຄາມ ສື່ມ​ວນ​ຊົນ​ຂອງ​ທາງ​ການ​ກ່າວ


ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ ຈົງ ອຶນ ເຂົ້າ​ຮ່ວມກອງ​ປະ​ຊຸມຄົບ​ຄະ​ນະ ກຳ​ມະ​ການ​ສູນ​ກາງ​ພັກ​ກຳ​ມະ​ກອນ​ເກົາ​ຫຼີ​ເມື່ອ​ເດືອນ​ທັນ​ວາ ທີ່​ນະ​ຄອນ​ພຽງ​ຢາງ ຊຶ່ງ​​ຮູບນີ້ແມ່ນ​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ ໃນ​ວັນ​ທີ 28 ທັນ​ວາ 2023. (KCNA via Reuters)
ຜູ້​ນຳ​ເກົາ​ຫຼີ​ເໜືອ ກິມ ຈົງ ອຶນ ເຂົ້າ​ຮ່ວມກອງ​ປະ​ຊຸມຄົບ​ຄະ​ນະ ກຳ​ມະ​ການ​ສູນ​ກາງ​ພັກ​ກຳ​ມະ​ກອນ​ເກົາ​ຫຼີ​ເມື່ອ​ເດືອນ​ທັນ​ວາ ທີ່​ນະ​ຄອນ​ພຽງ​ຢາງ ຊຶ່ງ​​ຮູບນີ້ແມ່ນ​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ສູນ​ກາງ ໃນ​ວັນ​ທີ 28 ທັນ​ວາ 2023. (KCNA via Reuters)

ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ສັ່ງ​ໃຫ້​ກອງ​ທັບ ອຸດ​ສາ​ຫະ​ກຳ​ຜະ​ລິດ​ອາ​ວຸດ ແລະ​ພາກ​ສ່ວນ​ອາ​ວຸດ​ນິວ​ເຄ​ລຍ ເລັ່ງ​ລັດ​ໃນ​ການ​ກະ​ກຽມ​ເຮັດ​ສົງ​ຄາມ ເພື່ອ​ຕອບ​ໂຕ້​ຕໍ່​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການເຄື່ອນ​ໄຫວ​ເພື່ອປະ​ເຊີນ​ໜ້າ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ​ຂອງ​ສະ​ຫະ​ລັດ ສື່ມວນ​ຊົນ​ຂອ​ງ​ທາງ​ການ​ລາຍ​ງານ​ ໃນ​ວັນ​ພະ​ຫັດ​ມື້ນີ້ ອີງຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ເມື່ອ​ກ່າວ​ເຖິງ​ທິດ​ທາງ​ ຂອງ​ນະ​ໂຍ​ບາຍ​ສຳ​ລັບ​ປີ​ໃໝ່ ຢູ່ກອງ​ປະ​ຊຸມ​ທີ່​ສຳ​ຄັນ ໃນ​ມື້​ວັນ​ພຸດ​ວານນີ້ ທ່ານ​ກິມ ກ່າວ​ວ່າ ພຽງ​ຢາງ​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມື​ຍຸດ​ທະ​ສາດ ກັບ​ບັນ​ດາ​ປະ​ເທດ “ຕໍ່​ຕ້ານ​ຈັກ​ກະ​ພັດ​ທີ່​ເປັນ​ເອກ​ກະ​ລາດ” ອີງ​ການ​ຂ່າວ​ສູນ​ກາງ KCNA ຂອງ​ເກົາ​ຫຼີ​ເໜືອ​.

“ທ່ານ​ກິມ​ໄດ້​ກຳ​ນົດ​ພາ​ລະ​ກິດ​ສົງ​ຄາມ​ ສຳ​ລັບ​ກອງ​ທັບ​ປະ​ຊາ​ຊົນ ແລະ​ອຸດ​ສາ​ຫະ​ກຳອາ​ວຸດ ອາ​ວຸດ​ນິວ​ເຄ​ລຍ ແລະ​ພາກ​ສ່ວນ​ໃນ​ການ​ປ້ອງ​ກັນ​ດ້ານ​ພົນ​ລະ​ເຮືອນ ໃຫ້​ທຳ​ການ​ເລັ່ງ​ລັດ​ເພີ້ມ​ຂຶ້ນ ​ເພື່ອ​ກະ​ກຽມ​ ໃນ​ການ​ເຮັດ​ສົງ​ຄາມ” KCNA ລາຍ​ງານ.

ເກົາ​ຫຼີ​ເໜືອໄດ້​ຂະ​ຫຍາຍ​ຄວາມ​ສຳ​ພັນ​ກັບ​ຣັດ​ເຊຍ ໃນ​ໝູ່​ບັນ​ດາ​ປະ​ເທດ​ອື່ນ ໃນ​ຂະ​ນະ​ທີ່​ວໍ​ຊິງ​ຕັນ​ໄດ້​ກ່າວ​ຫາ​ພຽງ​ຢາງວ່າ ສະ​ໜອງ​ອຸບ​ປະ​ກອນ​ທາງ​ທະ​ຫານ​ໃຫ້​ແກ່​ມົ​ສ​ກູ ເພື່ອ​ນຳ​ໃຊ້​ໃນ​ການ​ເຮັດ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ຣັດ​ເຊຍ​ໄດ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ເທັກ​ນິກ​ເພື່ອ​ຊ່ວຍ​ເກົາ​ຫຼີ​ເໜືອ​ໃຫ້​ມີ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ການທະ​ຫານ.

ນອກນັ້ນ ທ່ານ​ກິມ​ຍັງ​ໄດ້​ຕັ້ງ​ເປົ້າ​ໝາຍ​ທາງ​ດ້ານ​ເສດ​ຖະ​ກິດ​ສຳ​ລັບ​ປີ​ໃໝ່ ໃນ​ລະຫວ່າງ​ການ​ປະ​ຊຸມ​ດັ່ງ​ກ່າວ ຊຶ່ງ​ທ່ານ​ເອີ້ນ​ວ່າ “ເປັນ​ປີ​ທີ່​ເດັດ​ຂາດ” ເພື່ອ​ໃຫ້​ແຜນ​ການ​ພັດ​ທະ​ນາ​ຫ້າ​ປີ​ ຂອງ​ປະ​ເທດ​ ບັນ​ລຸ​ຜົນ​ສຳ​ເລັດ ລາຍ​ງານ​ໄດ້​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG